Header Ads

ແຂວງໄຊຍະບູລີເປີດຂະບວນການ 2 ວັນແຫ່ງຊາດ ແລະ ຂະບວນການຜະລິດລະດູແລ້ງ ປີ 2018



ພິທີເປີດຂະບວນການວັນຊົນລະປະທານແຫ່ງຊາດ ວັນທີ 3, ວັນສັກຢາກັນພະຍາດສັດແຫ່ງຊາດ ວັນທີ 11 ແລະ ວັນເປີດຂະບວນການຜະລິດລະດູແລ້ງ ວັນທີ 15 ພະຈິກ 2018, ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ພະຈິກ 2017, ທີ່ເມືອງພຽງ, ແຂວງ ໄຊຍະບູລີ, ເຂົ້າຮ່ວມເປັນກຽດມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີເຈົ້າເມືອງ, ຮອງເຈົ້າເມືຶອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ມີພະນັກງານຫຼັກແຫຼ່ງຈາກ ເມືອງ ໄຊຍະບູລີ, ເມືອງພຽງ ແລະ ເມືອງໄຊຊະຖານ, ຕະຫຼອດເຖິງ ພໍ່ແມ່ປະຊາຊົນ ແລະ ຊາວກະສິກອນ ພາຍໃນເມືອງ ພຽງ ເຂົ້າຮ່ວມຢ່າງຫຼວງຫຼາຍ.



ພິທີດັ່ງ ທ່ານ ບົວວັນ ຄໍາຈັນ ຫົວໜ້າຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງ ພຽງ ເຊິ່ງຕາງໜ້າໃຫ້ 3 ເມືອງ ຂຶ້ນລາຍງານການຈັດຕັ້ງປະຕິບັດການຜະລິດກະສິກຳປີຜ່ານມາ ແລະ ແຜນສູ້ຊົນການຜະລິດລະດູແລ້ງປະຈຳປີ 2018, ເຊິ່ງທ່ານໄດ້ກ່າວວ່າ: ການຜະລິດລະດູແລ້ງປີ 2017 ທົ່ວແຂວງມີເນື້ອທີ່ທັງໝົດ 15.900 ເຮັກຕາ, ປະຕິບັດໄດ້ 16.519 ເຮັກຕາ, ເທົ່າກັບ 103,89%, ໃນນີ້ປູກເຂົ້ານາແຊງທັງໝົດ 2.131 ກວ່າເຮັກ, ປູກພືດຕ່າງໆ 14.387 ກວ່າເຮັກຕາ, ເປັນຕົ້ນແມ່ນ: ສາລີຫວານ, ໝາກແຕງ, ໝາກໂມ ແລະ ຜັກຕ່າງໆ, ມີສັດຕະວະແພດບ້ານທັງໝົດ 440 ຄົນ, ມີສັດລ້ຽງທັງໝົດ 3.286.088 ໂຕ, ໃນນີ້ມີ: ຄວາຍ 52.416 ໂຕ, ງົວ 147.973 ໂຕ, ໝູ 147.908 ໂຕ, ແບ້ 14.100 ໂຕ, ມ້າ 27 ໂຕ, ແກະ 62 ໂຕ, ຊ້າງ 262 ໂຕ, ໝາ 73.871 ໂຕ ແລະ ສັດ 2.849.469 ໂຕ, ເຄື່ອນໄຫວສັກຢາກັນພະຍາດສັດໄດ້ທັງໝົດ 236.805 ໂຕ, ນອກນີ້ໄດ້ເອົາໃຈໃສ່ນໍາພາປະຊາຊົນຫັນຈາກການຜະລິດແບບທຳມະຊາດໄປສູ່ການຜະລິດເປັນສິນຄ້າ, ສົ່ງເສີມການຜະລິດຕິດພັນກັບການປຸງແຕ່ງ ແລະ ນຳພາປັບປຸງຮູບແບບການຜະລິດ ຈາກຮູບແບບເກົ່າ, ເອກະເທດ ກະແຈກກະຈາຍ ໂດຍຫັນມາຈັດຕັ້ງກຸ່ມຜະລິດ ຕິດພັນກັບຕະຫຼາດເປັນຕົ້ນແມ່ນ: ກຸ່ມປູກເຂົ້ານາເປັນສິນຄ້າ, ກຸ່ມລ້ຽງສັດເປັບຟາມ, ກຸ່ມປູກພືດຜັກອິນຊີ ແລະ ອື່ນໆ, ທ່ານຍັງໄດ້ກ່າວຕື່ມອີກວ່າ: 




ເພື່ອເປັນການສະເຫຼີມສະຫຼອງວັນວັນຊົນລະປະທານແຫ່ງຊາດວັນທີ3ພະຈິກ, ເຊິ່ງແມ່ນມື້ເລີ່ຕົ້ນສ້າງຊົນລະປະທານແຫ່ງທຳອິດຢູ່ເຂດປົດປ່ອຍໃນປີ 1967, ເພື່ອຄໍ້າປະກັນໃນການຜະລິດສະບຽງອາຫານໃຫ້ພຽງພໍເພື່ອຮັບໃຊ້ໃນການຕໍ່ສູ້ກູ້ຊາດ, ວັນດັ່ງກ່າວເປັນວັນເລີ່ມຕົ້ນລົງມືເຂົ້າໃສ່ການຜະລິດລະດູແລ້ງ, ວັນທີ 11 ພະຈິກ ແມ່ນວັນສັກຢາກັນພະຍາດສັດແຫ່ງຊາດ ເຊິ່ງມີຄວາມໝາຍເພື່ອປູກຈິດສຳນືກໃຫ້ແກ່ປວງຊົວ, ແນໃສ່ປະກອບສ່ວນເຮັດໃຫ້ຝຸງສັດຂອງປະຊາຊົນມີສຸຂະພາບແຂງແຮງ, ມີທ່າອ່ຽງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ວັນທີ 15 ພະຈິກ ແມ່ນວັນເປີດຂະບວນການຜະລິດລະດູແລ້ງ, ໝາຍວ່າເປັນມື້ເລີ່ມຕົ້ນລົງມືໄຖ, ຄາດ ແລະ ຕົກກ້າ ຂອງຊາວນາ; ຕອນທ້າຍຂອງພິທີກໍ່ໄດ້ມີການມອບໃບຍັອງຍໍໃຫ້ຊາວກະສິກອນຜູ້ດີເດັ່ນໃນການຜະລິດເປັນຕົວແບບ, ຈາກນັ້ນຜູ້ເຂົ້າຮ່ວມໃນພິທີກໍ່ໄດ້ພ້ອມກັນສັກຢາກັນພະຍາດສັດ, ຮ່ວມເປີດປະຕູນໍ້າ ແລະ ຫວ່ານກ້າ ຢ່າງເປັນທາງການ.



ພາບ ແລະ ຂ່າວ : ມີເດຍລາວ 
© ຈໍາປາໂພສ |  www.champapost.com
ຈໍາປາໂພສ ພື້ນທີ່ລວບລວມຂ່າວສານ, ສາລະຄວາມຮູ້ ແລະ ບັນເທິງສູ່ສັງຄົມ
_________

No comments

Powered by Blogger.