Header Ads

ເຫດອຸທາຫອນ !!! ແມ່ຫົວໃຈສະຫຼາຍລູກນ້ອຍ 3 ຄົນເສຍຊີວິດຫຼັງກິນເຂົ້າຈີ່ປາເຕ້ທີ່ຊື້ມາຈາກວຽງຈັນ




ແຂວງວຽງຈັນ  : ວັນທີ 25/10/017 ເວລາປະມານ18 ໂມງແລງເຫດເກີດເສົ້າສະຫຼົດໃຈຈົນເຮັດໃຫ້ແມ່ຫົວໃຈສະຫຼາຍຢາກຕາຍແທນລູກທັງສາມ  ເຊິ່ງເປັນເຫດຢູ່ບ້ານນາປ່າໄຜ່ ເມືອງໝື່ນ ແຂວງວຽງຈັນ ໂດຍເດັກນ້ອຍຕາຍ 3 ຄົນກິນເຂົ້າຈີ່ປ່າເຕ່ ທີ່ເຈື່ອນປົນສານເບື່ອມານໍາເຂົ້າຈີ່ປ່າເຕ່ ໂດຍລະບຸວ່າເຂົ້າຈີ່ປ່າເຕ່ດັ່ງກ່າວແມ່ນຊື້ມາຈາກວຽງຈັນ (ຂໍ້ມູນເບື້ອງຕົ້ນຕາມຄຳໃຫ້ການຂອງຜູ້ປົກຄອງ).




ເຫດການນີ້ເປັນເຫດການສະເທືອນຂັວນ ແລະ ອຸທາຫອນໃຫ້ກັບຜູ້ປົກຄອງທຸກທ່ານທີ່ຕ້ອງມີສະຕິລະມັດລະວັງ ແລະ ໃສ່ໃຈຕໍ່ກັບອາຫານການກິນຂອງລູກຂນ້ອຍທີ່ຊື້ມາແຕ່ຂ້າງນອກ (ບໍ່ໄດ້ປຸງແຕ່ງເອງ)ໃນຂະນະຜູ້ຄ້າຂາຍ ກໍຕ້ອງຄໍານືງເຖິງສຸຂະພາບຜູ້ບໍລິໂພກ ແລະ ຄໍານືງເຖິງຈັນຍາບັນໃນການຄ້າຂາຍ ບໍ່ແມ່ນເຫັນແກ່ໂຕ ເຫັນແກ່ຜົນປະໂຫຍດ ແບບສົນໃຈເລື່ອງຫຍັງ ແລະ ບໍ່ມີຈິດສໍານຶກຮັບຜິດຊອບສຸຂະພາບ - ຊີວິດຂອງຜູ້ບໍລິໂພກທີ່ຕົນເອງເອີ້ນວ່າ “ລູກຄ້າ”.





 ຂໍ້ມູນ: Tsab L Lwm Chang

No comments

Powered by Blogger.