Header Ads

ລັດຖະບານ ຕ້ອງການທຶນເຖິງ 42 ພັນກວ່າຕື້ກີບ ເພື່ອພັດທະນາໃນປີ 2018



ປີ 2018 ລັດຖະບານໄດ້ວາງຄາດໝາຍສູ້ຊົນໃຫ້ເສດຖະກິດເຕີບໂຕ7% ການເກັບລາຍຮັບທັງໝົດໃຫ້ໄດ້ໃນລະດັບບໍ່ຫລຸດ 25,452 ຕື້ກີບ ຈິ່ງມີຄວາມຈຳເປັນຕ້ອງການແຫລ່ງທຶນເພື່ອໃຊ້ເຂົ້່າໃນການພັດທະນາເສດຖະກິດ-ສັງຄົມຫລາຍເຖິງ 42,145 ຕື້ກີບ ຫລື ເພີ່ມຂຶ້ນ 5 ພັນຕື້ກວ່າກີບຈາກປີ 2017.
ປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ທີ່ປິດລົງໃນວັນທີ17 ພະຈິກຜ່ານມານັ້ນໄດ້ມີມະຕິຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບແຜນການປີ 2018 ໂດຍຄາດຄະເນຄວາມຕ້ອງການທຶນລວມເພື່ອການພັດທະນາທັງໝົດປະມານ 42,145 ຕື້ກີບຫຼືເທົ່າກັບ 28.2% ຂອງລວມຍອດມູນຄ່າຜະລິດຕະພັນພາຍໃນ; ໃນນັ້ນ, ການລົງທຶນຂອງລັດຈາກງົບປະມານພາຍໃນຈຳນວນ 4,600 ຕື້ກີບກວມເອົາ 10.9% ຂອງການລົງທຶນທັງໝົດ ປະກອບມີ:

ບ້ວງການລົງທຶນປົກກະຕິເພື່ອກໍ່ສ້າງພື້ນຖານໂຄງລ່າງຈຳນວນ 2,800 ຕື້ກີບໂດຍມີການຈັດສັນຕາມສັດສ່ວນດັ່ງນີ້:

1. ຈຳນວນ 40% ແມ່ນແກ້ໄຂໜີ້ສິນໂຄງການລົງທຶນຂອງລັດທີ່ປະຕິບັດສຳເລັດ 100%;
2. ຈຳນວນ 35% ຈັດສັນໃຫ້ໂຄງການສືບຕໍ່;
3.ຈຳນວນ25% ຈັດສັນໃຫ້ໂຄງການສະເໜີໃໝ່, ໂຄງການສົບທົບທຶນກັບຕ່າງປະເທດແລະໂຄງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ຢ່າງໜ້ອຍ 10% ຂອງເພດານທຶນທີ່ຂະແໜງ ການແລະທ້ອງຖິ່ນໄດ້ຮັບຕ້ອງຈັດສັນສະເພາະໃຫ້ວຽກງານພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງ.
ບ້ວງລົງທຶນອື່ນໆລວມທັງການຈົດຮັບ-ຈົດຈ່າຍຜ່ານງົບປະມານຈຳນວນ 1,800 ຕື້ກີບ

ໃນນັ້ນສ່ວນການລົງທຶນຂອງລັດຈາກທຶນຊ່ວຍເຫຼືອທາງການເພື່ອການພັດທະນາ 8,052 ຕື້ກີບກວມເອົາ 19.11% ຂອງການລົງທຶນລວມ; ການລົງທຶນຂອງເອກະຊົນພາຍໃນແລະຕ່າງປະເທດ 20,730 ຕື້ກີບກວມເອົາ 49.19% ຂອງການລົງທຶນລວມ; ການລົງທຶນຈາກລະບົບເງິນຕາ 8,763 ຕື້ກີບກວມເອົາ 20.8% ຂອງການລົງທຶນລວມ.


ພາບ ແລະ ຂ່າວ : ນສພ ເສດຖະກິດ-ການຄ້າ
© ຈໍາປາໂພສ |  www.champapost.com
_________




No comments

Powered by Blogger.