Header Ads

ທ່ານ​ນາຍົກລັດຖະມົນຕີ ຕ້ອນຮັບ​ຄະນະ​ຜູ້​ແທນ​ຕາງໜ້າພິ​ເສດ​ຂອງ​ລັດຖະບານ​ມາ​ເລ​ເຊຍ




​​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 31 ຕຸລາ 2017 ທີ່​ສຳນັກງານ​ນາຍົກລັດຖະມົນຕີ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ໄດ້​ໃຫ້ການ​ຕ້ອນຮັບ ການ​ເຂົ້າຢ້ຽມຂໍ່ານັບ​ຂອງ ທ່ານ ຕຸ​ນ ​ແຊມ​ມີ ​ເວ​ລູ ຜູ້ຕາງໜ້າພິ​ເສດ ຂອງ​ລັດຖະບານ​ມາ​ເລ​ເຊຍ ພ້ອມ​ດ້ວຍ​ຄະນະ ​ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສປປ ລາວ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ ທ່ານ ບົວ​ສອນ ບຸບຜາ​ວັນ ຫົວໜ້າສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ແຫ່ງ​ຊາດ ​ໃນ​ລະຫວ່າງ​ວັນ​ທີ 29 ຕຸລາ ຫາ 01 ພະຈິກ 2017.



​​ໃນ​ການ​ເຂົ້າຢ້ຽມຂ່ຳນັບ​ຄັ້ງນີ້, ທ່ານ​ນາຍົກລັດຖະມົນຕີ ກໍ່​ໄດ້​ກ່າວ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ ຕໍ່ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ ລາວ-​ມາ​ເລ​ເຊຍ ທີ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ ​ແລະ ຮັດ​ແໜ້ນ ຕະຫຼອດຫຼາຍສິບ​ປີ​ທີ່​ຜ່ານ​ມາ ​ໂດຍສ​ະ​ເພ​າະ ​ແມ່ນ​ການ​ເດີນທາງ​ໄປ​ຢ້ຽມຢາມ​ມາ​ເລ​ເຊຍຢ່າງ​ເປັນ​ທາງ​ການ ຂອງ​ທ່ານ​ນາຍົກລັດຖະມົນຕີ ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ​ຂອງ​ລາວ ​ເມື່ອ​ບໍ່ດົນ​ມານີ້ ທີ່​ໄດ້​ມີ​ການ​ພົບ​ປະກັນ ​ແລະ ​ເຫັນ​ດີ ​​ພ້ອມ​ກັນເພີ່ມ​ທະວີ​ການ​ຮ່ວມ​ມື ​ໃນຫຼາຍຂະ​ແໜງການ. ​ໃນ​ຂະນະ​ທີ່​ຢ້ຽມຢາມ​ມາ​ເລ​ເຊຍ ຂອງ​ທ່ານ​ນາຍົກລັດຖະມົນຕີ ຍັງ​ໄດ້​ມີ​ໂອກາດ​ພົບ​ປະ ແລະ ສະເໜີບັນດາທ່າແຮງຂອງລາວ ຕໍ່​ກັບ​ບັນດາ​ນັກທຸລະກິດຂອງມາເລເຊຍ ທີ່ມີຄວາມສົນໃຈຈະມາລົງທຶນຢູ່ ສປປ ລາວ. ມາຮອດປະຈຸບັນ, ນັກທຸລະກິດມາເລເຊຍ ໄດ້ມີການມາລົງທຶນຢູ່ ສປປ ລາວເພີ່ມຂຶ້ນຫຼາຍ ຈົນກາຍເປັນປະເທດອັນດັບທີ 4 ທີ່ມີການລົງທຶນຢູ່ ສປປ ລາວ ຫຼາຍກວ່າ 1 ຕື້​ໂດ​ລາ​ສະຫະລັດ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການເດີນທາງມາເຮັດວຽກຢູ່ລາວ ຂອງຄະນະຜູ້ຕາງໜ້າພິ​ເສດ ຂອງ​ລັດຖະບານ​ມາ​ເລ​ເຊຍ ກໍ່ຄືໝາກຜົນຂອງການພົບປະແລກປ່ຽນ ແລະ ການຮ່ວມມືສອງຝ່າຍ.


