Header Ads

ວັດທະນະທຳ-ສັງຄົມ ລາວ-ຈີນ ເປີດໂຕປື້ມເຫລັ້ມໃໝ່ ດື່ມນ້ຳຮ່ວມສາຍດຽວກັນ ຄວາມຮູ້ກ່ຽວກັບ ຄວາມຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ




ໃນ​ວັນ​ທີ 10 ພະຈິກ 2017 ທີ່​ນະຄອນຫລວງ​ວຽງ​ຈັນ, ກະຊວງ​ຖະ​ແຫລ​ງຂ່າວ, ວັດ ທະນະທຳ ​ແລະ ທ່ອງ​ທ່ຽວ ຮ່ວມ​ກັບ ສຳນັກ​ພິມ​ວິທະຍຸ ​ແລະ ​ໂທລະພາບ​ ແຂວງ​ຢຸນນານ ສປ ຈີນ ​ແລະ ບໍລິສັດ​ ສຳນັກ​ພີມ ຢຸນນານ​ກຣຸບ ສປ ຈີນ ​ໄດ້​ຈັດ​ງານ​ເປີດ​ໂຕ​ ປື້​ມ​ເຫລັ້ມ​ໃໝ່ “ດື່ມ​ນ້ຳ​ຮ່ວມ​ສາຍ​ດຽວ​ກັນ, ຄວາມ​ຮູ້​ກ່ຽວ​ກັບ ​ຄວາມ​ຮ່ວມ​ມື ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ” (ສະບັບ​ພາສາ​ລາວ)​​ ໂດຍ​ການ​ເຂົ້າ​ຮ່ວມ ​ຂອງທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດຖະມົນຕີ​ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ທ່ານ ກົ່ວ ເວີ້ຍໝິິນ (Cuo Wei Min) ຮອງຫົວໜ້າຫ້ອງວ່າການ ຖະແຫລງຂ່າວຄະນະລັດຖະບານຈີນ, ມີ​ບັນດາ​ແຂກ​​ຝ່າຍ ລາວ ​ແລະ ຈີນ, ພ້ອມ​ດ້ວຍ​ພາ​ກສ່ວນ​ກ່ຽວຂ້ອງ​ ເຂົ້າ​ຮ່ວມ.




​ໃນ​ໂອກາດ​ດັ່ງກ່າວ, ທ່ານ ວິ​ວັນ ຈັນທະ​ໂຄດ ອຳ​ນວຍ​ການ, ບັນນາທິການ​ໃຫຍ່​ ສຳນັກ​ພີມ ​ແລະ ຈຳໜ່າຍ​ປຶ້ມ​ແຫ່ງ​ລັດ ​ແລະ ທ່ານ ຫລີ​ເວີ້​ຍ ປະທານ​ບໍລິສັດ ສຳນັກ​ພີມ ຢຸນນານ​ກຣຸບ ​ໄດ້​​ຮ່ວມ​ລົງ​ນາມ​ຮ່ວມ​ມື​ ຈັດ​ພີມ​ປຶ້ມ​ຊຸດ “ ດື່ມ​ນ້ຳ​ຮ່ວມ​ສາຍ​ດຽວ​ກັນ, ຄວາມ​ຮູ້​ກ່ຽວ​ກັບ ​ຄວາມ​ຮ່ວມ​ມື ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ”. ​ເຊິ່ງກິດຈະກຳ​ດັ່ງ​ກ່າວ​, ຈະ​ສາມາດ​ພັກ​ດັນ​ ຄວາມ​ຮ່ວມ​ມື​ແລກປ່ຽນ​ ໃນ​ວົງ​ການ​ການ​ພີມຂອງ​ສອງ​ປະ​ເທດ ລາວ-ຈີນ ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ ​ໄປ​ດ້ວຍ​ດີ, ທັງ​ເປັນ​ການ​ສົ່ງ​ເສີມ​ ຄວາມ​ເປັນ​ມິດຕະພາບ ​ແລະ ຮັບ​ຮູ້​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ຂອງ​ປະຊາຊົນ​ສອງ​ຊາດ ລາວ-ຈີນ.

​ໃນໂອກາດດຽວກັນ, ທ່ານ ນາງ ບົວ​ໄຂ ​ເພັງ​ພະຈັນ ຫົວໜ້າ​ກົມ​ພີມ​ຈຳໜ່າຍ, ປະທານ​ສະມາຄົມ​ການ​ພີມ ​ແຫ່ງ ສປປ ລາວ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ກ່າວ​ວ່າ: ການຈັດ​ພີມປຶ້ມ​ດັ່ງ​ກ່າວ, ​ແມ່ນ​ເປັນ​ແບບຢ່າງ ​ຂອງ​ກິດຈະກຳ​ໜຶ່ງ ທີ່​ເພີ່​ມພູນ​ຄູນ​ສ້າງ​ ຄວາມ​ຮ່ວມ​ມື​ຂອງ​ບັນດາ​ປະ​ເທດ ​ໃນ​ລຸ່ມ​ແມ່​ນ້ຳຂອງ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ ​ແມ່ນ​ຄວາມ​ຮ່ວມ​ມື​ ລະຫວ່າງ ສປປ ລາວ ​ແລະ ສປຈີນ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

ຂ່າວ: ສົມ​ຫວັງ ພາບ: ​ໄອ່​ຄຳ /ຂປລ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.