Header Ads

ເຈົ້າຂອງໂຄງເຂື່ອນໄຟຟ້ານໍ້າລີກ 1 ສຶບຕໍ່ມອບເງິນຊົດເຊີຍໃຫ້ແກ່ຜູ້ຖືກກະທົບ ຈາກການກໍ່ສ້າງເຂື່ອນໄລຍະທີ 2 ໃນຈຳນວນ 339 ຄອບຄົວ




28/11/2017 ຫວ່າງບໍ່ດົນມານີ້ຢູ່ທີ່ສຳນັກງານປົກຄອງເມືອງຫີນເຫີບ ແຂວງວຽງຈັນ, ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳລີກ 1 ໄດ້ນຳເງີນຈຳນວນ 12 ຕື້ກ່ວາກີບ ມາມອບໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳລີກ 1 ໃນຈຳນວນເງິນ 12 ຕື້ກ່ວາກີບ ເຂົ້າຮ່ວມເປັນສັກຂີພະຍານໃນການມອບຮັບເງີນຊົດເຊີຍໃນຄັ້ງນີ້ມີ ທ່ານ ວິດົງ ໄຊຍະສອນ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງໆວຽງຈັນ,ມີ ທ່ານ ອຸດົງ ວົງສະຫວາດ ກຳມະການສູນພັກແຂວງວເລຂາພັກເມືອງເຈົ້າເມືອງໆຫີນເຫີບ ແລະ ທ່ານພິລະພົງອັດຊະຍະຊີວີນປະທານຄະນະກຳມະການບໍລິໄຟຟ້ານ້ຳລິກ1,ມີພະແນກການທີ່ກ່ຽວຂ້ອງ,ອຳນາດການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.
ການມອບເງີນຊົດເຊີຍໃນຄັ້ງນີ້ແມ່ນເປັນການສຶບຕໍ່ມອບໃຫ້ປະຊາຊົນເປັນໄລຍະທີ 2 ເຊີງໃນໄລຍະນີ້ແມ່ນໄດ້ແບ່ງອອກເປັນ 2 ງວດຄື: ງວດທີ 1 ແມ່ນຈະໄດ້ມອບ 12 ຕື້ກ່ວາກີບ, ເທົ່າກັບ70% ຂອງຄ່າເງີນທັງໝົດ 17 ຕື້ກ່ວາກີບ ໃຫ້ປະຊາຊົນໃນຈຳນວນ 339 ຄອບຄົວ.ສ່ວນທີ່ຍັງເຫຼືອ 5 ຕື້ກ່ວາກີບຫຼືວ່າ 30% ນັ້ນ ແມ່ນຈະໄດ້ມອບໃຫ້ປະຊາຊົນໃຫ້ສຳເລັດເດືອນ 12 ປີ 2017 ນີ້.

ສ່ວນວຽກງານຍົກຍາຍຫຼືຈັນສັນທີ່ຢູ່ອາໃສເພື່ອຟູື້ນຟູຊີວິດການເປັນຢູ່ແມ່ນສຳເລັດແລ້ວ 85%ຂາດວ່າຈະໃຫ້ສຳເລັດໃນໝໍ້ນີ້.
ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳລີກ 1 ແມ່ນໄດ້ເລີມກໍ່ສ້າງໃນປີ 2014 ແຕ່ໄດ້ລົງມືຕົວຈີງແມ່ນປີ 2016 ຍ້ອນຖືກຜົນກະທົບຈາກພາຍຸ,ໂຄງການດັ່ງກ່າວນີ້ແມ່ນການລົງທືນແບບມີສ່ວນຮ່ວມຂອງບໍລິສັດGPSCຖືຮຸ້ນ 40% ບໍລິສັດໄທໂດຖືຮຸ້ນ 40% ເອກະຊົນຈາກສເກົາຫຼີຖືຮຸ້ນ10% ແລະ ບໍລິສັດໄຟຟ້າລາວຖືຮຸ້ນ 10% ຫາກສ້າງສຳເລັດຈະມີກຳລັງຜະລິດ65ເມກາວັດ, ມູນຄ່າການກໍ່ສ້າງທັງໝົດ 153,7 ລ້ານໂດລາສະຫະລັດ.

ມາຮອດປະຈຸບັນໂຄງການດັ່ງກ່າວແມ່ນສຳເລັດແລ້ວ65,9%ຂາດຄະເນວ່າຈະເລີມຕັນນ້ຳເພື່ອທົດລອງເດີນເຄື່ອງຈັກປະມານເດືອນສີງຫາປີ2018


© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.