Header Ads

ກວດຄົ້ນເຮືອນເປົ້າໝາຍ ພົບຢາບ້າ ພ້ອມອາວຸດ ຢູ່ບ້ານນາຄວນ ເມືອງພູກູດ ແຂວງຊຽງຂວາງ



ເຈົ້າໜ້າທີ່ພະເເນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງພູກູດ ແຂວງຊຽງຂວາງ ໄດ້ເຂົ້າກວດຄົ້ນເຮືອນເປົ້າໝາຍຊື້-ຂາຍຢາບ້າ ຊື່ ທ້າວ ພົມມີ ຫຼື ໂປະ ອາຍຸ 32 ປີ ຢູ່ບ້ານນາຄວນ ເມືອງພູກູດ ແຂວງຊຽງຂວາງ ພົບຂອງກາງຢາບ້າ 1.000 ກວ່າເມັດ, ປືນປະດິດ ພ້ອມລູກກະສູນ, ແກັບຝ່າ ແລະ ໝື້ລະເບີດ ພ້ອມທັງເງິນ ແລະ ວັດຖຸບູຮານຈໍານວນໜຶ່ງ.
ເຈົ້າໜ້າທີ່ພະເເນກຕໍາຫຼວດ ປກສ ເມືອງພູກູດ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ທ້າວ ພົມມີ ມີການເຄື່ອນໄຫວຈໍາໜ່າຍຢາເສບຕິດໃຫ້ກັບໄວລຸ້ນທີ່ພົວພັນກັບຢາເສບຕິດພາຍໃນບ້ານ ແລະ ບ້ານໄກ້ຄຽງ. 

ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງພິສູດແຫຼ່ງຂ່າວ ເຫັນວ່າ ມີມູນຄວາມຈິງ. ຈາກນັ້ນ, ຈຶ່ງໄດ້ວາງນໍາກຳລັງເຂົ້າຕິດຕາມເປົ້າໝາຍຢູ່ບ້ານດັ່ງກ່າວ. ມາຮອດວັນທີ 16 ຕຸລາ 2017 ຈຶ່ງພົບເຫັນເປົ້າໝາຍ ພ້ອມທັງເຂົ້າກັກຕົວທ້າວ ພົມມີ ແລະ ກວດຄົ້ນເຮືອນ ພົບຂອງກາງຢາບ້າຈຳ ນວນ 1.137 ເມັດ, ປືນປະດິດສ້າງ 5 ກະບອກ, ລູກປືນ 77 ລູກ, ແກັບຝ່າ 65 ດອກ, ໝື້ລະເບີດ 7 ກິໂລກຼາມ, ເຄື່ອງກວດເຫຼັກ 1 ຊຸດ, ເງິນກີບ 34.000.000 ກີບ ແລະ ເຄື່ອງວັດຖຸບູຮານຈໍານວນໜຶ່ງ ເພື່ອມາດໍາເນີນການສືບສວນສອບສວນ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາບ້າ ແລະ ອາວຸດດັ່ງກ່າວ ແມ່ນເປັນຂອງຜູ້ກ່ຽວ ເຊິ່ງໄດ້ຊື້ຢາບ້າຈາກຜູ້ຮ່ວມຂະບວນການນໍາກັນ ສ່ວນຫຼາຍແມ່ນນັດສົ່ງໃຫ້ກັນຢູ່ເສັ້ນທາງເລກ 7 ເຂດບ້ານຊອງ ເມືອງພູກູດ ຄັ້ງລະ 4.000 ເມັດ ແລ້ວໄດ້ນໍາໄປຂາຍຍ່ອຍເທື່ອລະ 1-50 ເມັດ ໃຫ້ໄວລຸ້ນທີ່ຕ້ອງການຊື້ໄປເສບ, ສ່ວນຫຼາຍແມ່ນຂາຍຢູ່ເຮືອນເປັນບ່ອນມົ້ວສຸມຢາເສບຕິດ. ມາຮອດວັນທີ 16 ຕຸລາ 2017 ກໍາລັງເອົາຢາບ້າໄປສົ່ງໃຫ້ຜູ້ສັ່ງຊື້ ແຕ່ກໍ່ຖືກເຈົ້າໜ້າທີ່ຕໍາຫຼວດເຂົ້າຈັບຕົວ ພ້ອມກວດຄົ້ນເຮືອນ ພົບເຫັນຂອງກາງຢາບ້າ ແລະ ອາວຸດປືນຈໍານວນດັ່ງກ່າວ ໄປດຳເນີນຄະດີຕາມລະບຽບກົດໝາຍ.

ບົດຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.