Header Ads

ສຳເລັດໂຄງການກໍ່ສ້າງສູນອົບຮົມ ແມ່ຍິງລາວ ມູນຄ່າ 47,9 ຕື້ ກ່ວາກີບ


ພິທີມອບ - ຮັບໂຄງການ ກໍ່ສ້າງສູນອົບຮົມແມ່ຍິງລາວ ໄດ້ຈັດຂຶ້ນເມື່ອວັນທີ 20 ຕຸລາ ຜ່ານມານີ້ ທີ່ສຳນັກງານສູນດັ່ງ ກ່າວ ນະຄອນຫຼວງວຽງຈັນ ລະ ຫວ່າງຜູ້ຮັບເໝົາກໍ່ສ້າງ ຊຶ່ງຕາງ ໜ້າ ໂດຍທ່ານ ນາງ ສຸດສະດີ ລືໄຊ ປະທານບໍລິສັດລືໄຊກໍ່ ສ້າງ ແລະ ເຈົ້າຂອງໂຄງການ ຕາງໜ້າ ໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານ ສູນກາງ ສະຫະພັນແມ່ຍິງລາວ ໂດຍ ການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວ ສ້າງຊາດ, ມີບັນດາແຂກຖືກ ເຊີນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.




ໃນພິທີ ທ່ານ ນາງ ສຸດສະດີ ລືໄຊ ໄດ້ລາຍງານ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວໄດ້ເລີ່ມລົງມື ກໍ່ສ້າງໃນເດືອນ 10 ປີ 2015 ແລະ ສຳເລັດໃນວັນທີ 4/9/ 2017 ຕາມສັນຍາແມ່ນ 36 ເດືອນ ແຕ່ປະຕິບັດຕົວຈິງແມ່ນ 18 ເດືອນ ສຳເລັດກ່ອນຄາດ ໝາຍ 18 ເດືອນ, ໂຄງການນີ້ ເປັນອາຄານ 6 ຊັ້ນ, ເຄື່ອງວັດ ຖຸຕ່າງໆທີ່ປະກອບເຂົ້າໂຄງ ການລ້ວນແລ້ວແຕ່ເປັນເຄື່ອງ ທີ່ທັນສະໄໝ, ມີຄຸນນະພາບດີ ໄດ້ມາດຕະຖານ ລວມມູນຄ່າ ຂອງໂຄງການແມ່ນ 47,9 ຕື້ ກ່ວາກີບ.

ໃນໂອກາດນີ້ ທາງບໍ ລິສັດຜູ້ຮັບເໝົາກໍ່ສ້າງກໍຍັງໄດ້ ປະກອບສ່ວນທຶນຮອນ ແລະ ມອບພາຫະນະປະເພດລົດ ໃຫຍ່ ຈຳນວນ 2 ຄັນ ລວມມູນ ຄ່າ 1 ຕື້ກ່ວາກີບ ໃຫ້ສູນອົບ ຮົມແມ່ຍິງລາວນຳໃຊ້ເຂົ້າໃນ ວຽກງານຂອງສູນ. ທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານສູນ ກາງສະຫະພັນແມ່ຍິງລາວ ກ່າວວ່າ: ພາຍຫຼັງການມອບ - ຮັບສູນອົບຮົມແມ່ຍິງລາວແຫ່ງ ນີ້ຈະໄດ້ຈັດເປັນສະຖານທີ່ໂຮມ ຊຸມນຸມ, ຈັດກອງປະຊຸມ, ຈັດ ຝຶກອົບຮົມ ແລະ ນຳໃຊ້ເປັນ ບ່ອນວາງສະແດງຜົນງານຜະ ລິດຕະພັນທາງດ້ານຫັດຖະ ກຳ, ກະສິກຳຂອງເອື້ອຍນ້ອງ ແມ່ຍິງໃຫ້ໄດ້ຮັບຜົນປະໂຫຍດ ສູງສຸດ.

 ພິເສດຍັງຈະນຳໃຊ້ ເປັນສະຖານທີ່ຮັບຮອງແຂກ ສະຫະພັນແມ່ຍິງຈາກປະເທດ ເພື່ອນມິດ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຫຼຸຸດຜ່ອນຄ່າ ໃຊ້ຈ່າຍ ແລະ ອື່ນໆ. ໃນໂອກາດດຽວກັນນີ້ ທ່ານ ໄຊສົມພອນ ພົມວິຫານ ໄດ້ ຮ່ວມກັບແຂກທີ່ເຂົ້າຮ່ວມງານ ຕັດແຖບຜ້າ, ລັ່ນຄ້ອງເກົ້າບາດ ເພື່ອມອບ - ຮັບອາຄານດັ່ງ ກ່າວຢ່າງເປັນທາງການ

 ທີ່ມາ: ຫນັງສືພິມປະຊາຊົນ

No comments

Powered by Blogger.