Header Ads

ຈີນພົບສຸສານບູຮານອາຍຸເຖິງ 2,400 ປີ ພ້ອມກັບຊາກກະດູກມ້າ ແລະ ລົດມ້າກວ່າ 3,000 ຫຼຸມ




ເມື່ອວັນທີ 8 ພະຈິກ 2017 ເວັບໄຊຊິນຫົວລາຍງານຜົນງານການຂຸດຄົ້ນສຸສານບູຮານອາຍຸເຖິງ 2,400 ປີ ນັກບູຮານຄະດີຈີນ ໃກ້ກັບເມືອງຊິນເຈິ້ງ ມົນທົນເຫີໜານ ທາງພາກກາງຂອງປະເທດ ເຕັມໄປດ້ວຍຊາກສົບມ້າເກີນ ຮ້ອຍໂຕ ແລະ ຊາກລົດມ້າບູຮານເກີນ 4 ຄັນ ຄາດວ່າເປັນຂອງຂຸນນາງ ແລະ ຮູຫຍິນສະໄໝລັດເຈີ້ງ ເມືອງຂຶ້ນໃນຍຸກຣາຊວົງໂຈວ ກົງກັບຊ່ວງ 1046–221 ປີກ່ອນ ຄ.ສ



ການຂຸດຄົ້ນທາງບູຮານຄະດີເທື່ອນີ້ມີພື້ນທີ່ກວ້າງເຖິງ 20 ເຮັກຕ້າ ພ້ອມກັບພົບຫຼຸມຝັງສົບຂະໜາດໃຫຍ່ເຖິງ 18 ແຫ່ງ ພ້ອມກັບຊາກກະດູກມ້າ ແລະ ລົດມ້າກວ່າ 3,000 ຫຼຸມ ຕັ້ງແຕ່ເດືອນກຸມພາປີນີ້ ນັກບູຮານຄະດີຂຸດພົບຊາກລົດມ້າ ແລະ ໂຄງກະດູກມ້າແລ້ວ 90 ໂຄງ

ທັງນີ້ ທ່ານ ຫຼີ່ຫົງສາງ ຜູ້ອຳນວຍການເຂດທ່ອງທ່ຽວຫຼຸມຝັງມ້າ ແລະ ລົດມ້າບູຮານຂອງລັດເຈິ້ງ ເຊື່ອວ່າໃນອະດີດຄົນໃນລັດເຈິ້ງຈະຂ້າມ້າກ່ອນແລ້ວເອົາລົງໄປຝັງໃກ້ກັບເຈົ້າຂອງຫລຸມສົບ ແລະ ເອົາລົດມ້າທີ່ແຍກສິ້ນສ່ວນອອກມາແລ້ວຟັງທັບໄວ້ເທິງອີກ

ແຫຼ່ງຂ່າວ/ຂໍ້ມູນ:  ລາວໂພສ 
© ຈໍາປາໂພສ |  www.champapost.com
ຈໍາປາໂພສ ພື້ນທີ່ລວບລວມຂ່າວສານ, ສາລະຄວາມຮູ້ ແລະ ບັນເທິງສູ່ສັງຄົມ

_________

No comments

Powered by Blogger.