Header Ads

ຄະນະຜູ້ແທນ ພັກ ປປ ລາວ ເດີນທາງໄປຊົມເຊີຍ ຜົນສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນ



ຄະນະຜູ້ຕາງໜ້າພິເສດ ຂອງ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ເດີນທາງໄປຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIX ຂອງພັກກອມມູນິດຈີນ ໃນລະຫວ່າງວັນທີ 29-31 ຕຸລາ 2017.

ໃນຕອນບ່າຍວັນທີ 30 ຕຸລາ 2017, ສະຫາຍ ນາງ ສູນທອນ ໄຊຍະຈັກ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ສີຈິນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກ ກອມມູນິດຈີນ ຢູ່ທີ່ຫໍປະຊຸມປະຊາຊົນ. ໃນການຢ້ຽມຂໍ່ານັບຄັ້ງນີ້, ສະຫາຍ ໄດ້ຕາງໜ້າໃຫ້ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ສະແດງຄວາມຊົມເຊີຍ ຢ່າງສຸດອົກສຸດໃຈ ຕໍ່ຜົນສໍາເລັດອັນສະຫງ່າງາມ ຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIX ຂອງພັກກອມມູນິດຈີນ ເຊິ່ງໄດ້ດຳເນີນ ມາແຕ່ວັນທີ 18 ຕຸລາ ແລະ ອັດລົງໃນວັນທີ 24 ຕຸລາ ຜ່ານມາ. ສະຫາຍ ຍັງໄດ້ມອບສານຊົມເຊີຍຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປປ ລາວ ໃຫ້ ສະຫາຍ ສີຈິນຜິງ ເນື່ອງໃນໂອກາດ ທີ່ໄດ້ຮັບເລືອກຕັ້ງ ໃຫ້ດໍາລົງຕໍາແໜ່ງ ເປັນເລຂາທິການໃຫຍ່ ຄະນະກໍາມະການ ສູນກາງພັກກອມມູນິດຈີນ ອີກສະໄໝໜຶ່ງ.

ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ຕີລາສູງ ຜົນສໍາເລັດຂອງການດໍາເນີນ ກອງປະຊຸມໃຫຍ່ຄັ້ງທີ XIX ຂອງພັກກອມມູນິດຈີນ ເຊິ່ງເປັນເຫດການການເມືອງ ທີ່ມີຄວາມໝາຍສຳຄັນຍິ່ງ ໃນຊີວິດການເມືອງ ຂອງພັກກອມມູນິດຈີນ ທີ່ໄດ້ໄຂຂຶ້ນໃນໄລຍະທີ່ສໍາຄັນ ຂອງການກໍານົດຍຸດທະສາດ ແລະ ວາງແນວທາງນະໂຍບາຍ ເພື່ອບັນລຸເປົ້າໝາຍການສ້າງສັງຄົມ ອັນອິ່ມໜຳສຳລານຮອບດ້ານ ແລະ ຄວາມຝັນຂອງຈີນ ໃນການຟື້ນຟູຄວາມຮຸ່ງເຮືອງ ສີວິໄລຂອງເຊື້ອຊາດຈີນ ໃຫ້ປະກົດຜົນເປັນຈິງ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາ ອັນສະຫລາດສ່ອງໃສ ຂອງພັກກອມມູນິດຈີນ ທີ່ຖື ສະຫາຍ ສີຈິນຜິງ ເປັນແກນກາງນັ້ນ, ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ຈະສາມາດຍາດໄດ້ໄຊຊະນະໃໝ່, ຮອບດ້ານ ແລະ ໃຫຍ່ຫລວງກວ່າເກົ່າ ໃນການສ້າງປະເທດສັງຄົມນິຍົມ ທີ່ທັນສະໄໝຕາມສີສັນພິເສດຂອງຈີນ, ບັນລຸບັນດາເປົ້າໝາຍ ຍຸດທະສາດ ແລະ ພາລະກໍາປະຫວັດສາດ ຂອງພັກກອມມູນິດຈີນ ທີ່ມີກຽດສະຫງ່າຢ່າງມີໄຊ. ພ້ອມ​ນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ຍັງໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມ ຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ ຕະຫລອດໄລຍະທີ່ຜ່ານມາ.

ສະຫາຍ ສີຈິນຜິງ ໄດ້ສະແດງຄວາມຂອບໃຈ ສະຫາຍຜູ້ຕາງໜ້າພິເສດຂອງ ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ທີ່ໄດ້ນໍາເອົາຄວາມຊົມເຊີຍຂອງ ຄະນະບໍລິຫານງານ ສູນກາງພັກ ປປ ລາວ ຕໍ່ຜົນສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນ ແລະ ສານຊົມເຊີຍຂອງ ສະຫາຍ ບຸນຍັງ ວໍລະຈິດ ໃນໂອກາດທີ່ສະຫາຍ ໄດ້ຖືກເລືອກຕັ້ງ ເປັນເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກ ກອມມູນິດຈີນ ອີກສະໄໝໜຶ່ງ ເຊິ່ງເປັນການ ປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມສ້າງສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ. ສະຫາຍ ສີຈິນຜິງ ຍັງໄດ້ແຈ້ງໃຫ້ຄະນະຊາບ ກ່ຽວກັບຜົນສໍາເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນ ທີ່ຜ່ານມາ. ສະຫາຍ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດ ໃນການສ້າງສາພັດທະນາທີ່ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ປະຊາຊົນລາວອ້າຍນ້ອງ ພາຍໃຕ້ການນໍາພາຂອງພັກ ປປ ລາວ ທີ່ມີ ສະຫາຍ ບຸນຍັງ ວໍລະຈິດ ເປັນຜູ້ນໍາໜ້ານັ້ນ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນການພັດທະນາ ປະເທດຊາດຂອງຕົນ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວມາຍັງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ.

ໃນໄລຍະຢ້ຽມຢາມ ແລະ ເຮັດວຽກທີ່ ສປ ຈີນ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຍັງໄດ້ພົບປະກັບ ສະຫາຍ ຊົ້ງທາວ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ເຊິ່ງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບພົ້ນເດັ່ນ ພາຍໃນປະເທດຂອງຕົນ ແລະ ປຶກສາຫາລືທິດທາງ ໃນການຮ່ວມມື ລະຫວ່າງ ສອງພັກ ກໍຄື ສອງຄະນະພົວພັນຕ່າງປະເທດ ສູນກາງພັກ ລາວ-ຈີນ ເພື່ອສືບຕໍ່ເພີ່ມພູນຄູນສ້າງ ສາຍພົວພັນແບບຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ໄດ້ຮັບການ ເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນ ຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວ/ຂໍ້ມູນ:  ຂປລ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.