Header Ads

ໂຈນຊິງຊັບກວ່າ 200 ລ້ານກີບ ສຸດທ້າຍໄປບໍ່ລອດກັບໃຈເຂົ້າມອບຕົວຕໍ່ໜ້າທີ່


ເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນ ປກສ ແຂວງສະຫວັນນະເຂດ ໄດ້ເກັບກູ້ເງິນກີບ, ເງິນບາດ, ເງິນໂດລາສະ ຫະລັດ ແລະ ສາຍ​ຄໍ​ຄໍາ 2 ​ເສັ້ນ ຈາກຄົນຮ້າຍ 4 ຄົນ ທີ່ກໍ່ເຫດຊິງຊັບຈາກປະຊາຊົນຢູ່ເມືອງສອງຄອນ ແຂວງສະ ຫວັນນະເຂດໃນເດືອນກຸມພາ 2017 ຜ່ານ​ມາ, ​ເຊິ່ງພາຍຫຼັງຄົນຮ້າຍກໍ່ເຫດແລ້ວເອົາຕົວຫຼົບໜີໄດ້ໄລຍະໜຶ່ງ​ແລ້ວ​ພວກ​ກ່ຽວ​ກັບ​ໃຈເຂົ້າມອບຕົວຕໍ່ເຈົ້າໜ້າທີ່ຕໍາຫຼວດ 2 ຄົນພ້ອມທັງສາລະພາບຊັດຖອດຜູ້ຮ່ວມຂະບວນການນໍາ ກັນອີກ 2 ຄົນ ກ່ອນເຈົ້າໜ້າທີ່ຕໍາຫຼວດຕິດຕາມຈັບຕົວໄປດໍາເນີນຄະດີຕາມກົດໝາຍ.


ເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຜູ້ຖືກຫາທັງ 4 ຄົນ ຊື່ ທ້າວ ປາ ເວດ ອາຍຸ 46 ປີ ຢູ່ບ້ານທ່າສົມມໍ, ທ້າວ ຕົວເຕ ອາຍຸ 23 ປີ, ບ້ານ ແກ້ງໄຄ້ ທັງສອງຢູ່ເມືອງໄຊທານີ ນະຄອນຫຼວງ ວຽງຈັນ, ທ້າວ ກິດຕະວົງ ອາຍຸ 48 ປີ ແລະ ທ້າວ ສຸລິພົນ ອາຍຸ 43 ປີ ທັງສອງຢູ່ບ້ານໂນນສະຫວ່າງ ເມືອງຊົນນະ ບູລີ ແຂວງສະຫວັນນະເຂດ.



ຜ່ານການສອບສວນຂອງເຈົ້າໜ້າທີ່ຕຳຫຼວດໃນເບື້ອງຕົ້ນພວກກ່ຽວຮັບສາລະພາບວ່າ: ໃນໄລຍະເດືອນ ກຸມພາ 2017 ທ້າວ ປາເວດ ໄດ້ໂທລະສັບ ຫາ ທ້າວ ກິດຕະວົງ ຈະໄປຫາ ຢູ່ແຂວງສະຫວັນນະເຂດ ໂດຍໃຫ້ຊອກລົດໃຫ່ຍ ໄວ້ຖ້າ ແລ້ວມາຮັບໄປເມືອງສອງຄອນ ເພື່ອເອົາຂອງດີໄປຂາຍ ( ປະເພດເຫຼັກໄຫຼ) ພາຍຫຼັງ ທ້າວ ກິດຕະວົງ ຊອກ ລົດໄດ້ແລ້ວກໍ່ໄດ້ໂທບອກ, ທ້າວ ປາເວດ ແລະ ທ້າວ ຕົວເຕ ໃຫ້ຈ້າງລົດລົງໄປແຂວງສະຫວັນນະເຂດ. ພໍ່ມາຮອດ ຄິວລົດເຊໂນ ກໍ່ໄດ້ເຫັນ ທ້າວ ກິດຕະວົງ ແລະ ທ້າວ ສຸລິພົນ ຂີ່ລົດກະບະວີໂກ້ສີຂາວມາຮັບ ແລະ ກໍ່ໄດ້ພາກັນຂີ່ລົດ ມຸ້ງໜ້າໄປເມືອງ ສອງຄອນ ເມືອໄປຮອດຕະຫຼາດ ເມືອງສອງຄອນ ທ້າວ ປາເວດ ກໍ່ໄດ້ຍ່າງເຂົ້າໄປຮ້ານຂາຍເຄື່ອງ ຂອງ ນາງ ບຸນເລີດ ບ້ານ ນາກະລາ ເມືອງສອງຄອນ ແຂວງສະຫວັນນະເຂດ ຈູດປະສົງແມ່ນມາຊິ່ງເອົາສັບຂອງ ນາງ ບຸນເລີດ ແຜນການຂອງພວກກ່ຽວ ແມ່ນ ຖ້າໃຫ້ ນາງ ບຸນເລີດ ປິດຮ້ານແລ້ວລົງມື້ຕອນຂີ່ລົດກັບບ້ານ.


