Header Ads

ເຈົ້າແຂວງອັດຕະປືຄົນໃຫມ່ຈົກເງິນ 10 ລ້ານກີບຊ່ວຍເຫລືອຜູ້ເຄາະຮ້າຍຈາກເຫດໄຟໄຫມ້ເຮືອນປະຊາຊົນ



ໃນຕອນບ່າຍ ວັນທີ 28 /11/2017 ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງອັດຕະປື ພ້ອມດ້ວຍ ຄະນະນຳຂອງແຂວງ ໄດ້ໄປຢ້ຽມຢາມ ໃຫ້ຄວາມອົບອຸນ, ແບ່ງເບົາຄວາມເສົ້າໂສກ ແລະ ໃຫ້ກຳລັງໃຈ ຄອບຄົວ ທ່ານ ສີທັດ ອິນທີວົງ ພະນັກງານ ບຳນານ, ອາດີດການນຳຂອງແຂວງ ທີ່ປະສົບອັກຄີໄພ ( ໄຟໄໝ້ເຮືອນ )







ໂອກາດດັ່ງກ່າວ ກໍ່ໄດ້ຕ່າງໜ້າການນຳຂອງແຂວງ ມອບເງິນ ຊ່ວຍເຫຼືອເບື້ອງຕົ້ນ ຈຳນວນ 10 ລ້ານກີບ ພ້ອມກັນນັ້ນ ທາງ ອົງການກາແດງ ແລະ ພະແນກແຮງງານແຂວງ ຍັງໄດ້ມອບ ເຄື່ອງບັນເທົາທຸກ ເປັນເຄື່ອງອຸປະໂພກ, ບໍລິໂພດ ເພື່ອແກ້ໄຂ ໃນການດຳລົງຊີວິດເບື້ອງຕົ້ນ.





ພາບ ແລະ ຂ່າວ: ອັດຕະປືອອນລາຍ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.