Header Ads

ໂຣຮິງຢາຍັງໜີຕາຍຈາກເຫດການຄວາມຮຸນແຮງໃນລັດຍະໄຂ່ເຂົ້າສູ່ປະເທດບັງກາລາເທດ



ວັນທີ 7 ຕຸລາ 2017 ຜ່ານມານີ້ ຊີຈີທີວີ (CGTV) ເປີດເຜີຍແຜ່ຄລິບຈາກກຸ່ມອາຣາກັນ ວິນາທີທີ່ຊາວໂຣຮິງຢາກຳລັງລອຍນໍ້າໜີຄວາມຮຸນແຮງໃນລັດຍະໄຂ່  ປະເທດມຽມມາ ໃນບໍລິເວນເມືອງ ບູຕີຕ່ອງ ໂດຍຄລີບວິດີໂອນີ້ຖືກເຜິຍແຜ່ອອກມາໃນວັນທີ 5 ແລະ 6 ຕຸລາ 2017 ຜ່ານມານີ້ ເຖິງແມ່ນວ່າລັດຖະບານມຽນມາຮັບປະກັນແລ້ວວ່າຢຸດການອົບພະຍົບຂອງຊາວໂຣຮິງຢາໜີໄປປະເທດບັງກາລາເທດກໍຕາມ.


ມີຂໍ້ມູນລາຍງານຈາກສໍານັກຂ່າວຕ່າງປະເທດວ່າ ສະຖານະການທີ່ເກີດຂຶ້ນໃນຕອນນີ້ມີຊາວໂຣຮິງຢາເລີ່ມປະເຊີນກັບການອົດຍາກ ແລະ ບໍ່ສາມາດໜີອອກຈາກພື້ນທີ່ໄດ້ ເນື່ອງຈາກກອງທັບມາປິດກັ້ນບໍລິເວນທີ່ເປັນເສັ້ນທາງໜີ່ອອກຈາກພື້ນທີ່ເກີດຄວາມຮຸນແຮງ .

No comments

Powered by Blogger.