ຜ່ານການຕິດຕາມຂອງພວກກ່ຽວຈົນຮອດ 18 ໂມງ ພວກກ່ຽວ ຈຶ່ງເຫັນ ນາງ ບຸນເລີດ ຂີ່ລົດຈັກ ກັບ ບ້ານ. ຈາກນັ້ນ ພວກກ່ຽວທັງ 4 ຄົນ ກໍ່ໄດ້ຂີ່ລົດອອກນຳໄປ ພໍຂີ່ໄປຮອດເຂດທາງດິນແດງ ທ້າວ ປາເວດ ຈຶ່ງບອກໃຫ້ ທ້າວ ສຸລິພົນ ທີ່ຂັບລົດ ຕັດໜ້າ ລົດຈັກຂອງ ນາງ ບຸນເລີດ ເຮັດໃຫ້ລົດຂອງ ນາງ ບຸນເລີດ ເສຍຫຼັກລົ້ມລົງກາງ ທາງ. ຈາກນັ້ນ ທ້າວ ປາເວດ ແລະ ທ້າວ ຕົວເຕ ຈຶ່ງໄດ້ລົງຈາກລົດວີໂກ້ ໄປເອົາໄປເອົາກະເປົາທີ່ໃສ່ເງິນ ແລ້ວຂື້ນລົດ ພາກັນຂັບລົດໜີອອກໄປເສັ້ນທາງເລກທີ 13 ມຸ້ງໜ້າມາຫຼັກ 35 ແຕ່ພໍມາຮອດທາງລັດ 4 ແຍກທາດໂພ່ນ ເມືອງ ສອງຄອນ. ທ້າວ ກິດຕະວົງ ກໍ່ໄດ້ກວດໃນກະເປົາ ເຫັນເງິນໃນກະເປົາ ພາກັນນັບເບິງ ມີເງິນຈຳນວນ 144,500,0 00 ກີບ, ເງິນບາດ 320,000 ບາດ, ເງິນໂດລາ 300 ໂດລາ ແລະ ສາຍຄໍຄ້າຍຄືຄຳ 2 ເສັ້ນ ແລ້ວ ພວກກ່ຽວກໍແປງ ປັນກັນ, ສ່ວນສາຍຄໍຄ້າຍຄືຄຳ ແມ່ນ ທ້າວ ກິດຕະວົງ ເປັນຄົນຮັກສາໄວ້ ຫຼັງຈາກແບ່ງປັນເງິນກັນແລ້ວພວກກ່ຽວ ທັງ 4 ຄົນກໍ່ໄດ້ແຍກທາງກັນກັບເມືອບ້ານໃຜລາວ.

ມາຮອດວັນທີ 22-23 ມີນາ 2017 ທ້າວ ກິດຕະວົງ ແລະ ທ້າວ ສຸລິພົນ ຈຶ່ງໄດ້ເຂົ້າມອບໂຕກັບເຈົ້າໜ້າທີ່ພະ ແນກຕໍາຫຼວດສືບສວນ-ສອບສວນ ປກສ ເມືອງສອງຄອນ ແລະ ໄດ້ຊັກທອດເຖິງຜູ້ຮ່ວມຂະບວນການຕື່ມອີກ ສອງຄົນຄື: ທ້າວປາເວດ ແລະ ທ້າວ ຕົວເຕ ດັ່ງນັ້ນເຈົ້າໜ້າທີ່ຕຳຫຼວດຈື່ງໄດ້ວາງແຜນ ແລະ ຈັບກຸ່ມໄດ້ພວກກ່ຽວ ທັງສອງ ໃນວັນທີ 13 ກໍລະກົດ 2017 ທີ່ຜ່ານມາ.

ສວ່ນເຄື່ອງຂອງກາງທີ່ຜູ້ຖືກຫາຊິງຊັບ ໄປນັ້ນທາງເຈົ້າໜ້າທີ່ສາມາດເກັບກູ້ກັບຄືນມາໄດ້ຈຳນວນໜື່ງ ມາໃນວັນທີ 12 ຕຸລາ 2017 ຈິງມອບຄືນໃຫ້ເຈົ້າຂອງເດີມ ໂດຍການກ່າວມອບຂອງ ຮອ ສຸກີ ໄຊຍະຈັກ ຮອງຫົວໜ້າພະແນກ ຕໍາຫຼວດ ສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງສະຫວັນນະເຂດ ແລະ ກ່າວຮັບຂອງ ທ່ານ ນາງ ບູນເລີດ ບ້ານ ນາກະລາ ເມືອງສອງຄອນ ແຂວງສະຫວັນນະເຂດ ເຈົ້າຂອງເດີມ.

ເນື້ອໃນຂ່າວ: ໜັງສືພິມ ປກສ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.