Header Ads

ລັດຖະບານລາວ ຊື້ຮຸ້ນບີລາຍ 78% ພັດທະນາການບໍລິການ ດ້ານໂທລະຄົມ




ລັດຖະບານລາວ ຊື້ຮຸ້ນຂອງບໍລິສັດ ວິມເປວຄອມລາວ ຈຳກັດ ຫລື Beeline (ບີລາຍ) 78% ໃນມູນຄ່າ 22 ລ້ານໂດລາສະຫະລັດ, ພາຍໃຕ້ເງື່ອນໄຂ ບໍລິສັດບໍ່ມີໜີ້ສິນ ແລະ ອີກສອງສາມເດືອນຂ້າງໜ້າ ພາຍຫລັງຊໍາເງິນໝົດ ລັດຖະບານ ຈະເຂົ້າໄປບໍລິຫານ ເພື່ອພັດທະນາການບໍລິການ ດ້ານໂທລະຄົມມະນາຄົມ ໃຫ້ແກ່ປະຊາຊົນບັນດາເຜົ່າ ຢ່າງເຕັມຮູບແບບ. ຮ່ວມ​ລົງ​ນາມ​ໃນ​ການ ​ຊື້-ຂາຍ ​ຮຸ້ນ​ດັ່ງກ່າວ, ຕາງ​ໜ້າ​ໃຫ້​ລັດຖະບານ​ລາວ ​ແມ່ນ ທ່ານ ສີລາ ວຽງແກ້ວ ຮອງລັດຖະມົນຕີ ກະຊວງການເງິນ ​ແລະ ທ່ານ ລິຊາເຈມ (RICHARD JAMES) ອຳນວຍການກຸ່ມການເງິນ ບໍລິສັດວິມເປວຄອມລາວຈຳກັດ.




ໂອກາດ​ນີ້, ທ່ານ ພູຂົງ ຈິດຮູບໂລກ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງໄປ ສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້​ໃຫ້​ຮູ້​ວ່າ: ​ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍວິສາຫະກິດ ແລະ ລະບຽບການຕ່າງໆຂອງ ສປປ ລາວ ລັດຖະບານລາວ ຈຶ່ງຕັດສິນໃຈຊື້ຮຸ້ນ ຕາມການສະເໜີຂາຍ ຂອງຝ່າຍຮຸ້ນຕ່າງປະເທດ ຂອງບໍລິສັດ ວິມເປວຄອມລາວ ຈຳກັດ ​ເຊິ່ງການຊຳລະ​ເງິນ​ ແບ່ງອອກເປັນ 2 ງວດ ຄື: ງວດທຳອິດຊຳລະ 13 ລ້ານໂດລາສະຫະລັດ ພາຍໃນ 60 ວັນ ນັບແຕ່ມື້ເຊັນສັນຍາ ແລະ ງວດທີສອງ ຈຳນວນ 9 ລ້ານໂດລາສະຫະລັດ ກຳນົດ 120 ວັນ. ຈາກ​ນັ້ນ ລັດຖະບານ ກໍຄື ກະຊວງການເງິນ ຈະເຂົ້າໄປບໍລິຫານ.



ປັດຈຸບັນບໍລິສັດ​ດັ່ງກ່າວ, ມີເຄື່ອຂ່າຍໂທລະສັບ ມືຖືກວມເອົາ 11 ແຂວງທົ່ວປະເທດ ແລະ ມີແຜນຂະຫຍາຍ ເຄື່ອຂ່າຍ ໃຫ້ຄວບຄຸມພື້ນທີ່ເຂດບໍລິການກວມເອົາທຸກໆແຂວງ ພ້ອມກັບການໃຫ້ບໍລິ ການອິນເຕີເນັດ ໂດຍອີງໃສ່ ເຕັກໂນໂລຊີ GPON ເຊິ່ງມີສູນການຢູ່ ນະຄອນຫລວງວຽງຈັນ ແລະ ແຂວງສະຫວັນນະເຂດ, ອີງຕາມສະຖິຕິ ຮອດທ້າຍເດືອນກັນຍາ 2017 ບໍລິສັດເປັນຜູ້ສະໜອງ ບໍລິ ການໃຫ້ແກ່ລຸກຄ້າ ໂທລະສັບມືຖື ຫລາຍກວ່າ 260.000 ໝາຍເລກ ແລະ ມີລູກຄ້າ ທີ່ໃຊ້ອິນເຕີເນັດແບບໃຊ້ສາຍຈຳນວນ 2.200 ຈຸດບໍລິການ.

ຂ່າວ-ພາບ: ກະຊວງການເງິນ

No comments

Powered by Blogger.