​​ໂອກາດ​ນີ້, ທ່ານນາຍົກລັດຖະມົນຕີ ແລະ ທ່ານ ຕຸ​ນ ​ແຊມ​ມີ ​ເວ​ລູ ຍັງໄດ້ແລກປ່ຽນບາງ​ແນວ​ຄວາມ​ຄິດ ທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ ໂດຍສະເພາະ ​ແມ່ນການລົງທຶນ​ໃສ່​ພື້ນຖານ​ໂຄງ​ລ່າງ ຢູ່ ສປປ ລາວ ທີ່ກ່ຽວພັນເຖິງການເຊື່ອມໂຍງໃນພາກພື້ນ ແລະ ສາກົນ ​ເຊັ່ນ: ການພັດທະນາລະບົບການຂົນສົ່ງທາງ​ລົດ, ທາງ​ລົດ​ໄຟ ​ແລະ ທາງ​ອາກາດ ​ເພື່ອ​ໃຫ້ ສປປ ລາວ ກາຍ​ເປັນ​ໃຈ​ກາງ​ທາງ​ຜ່ານ ທາງ​ດ້ານ​ຄົມມະນາຄົມ​ຂົນ​ສົ່ງ ​ເພາະວ່າ ສປປ ລາວ ບໍ່ມີ​ທາງ​ອອກ​ສູ່​ທະ​ເລ; ການພັດທະນາພະລັງງານສະອາດ ​ເປັນ​ຕົ້ນ ພະລັງງານ​ແສງຕາ​ເວັນ ​ແລະ ພະລັງງານ​ລົມ, ສຳຄັນທີ່​ສຸດ ທ່ານ​ນາຍົກລັດຖະມົນຕີ ຍັງ​ໄດ້​ເນັ້ນ​ໃຫ້​ພ້ອມກັນຊອກ ​ແລະ ຂະຫຍາຍ​ຕະຫຼາດ. ທ່ານ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ສະ​ແດງ​ຄວາມຊົມເຊີຍຕໍ່ການຕັດສິນໃຈຊື້ພະລັງງານໄຟຟ້າຈາກ ສປປ ລາວ ຈຳນວນ 100 ເມັກກາວັດ ໂດຍຜ່ານສາຍສົ່ງຂອງປະເທດໄທ.
​​ໃນ​ໂອກາດ​ພົບ​ປະນີ້, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຫວັງວ່າ ການມາເຮັດວຽກຂອງຄະນະຜູ້ຕາງພິເສດ ຂອງລັດຖະບານມາເລເຊຍ ເທື່ອນີ້ ຈະເປັນການເປີດທາງໃຫ້ແກ່ການຊຸກຍູ້ສົ່ງເສີມການລົງທຶນໃນ ສປປ ລາວ ​ໃຫ້ນັບມື້ນັບເພີ່ມຂຶ້ນໄປອີກ.


​ໃນຕອນທ້າຍ, ທ່ານ ຕຸ​ນ ​ແຊມ​ມີ ​ເວ​ລູ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ທອງລຸນ ສີສຸລິດ ແລະ ຄະນະນຳຂັ້ນສູງຂອງ ສປປ ລາວ ຊຶ່ງຈະໄດ້ນຳເອົາ ຜົນສຳເລັດຂອງການເດີນທາງມາເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໄປລາຍງານຕໍ່ ທ່ານນາຍົກລັດຖະມົນຕີ ແຫ່ງປະເທດມາເລເຊຍ ຮັບຊາບ ເພື່ອຈະໄດ້ພ້ອມກັນຊຸກຍູ້ສົ່ງເສີມ ໃຫ້ບັນດາຫົວໜ່ວຍທຸລະກິດຂອງມາເລເຊຍ ໄດ້ມີການມາລົງທຶນ ໃນບັນດາທ່າແຮງສຳຄັນຂອງຂະແໜງການຕ່າງໆຂອງລາວ ໃນອະນາຄົດ. 


ພາບ-ຂ່າວ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ຈໍາປາໂພສ |  www.champapost.com
_________
 


No comments

Powered by Blogger.