Header Ads

ທ່ານ ຮອງນາຍົກ ຮ່ວມໃສ່ບາດກັບມວນຊົນ ໃນໂອກາດບຸນອອກພັນສາ


ວັນທີ 5 ຕຸລາ 2017 ກົງກັບມື້ຂຶ້ນ 15 ເດືອນ 11 ລາວ ເຊິ່ງເປັນວັນບຸນສໍາຄັນທາງພະພຸດທະສາສະໜາ ເພາະເປັນວັນອອກພັນສາ-ປະວໍລະນາ. ທ່ານ ປອ.ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມພັນລະຍາ, ທ່ານ ປອ.ບຸນຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກ ພ້ອມພັນລະຍາ ແລະ ການນໍາຂັ້ນສູງຂອງແຂວງ, ການນໍາເມືອງປາກເຊ ໄດ້ທໍາບຸນໃສ່ບາດຮ່ວມກັບມວນຊົນຊາວແຂວງຈໍາປາສັກ ກໍ່ຄືຊາວເມືອງປາກເຊ ທີ່ວັດຫຼວງປາກເຊ.

ຕອນຄໍ່າຂອງວັນດຽວກັນ ກໍ່ມີການແຫ່ທຽນໄຊ, ໝາກເບັງໃຫຍ່, ຜາສາດເຜິ້ງ ແລະ ແຫ່ຕົ້ນກາລະພຶກ ເຊິ່ງຂະບວນແຫ່ຕ່າງໆໃນປີນີ້ ມີທັງໝົດ 39 ພາກສ່ວນເຂົ້າຮ່ວມ ເຊິ່ງປະກອບມີຂະບວນແຫ່ຂອງພະສົງ-ສາມະເນນ, ຂະບວນແຫ່ຂອງເຖົ້າແກ່, ບັນດາຫົວໜ່ວຍທຸລະກິດ, ກຸ່ມບໍລິສັດ ແລະ ຫ້າງຮ້ານຕ່າງໆ, ຂະບວນແຫ່ຂອງຄູ-ອາຈານ ແລະ ນັກຮຽນໂຮງຮຽນສາມັນ, ສະຖາບັນການສຶກສາ, ຂະບວນແຫ່ຂອງອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນບ້ານຕ່າງໆໃນເທສະບານເມືອງປາກເຊ ແລະ ຂະບວນແຫ່ກອງເສັງ ເຊິ່ງໄດ້ມີການຍົກລະດັບຂຶ້ນກ່ວາທຸກໆປີ ເພາະວ່າໄດ້ມີການຕົກແຕ່ງ ແລະ ສ້າງທຽນໄຊ, ໝາກເບັງໃຫຍ່ໃຫ້ມີຄວາມສະອາດສວຍງາມ.

ເຂົ້າຮ່ວມຊົມຂະບວນແຫ່ຄັ້ງນີ້ ມີທ່ານ ປອ.ບຸນຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກ ພ້ອມພັນລະຍາ, ທ່ານ ສຸລິວັນ ສະຫວັດທະສິນ ເຈົ້າເມືອງໆປາກເຊ ພ້ອມພັນລະຍາ. ມີການນໍາຂັ້ນສູງຂອງແຂວງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍາຈາກຂະແໜງການກ່ຽວຂ້ອງຂອງເມືອງປາກເຊ ຕະຫຼອດຮອດມວນຊົນຊາວແຂວງຈໍາປາສັກ ກໍ່ຄືເມືອງປາກເຊ ເຂົ້າຮ່ວມຊົມຢ່າງຫຼວງຫຼາຍ. ຈາກນັ້ນການນໍາແຂວງ ແລະ ເມືອງ ກໍ່ໄດ້ເຂົ້າຮ່ວມໄຕ້ເຮືອໄຟໂຄກ, ລອຍກະທົງ ແລະ ຮ່ວມຊົມການແຂ່ງຂັນເສັງກອງນໍາອີກ.


ທັງນີ້ ກໍ່ເພື່ອເປັນການອະນຸລັກປົກປັກຮັກສາວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງລາວ ທີ່ຈັດຕັ້ງປະຕິບັດມາແຕ່ບູຮານນະການ ໃຫ້ຍືນຍົງຄົງຢູ່ຄຽງຄູ່ກັບຄົນລາວຕະຫຼອດໄປ ແລະ ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນແຂວງ ແລະ ເມືອງປາກເຊ ໃຫ້ມີບັນຍາກາດຟົດຟື້ນ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວນັບມື້ນັບຫຼາຍຂຶ້ນເລື້ອຍໆ. 


ຂ່າວ-ພາບ: ທູນທອງໃຈ

No comments

Powered by Blogger.