ພິທີເປີດຊຸດຝຶກອົບຮົມ ທິດສະດີການເມືອງ - ການປົກຄອງ ຊຸດທີ II
ໃນຕອນເຊົ້າ ຂອງວັນທີ 23 ຕຸລາ 2017, ສະຖາບັນການຕ່າງປະເທດ, ກົມຈັດຕັ້ງ ແລະ ພະນັກງານ ກະຊວງການຕ່າງປະເທດ ຮ່ວມກັບ ສະຖາບັນການເມືອງ - ການປົກຄອງ ແຫ່ງຊາດ ໄດ້ຈັດພິທີເປີດ ຊຸດຝຶກອົບຮົມ ທິດສະດີການເມືອງ - ການປົກຄອງ ໄລຍະສັ້ນ 45 ວັນ, ຊຸດທີ II ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດ ແລະຄະນະພົວພັນຕ່າງປະເທດສູນກາງພັກ ຂື້ນ ຢູ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ຊຸດຝຶກອົບຮົມດັ່ງກ່າວ ຈະດຳເນີນໄປນັບແຕ່ວັນທີ 23 ຕຸລາ 2017 ຈົນເຖິງ 22 ທັນວາ 2017, ໂດຍມີ ຜູ້ເຂົ້າຮ່ວມທັງໝົດຈໍານວນ 47 ທ່ານ, ຍິງ 13 ທ່ານ.
ໃຫ້ກຽດເປັນປະທານພິທີເປີດຄັ້ງນີ້ ມີທ່ານ ແສງເພັດ ຮຸ່ງບຸນຍວງ , ຮອງເລຂາຄະນະບໍລິຫານງານພັກ, ຮອງ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຮອງສາດສະດາຈານສະໝຸດຟອງສົມພານິດ, ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ ບັນດາຄູອາຈານຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ບັນດາທ່ານຜູ້ຕາງໜ້າຈາກກົມຕ່າງໆ ພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນການຕ່າງປະເທດສູນກາງພັກ ແລະຜູ້ເຂົ້າຮ່ວມຝຶກອົບຮົມ.
ທ່ານ ທ່ຽງ ບຸບຜາ, ຫົວໜ້າສະຖາບັນການຕ່າງປະເທດໄດ້ຂື້ນລາຍງານແຜນການຝຶກອົບຮົມ ທິດສະດີ ການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ, ຊຸດທີ II ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງພາຍໃນກະຊວງການ ຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ຊຶ່ງຕະຫຼອດໄລຍະເວລາດັ່ງກ່າວຜູ້ເຂົ້າຮ່ວມຝຶກອົບຮົມ ຈະໄດ້ຍົກລະດັບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ-ການປົກຄອງ, ຄົ້ນຄ້ວາຮ່ຳຮຽນ ທິດສະດີມາກ-ເລນິນ, ແນວທາງການປ່ຽນແປງ ໃໝ່ຂອງພັກໃນແຕ່ລະໄລຍະ, ການຝຶກອົບຮົມນີ້ ແນ່ໃສ່ເພື່ອໃຫ້ພະນັກງານນຳພາ-ຄຸ້ມຄອງ, ພະນັກງານສືບທອດ ກໍຄືສະມາຊິກພັກ, ພະນັກງານຫຼັກແຫຼ່ງ ມີວິທີການເຮັດວຽກທີ່ຖືກຕ້ອງ ແລະ ຮູ້ໝູນໃຊ້ ບັນດາບົດຮຽນດັ່ງກ່າວເຂົ້າໃນໜ້າທີ່ວຽກງານຂອງຕົນ.
ໃນພິທີດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ປະທານພິທີໄດ້ໃຫ້ຄຳໂອວາດແລະທິດຊີ້ນຳໂດຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຝຶກອົບຮົມເທື່ອນີ້ ແມ່ນການຜັນຂະຫຍາຍມະຕິ ຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 13 ແລະແຜນບຳລຸງ-ກໍ່ສ້າງພະນັກງານຂອງກະຊວງການຕ່າງປະເທດກໍຄືເພື່ອເຮັດໃຫ້ການປະຕິບັດວຽກງານພາຍໃນຂອງກະຊວງການຕ່າງປະເທດໃຫ້ມີປະສິດທິຜົນສູງຂື້ນກວ່າເກົ່າຕາມຄຳຂວັນຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 13 ວາງອອກຄື: “ຍົກສູງຄວາມສາມາດ, ລັກສະນະນຳໜ້າແລະຄວາມເປັນເຈົ້າການຂອງພະນັກງານໃນຂະແໜງການຕ່າງປະເທດຕໍ່ການປະຕິບັດແນວທາງການຕ່າງປະເທດ”. ພ້ອມດຽວກັນນີ້, ກໍເພື່ອສ້າງໃຫ້ບັນດາສະມາຊິກພັກ, ພະນັກງານນຳພາ-ຄຸ້ມຄອງມີທັດສະນະຫຼັກໝັ້ນຊົນຊັ້ນໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດແລະມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີແບບແຜນດຳລົງຊີວິດປອດໃສແລະມີວິທີການເຮັດວຽກທີ່ຖືກຕ້ອງ,ນອກຈາກນັ້ນ, ກໍເພື່ອປະຕິບັດ ແຜນພັດທະນາຊັບພະຍາກອນມະນຸດຂອງ ກະຊວງການຕ່າງປະເທດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ທ່ານປະທານພິທີຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຊຸດຮຽນກໍຄື ສະຖາບັນການຕ່າງປະເທດ, ກົມຈັດຕັ້ງ ແລະ ພະນັກງານພ້ອມດ້ວຍຄູອາຈານທີ່ມາຈາກ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ທີ່ໄດ້ເອົາໃຈໃສ່ໃນການກະກຽມຈັດຊຸດຝຶກອົບຮົມນີ້ຂຶ້ນ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ສາມາດກຳໄດ້ພື້ນຖານທາງດ້ານທິດສະດີ, ຮູ້ໝູນໃຊ້ທິດສະດີ ເຂົ້າໃນການຊີ້ນຳ-ນຳພາ ວຽກງານຂອງຕົນພາຍໃນກະຊວງການຕ່າງປະເທດ.
ແຫຼ່ງຂ່າວ: ກະຊວງການຕ່າງປະເທດn
Post a Comment