Header Ads

ລົງນາມຊ່ວຍເຫລືອລ້າຈາກ​ອົງການ​ຝຣັ່ງ ເພື່ອພັດທະນາໂຄງການເຂື່ອນໄຟຟ້າໃນລາວ




ພິທີ​ເຊັນ​ສັນຍາ​ ເພື່ອ​ຮັບ​ການ​ຊ່ວຍ​ເຫລືອ​ລ້າ ຈາກ​ອົງການ​ຝຣັ່ງ ​ເພື່ອ​ການ​ພັດທະນາ (AFD) ​ເພື່ອ​ສຶກສາ​ການ​ສ້າງ​ຕັ້ງ ສູນ​ປະສານ​ງານ ​ແລະ ​ຕິດຕາມ​ໂຄງການ​ເຂື່ອນ​ໄຟຟ້າໃນ ສປປ ລາວ ​ໄດ້​ມີ​ຂຶ້ນ ​ໃນ​ວັນ​ທີ 25 ຕຸລາ 2017, ລະຫວ່າງ​ທ່ານ ຈັນ​ສະ​​ແຫວ​ງ ບຸນ​ຍົງ ວ່າການ​ຫົວໜ້າ ​ກົມ​ນະ​ໂຍບາຍ ​ແລະ ​ແຜນ​ພະລັງງານ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ກັບ ທ່ານ​ ນາງ Elisabeth Ayrault ປະທານ​ບໍລິຫານ​ ຂອງ​ບໍລິສັດ CRN Engineering​ໂດຍ​ມີ ທ່ານ ນາງ ​ໂກຣດິນ ​ເລີ​ດູ ​ເອກ​ອັກຄະ​ລັດຖະທູ​ດຝຣັ່ງ ປະຈຳ ສປປ ລາວ, ພ້ອມດ້ວຍພາກສ່ວນທີ່​ກ່ຽວຂ້ອງສອງ​ຝ່າຍ ​ເຂົ້າ​ຮ່ວມ ​ເປັນ​ສັກຂີ​ພິຍານ.



Nam Khan 2 Hydropower Project, Laos
 
ໃນ​ການ​ລົງ​ນາມ​ສັນຍາດັ່ງກ່າວໃນຄັ້ງນີ້, ​ກໍເພື່ອແນ​ໃສ່​ສຶກສາ​ການ​ສ້າງ​ໃຫ້​ມີ​ສູນ​ປະສານ​ງານ ​ແລະ ຕິດຕາມ​ການ​ເຮັດ​ວຽກຂອງ​ໂຄງການ​ເຂື່ອນ​ໄຟຟ້າ​ໃນ ສປປ ລາວ, ​ໂດຍ​ສະ​ເພາະ​ແມ່ນໂຄງ ການ​ຢູ່​ຕາມ​ສາຍ​ນ້ຳ ທີ່​ມີ​ຜູ້​ພັດທະນາ​ຕ່າງ​ກັນ, ​ເພື່ອ​ເປັນ​ສູນ​ສັງ​ລວມຂໍ້​ມູນ ​ແລະ ​ແລກປ່ຽນຂໍ້​ມູນ​ເຊິ່ງ ກັນ ​ແລະ ກັນ ​ໃນ​ອະນາຄົດ.
 
 
ແຫລ່ງຂ່າວ: ກິດ​ຕາ (ສຳນັກຂ່າວສານປະເທດລາວ)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.