Header Ads

ທ່ານ ນາຍົກຊີ້ ຈະບໍ່ໃຫ້ມີໂຄງການນອກແຜນ ແລະ ໂຄງການບໍ່ມີຕົວຕົນ



ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຂຶ້ນຊີ້ແຈງຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນວັນທີ 23 ຕຸລາ ຜ່ານມາ ກ່ຽວກັບການກໍ່ສ້າງເສັ້ນທາງມູນຄ່າສູງ, ຂາດຄຸນນະພາບເຮັດໃຫ້ລັດເສຍຜົນປະໂຫຍດ, ບັນຫາດັ່ງກ່າວ ເກີດມາຈາກການບໍ່ປະຕິບັດກົດໝາຍ ເປັນຕົ້ນ ການປະມູນ, ການກວດສອບລາຄາຫົວໜ່ວຍກໍ່ສ້າງ ລັດຖະບານຈະມີວິທີການແກ້ໄຂຄືແນວໃດ?






ຕໍ່ບັນຫາດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ຊີ້ແຈ້ງວ່າ: ໃນໄລຍະຜ່ານມາ ການກໍ່ສ້າງເສັ້ນທາງຂອງປະເທດເຮົາ ຈັດແບ່ງປະເພດອອກຄື: ປະເພດທີ 1: ໂຄງການນອກແຜນ (ເອກະຊົນຂໍລົງທຶນກ່ອນ) ບໍ່ມີການສຳຫຼວດທີ່ມີມາດຕະຖານຕາມຫຼັກວິຊາການໃດໆເລີຍ, ຜູ້ກໍ່ສ້າງສຳຫຼວດເອງ, ອອກແບບເອງ, ກຳນົດລາຄາຫົວໜ່ວຍເອົາເອງ. ປະເພດ 2: ຢູ່ໃນແຜນ ແຕ່ເປັນພຽຽແຜນວ່າຢາກກໍ່ສ້າງ, ມີຢູ່ໃນໄລຍະແຜນການຕ່າງໆຂອງແຂວງ, ອາດອ້າງວ່າຄະນະປະຈຳຕົກລົງ, ອາດຈະມີຢູ່ໃນກະຊວງ, ອາດມີການສຳຫຼວດອອກແບບໄວ້ແລ້ວ, ແຕ່ບໍ່ທັນມີທຶນ, ບໍ່ທັນມີໃນແຜນງົບປະມານ. ຜູ້ຮັບເໝົາກໍ່ສ້າງຂໍເຮັດກ່ອນ ແລ້ວຊຳລະຕາມຫຼັງ ເພາະຜູ້ຮັບເໝົາມີເງິນແລ້ວ. ແຕ່ເມື່ອໄດ້ຂໍ້ຕົກລົງ ສຳພັດເອົາໄປຢືມເງິນຈາກທະນາຄານ ມາກໍ່ສ້າງໃຫ້ລັດຕິດໜີ້, ທະນາຄານທີ່ໃຫ້ກູ້ເປັນໜີ້ເສຍ (NPL). ປະເພດທີ 3: ມີໃນແຜນ, ມີການອອກແບບ, ມີການກຳນົດຫົວໜ່ວຍລາຄາ, ມີງົບປະມານ ແຕ່ບໍ່ພໍບາດດຽວແບ່ງອອກເປັນຫຼາຍປີ. ມີການຂຶ້ນລາຄາຫົວໜ່ວຍ, ເຮັດວຽກເພີ່ມ, ຕັດມາດຕະຖານລົງ. ຖ້າລັດຕິດໜີ້ ຊຳລະບໍ່ໄດ້ຕາມແຜນ, ຜູ້ຮັບເໝົາກໍຈະຂໍສິດພິເສດຕ່າງໆນາໆເປັນການສ້າງໜີ້ໃຫ້ລັດ.



ບັນດາບັນຫາທີ່ເວົ້າມານີ້ ຈຶ່ງເຮັດໃຫ້ໂຄງການສ້າງເສັ້ນທາງ ຂອງພວກເຮົາມີສະພາບແບບນີ້. ດັ່ງນັ້ນ, ນັບແຕ່ເດືອນເມສາ 2016 ເປັນຕົ້ນມາ ລັດຖະບານໄດ້ຢຸດຕິໝົດ ບັນດາໂຄງການ ໂດຍສະເພາະບັນ ດາໂຄງການປະເພດທີ 1, ປະເພດທີ 2. ກວດຄືນໝົດບັນດາໂຄງການປະເພດທີ 3.

ທ່ານ ນາຍົກໃຫ້ຮູ້ເຖິງມາດຕະການແກ້ໄຂວ່າ: ການແກ້ໄຂໂຄງການນອກແຜນ ຈະບໍ່ໃຫ້ມີອີກ, ໂຄງການບໍ່ມີຕົວຕົນຈະບໍ່ໃຫ້ເກີດຂຶ້ນອີກ, ລັດຖະບານກຳລັງກວດກາບັນດາໂຄງການເຮັດບໍ່ແລ້ວ ກໍ່ຍັງໄດ້ເງິນ, ໄດ້ເງິນຊ້ຳສອງເທື່ອສາມເທື່ອ ຫຼື ໄດ້ຫຼາຍແລ້ວໜີ້ ແລະ ອື່ນໆ. ລັດຖະບານຈະມີມາດຕະການແກ້ໄຂໃຫ້ເໝາະສົມ ແລະ ເດັດຂາດ ຕາມກົດໝາຍ ແລະ ລະບຽບການທີ່ກຳນົດ. ເພີ່ມທະວີວຽກງານຕິດຕາມກວດກາການຈັດຕັ້ງປະຕິບັດໂຄງ ການລົງທຶນຂອງລັດ ແຕ່ຫົວທີ ໃຫ້ເປັນປົກກະຕິ (ໃຫ້ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາທ້ອງ ຖິ່ນ ເຂົ້າຮ່ວມກວດກາ).


ແຫຼ່ງຂ່າວ/ຂໍ້ມູນ: ນສພ ເສດຖະກິດ-ການຄ້າ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.