Header Ads

ພີທີອ່ວຍນໍ້າເພື່ອດຳເນີນການກໍ່ສ້າງເຂື່ອນໄຟຟ້ານໍ້າອູ 1 ໄລຍະ 2




ພິທີອ່ວຍນໍ້າ ເພື່ອກໍ່ສ້າງເຂື່ອນໄຟຟ້ານໍ້າອູ 1 ຢູ່ເມືອງປາກອູ ໄດ້ຈັດຂື້ນໃນວັນທີ່ 8 ພະຈິກນີ້ ທີ່ບໍລິເວນຂອງເຂື່ອນ ໂດຍມີທ່ານ ສອນໄຊ ສິພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະນຳຂອງກະຊວງກ່ຽວຂ້ອງ, ແຂກຮັບເຊີນຈາກຝ່າຍລາວ ແລະ ຈີນເຂົ້າຮ່ວມ. ພິທີ ຜູ້ຕາງໜ້າບໍລິສັດຊາຍນາພາວເວີ, ຫົວໜ້າສະຖານກົງສູນໃຫຍ່ ສປຈີນ ປະຈຳພາກເໜືອ ແຂວງຫຼວງພະບາງ, ທ່ານເຈົ້າແຂວງຫຼວງພະບາງ ແລະ ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຜັດປ່ຽນກັນມີຄຳເຫັນ ໂດຍແຕ່ລະທ່ານ ໄດ້ກ່າວສະແດງຄວາມດີໃຈ ທີ່ການກໍ່ສ້າງເຂື່ອນໄຟຟ້ານໍ້າອູໃນໄລຍະທີ່ 2 ຈະໄດ້ດຳເນີນຂື້ນ ຈະເປັນການປະກອບສ່ວນທີ່ສຳຄັນໃຫ້ການພັດທະນາເສດຖະກິດສັງຄົມຂອງປະເທດລາວ ກໍ່ຄືການພັດທະນາການລົງທືນຂອງຝ່າຍຈີນ ທີ່ຕ່າງຝ່າຍ ຕ່າງມີຜົນປະໂຫຍດ.




 ທ່ານ ຄຳມະນີ ອີນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີຄຳເຫັນວ່າ: ການພັດທະນາພະລັງງານໄຟຟ້າຂອງ ລາວ ນັບມື້ນັບໄດ້ຮັບການພັດທະນາດ້ວຍບາດກ້າວທີ່ດີ ຮັບປະກັນຄວາມໝັ້ນທ່ຽງ ແລະ ກ້າວກະໂດດ ປະຊາຊົນພາຍໃນປະເທດ ໄດ້ຊົມໃຊ້ໄຟຟ້າຖາວອນໂດຍພື້ນຖານ ທັງມີການສົ່ງອອກ ເພື່ອນຳເງີນຕາເຂົ້າປະເທດຢ່າງຫຼວງຫຼາຍ ເຮັດໃຫ້ພື້ນຖານເສດຖະກິດຂອງຊາດ ນັບມື້ເຕີບໃຫຍ່ ແລະ ເຂັ້ມແຂງເປັນກ້າວໆ.



ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຂື້ນລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນໃຫ້ພິທີອ່ວຍນໍ້າ ແລະ ຊົມການຕັນແລວນໍ້າ ເພື່ອກະກຽມການກໍ່ສ້າງເຂື່ອນໄຟຟ້ານໍ້າອູໄລຍະສອງ. ເຂື່ອນໄຟຟ້ານໍ້າອູ 1 ຕັ້ງຢູ່ເຂດບ້ານຄອນຄຳ ເມືອງປາກອູແຂວງຫຼວງພະບາງ, ມີກຳລັງຕິດຕັ້ງ 180 ເມກາວັດ, ເປັນລະບົບເຂື່ອນນໍ້າລົ້ນ ເຊີ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນເມສາປີ 2016 ຄາດວ່າການກໍ່ສ້າງຈະສຳເລັດໃນປີ 2019. ສຳລັບເຂື່ອນໄຟຟ້ານໍ້າອູຢູ່ເຂດແຂວງຫຼວງພະບາງມີທັງໝົດ 3 ເຂື່ອນ, ປະຈັບບັນສຳເລັດການກໍ່ສ້າງແລ້ວ 1 ເຂື່ອນຄື: ເຂື່ອນໄຟຟ້ານໍ້າອູ 2.


ຂ່າວ-ພາບ: ອາພຸດເດດ ບຸບຜາ/ວິທະຍຸກະຈາຍສຽງແຫ່ງຊາດ

© ຈໍາປາໂພສ |  www.champapost.com
_________
 



No comments

Powered by Blogger.