ຈັບແມ່ຍິງລາວ 31 ຄົນ ຂາຍບໍລິການຢູ່ໄທ ອ້າງຢູ່ບ້ານເກີດບໍ່ມີວຽກເຮັດ
![](https://blogger.googleusercontent.com/img/b/R29vZ2xl/AVvXsEho2pegxmbSPNvj-V5KXhEAPkoEUtvDYkyHzGkQxGKvnDS2cC1kCTX9uoPwC-fGkSyQPeHwm4qRf3QBjYZXdLl16Zp-v4X7Sw3j3RDGivdvg1wyTduZrfFHzJ85ASdc1bxuh1xFNB4JLz6D/s1600/17.jpg)
ສຳນັກຂ່າວທ້ອງຖິ່ນໃນໄທລາຍງານເມື່ອວັນທີ 3 ຕຸລາ 2017 ທີ່ຜ່ານມາວ່າ: ເຈົ້າໜ້າທີ່ປະຕິບັດພາລະກິດປ້ອງກັນ ແລະ ປາບປາມການຄ້າມະນຸດ ໄດ້ລົງກວດກາໃນເຂດຕະຫຼາດເມືອງທອງແລນ ອຳເພີສຣີຣາຊາ ຈັງຫວັດຊົນບຸຣີ ພາຍຫຼັງໄດ້ຮັບຄຳຮ້ອງຮຽນວ່າມີກຸ່ມຜູ້ຍິງອອກມາຂາຍບໍລິການ ໂດຍຈະມີຜູ້ຈັດຫານຳລົດກະບະມາສົ່ງຜູ້ຍິງໃນບໍລິເວນດັ່ງກ່າວ ຈາກນັ້ນກຸ່ມນັກທ່ອງທ່ຽວກໍ່ຈະມາຕິດຕໍ່ ແລະ ຕົກລົງລາຄາໃນລາຄາປະມານ 1,000 - 1,200 ບາດ ກ່ອນຈະໄປຫຼັບນອນນຳກັນຕາມໂຮງແຮມ ແລະ ບ້ານພັກໃນຂົງເຂດດັ່ງກ່າວ ຈາກການກວດຄົ້ນຫ້ອງເຊົ່າ ພົບແມ່ຍິງຂາຍບໍລິການສັນຊາດລາວ 31 ຄົນ, ຄົນໄທ 1 ຄົນ ອາຍຸຕັ້ງແຕ່ 20-25 ປີ ໂດຍຂະນະທີ່ດຳເນີນການຈັບກຸ່ມພົບມີຜູ້ຊາຍມາໃຊ້ບໍລິການ 8 ຄົນ.
ຈາກການສອບຖາມແມ່ຍິງຄົນລາວທີ່ຂາຍບໍລິການກ່າວວ່າ ໄດ້ເດີນທາງໄປຈາກນະຄອນຫຼວງວຽງຈັນດ້ວຍລົດເມ ເນື່ອງຈາກມີໝູ່ທີ່ເຄີຍເດີນທາງໄປເຮັດວຽກຢູ່ກ່ອນແນະນຳ ເພາະຢູ່ລາວບໍ່ມີວຽກເຮັດ ໂດຍຖືໜັງສືເດີນທາງເຂົ້າມາເປັນນັກທ່ອງທ່ຽວ ແລ້ວເຂົ້າມາເຊົ້າເຮືອນຢູ່ກັບໝູ່ 2 ຄົນ ເມື່ອເຖິງເວລາເຮັດວຽກກໍ່ຈະເດີນທາງມາທີ່ເຮືອນຫຼັງດັ່ງກ່າວ (ບ່ອນຖືກຈັບ) ເມື່ອນັກທ່ອງທ່ຽວມາ ແລະ ຖືກໃຈກໍ່ຈະພາກັນຂຶ້ນຫ້ອງໂດຍໄດ້ຄ່າຕົວຄັ້ງລະ 1,000 ບາດ ແລະ ຈະຈ່າຍໃຫ້ຄົນດູແລ 300 ບາດ ເຊິ່ງຕົນກໍ່ຫາກໍ່ເດີນທາງມາເຮັດວຽກໄດ້ພຽງ 4 ເດືອນເທົ່ານັ້ນ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEgJ6vR3Upe6_trODKLiwOZRnYyM3iA459f6tTFcOyHFoyXtwzrcmm3bWcyTW5Y-ush-jukvhFhVzGiZ8j_O0wCgW5aam1P9IORjo-R_AxSBjhZcV-uIx0k3D5WcvA04OTRqZuQV4b0T_fA8/s1600/16.jpg)
ໃນເບື້ອງຕົ້ນເຈົ້າໜ້າທີ່ໄທດຳເນີນຄະດີກັບແມ່ຍິງລາວກຸ່ມດັ່ງກ່າວໃນຂໍ້ຫາຄ້າປະເວນີ ສ່ວນຜູ້ເປີດຫ້ອງຖືກດຳເນີນຄະດີໃນຂໍ້ຫາເຮັດທຸລະກິດໂຮງແຮມໂດຍບໍ່ໄດ້ຮັບອະນຸຍາດ.
ທີ່ມາ: ອິດສະຫຼະ
Post a Comment