Header Ads

ສານສາລະວັນ ຕັດສິນຜູ້ຂາຍຢາເສບຕິດຈຳຄຸກຕະຫຼອດຊີວິດ ພ້ອມປັບໃໝ 500 ລ້ານກີບ





ແຂວງສາລະວັນ : ໃນວັນທີ 8 ພະຈິກ 2017 ນີ້ ສານປະຊາຊົນແຂວງສາລະວັນ ໄດ້ພິຈາລະນາຕັດສິນຄະດີອາຍາເລກທີ 048/ຂຕອ ລົງວັນທີ 6 ເມສາ 2017 ຂອງ ທ້າວ ພູມສະຫວັນ ອາຍຸ 35 ປີ, ປະຊາຊົນບ້ານນາຊອນ, ເມືອງຊະນະສົມບູນ, ແຂວງຈຳປາສັກ. ໃນຖານະຂົນສົ່ງຢາເສບຕິດ (ຢາບ້າ) ໂດຍໄດ້ຕັດອິດສະລະພາບຈໍາຄຸກຕະຫຼອດຊີວິດ, ພ້ອມປັບໃໝເງິນ 500 ລ້ານກີບ, ຕາມກົດໝາຍວ່າດ້ວຍການປັບປຸງ 146 ຂອງກົດໝາຍອາຍາ. ອິງຕາມສຳນວນຄະດີໃຫ້ຮູ້ວ່າ: ໃນວັນທີ 3 ສິງຫາ 2016 ເຈົ້າໜ້າທີ່ເມືອງລະຄອນເພັງ ໄດ້ກັກຕົວຈຳເລີຍ, ຄົ້ນພົບເຫັນຢາບ້າມີໄວ້ຄອບຄອງ 4 ມັດ ຈຳນວນ 7.972 ເມັດ, ມີນ້ຳໜັກ 791 ກຣາມ ໄດ້ຍຶດ ແລະຈັບຕົວຜູ້ກ່ຽວມາດຳເນີນຄະດີຕາມກົດໝາຍ.



ຜ່ານການໄຕ່ສວນຂອງຄະນະສານ ເຫັນວ່າ: ຈຳເລີຍຍິນຍອມ ແລະຮັບສາລະພາບເປັນຄວາມຜິດຂອງຕົນເອງແທ້, ອິງໃສ່ ມາດຕາ 2 ຂໍ້ 2 ວັກ 2 ຂອງກົດໝາຍວ່າດ້ວຍການປັບປຸງ 146 ຂອງກົດໝາຍອາຍາ. ສານປະຊາຊົນແຂວງສາລະວັນ ຈື່ງຕັດສິນ ທ້າວ ພູມສະຫວັນ ທີ່ມີຢາບ້າໄວ້ຄອບຄອງເກີນກວ່າ 500 ກຣາມ ຫາ 3 ກິໂລກຣາມ ຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ, ພ້ອມຖືກປັບໃໝ 500 ລ້ານ ແລະຈະຖືກຮີບຊັບຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.









ຂ່າວ-ພາບ: ວິໄລວອນ ສິດທິໄຊ/ນສພ ສາລະວັນ

© ຈໍາປາໂພສ |  www.champapost.com
_________
 


No comments

Powered by Blogger.