Header Ads

ປັດຈຸບັນ ລາວເຮົາຍັງມີຄອບຄົວທຸກຍາກເກືອບ 70 ພັນຄອບຄົວ



ເນື່ອງ​ໃນ​ໂອກາດ​ວັນ​ສາກົນ ແລະ ສັບປະດາ​ແຫ່ງ​ຊາດ ເພື່ອລຶບລ້າງ​ຄວາມທຸກ​ຍາກ 17-24 ຕຸລາ​ນີ້ ໄດ້​ໝູນວຽນ​ມາ​ອີກ​ວາລະ​ໜຶ່ງ ຄະນະ​ໂຄສະນາ​ອົບຮົມສູນ​ກາງ​ພັກ ຮ່ວມ​ກັບ​ຫ້ອງ​ວ່າການ​ສູນ​ກາງ​ພັກ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຈັດ​ພິທີ​ປາຖະ​ກະຖາ​ລະນຶກ​ວັນ​ສາກົນ ແລະ ສັບປະດາ​ແຫ່ງ​ຊາດ ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ຂຶ້ນ​ວັນ​ທີ 24 ຕຸລາ 2017 ຢູ່​ຫ້ອງ​ວ່າການສູນ​ກາງ​ພັກ ໃຫ້​ກຽດ​ປາຖະ​ກະຖາ​ໂດຍ​ທ່ານ ລຽນ ທິ​ແກ້ວ ລັດຖະ​ມົນຕີກະຊວງ​ກະສິກຳ ແລະ ປ່າໄມ້ ມີ​ຫົວໜ້າ ຮອງ​ຫົວໜ້າ ກົມ ຫ້ອງການ ພະນັກງານ ທະຫານ-ຕຳຫຼວດ ນັກ​ສຶກ​ສາ ພ້ອມດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າຮ່ວມ.



ທ່ານ ລຽນ ທິ​ແກ້ວ ໄດ້​ເລົ່າຄືນ​ກ່ຽວ​ກັບ​ສະພາບ​ການ​ເຄື່ອນຍ້າຍ​ຂອງ​ສາກົນ ກໍ່​ຄືໃນ​ປັດ​ຈຸບັນ ໂດຍ​ອີງ​ຕາມ​ຕົວ​ເລກ​ຂອງສະຫະ​ປະຊາ​ຊາດ ໃນ​ປີ 2013 ທົ່ວ​ໂລກ​ມີ​ຄົນ​ເຄື່ອນ​ຍ້າຍ​ພາຍໃນ​ປະເທດ​ຂອງ​ຕົນ ປະມານ 763 ລ້ານ​ຄົນ ສູງ​ກວ່າ​ການຍ້າຍ​ຂ້າມ​ຊາຍ​ແດນ​ເຖິງ 3 ເທົ່າ ເຫດຜົນ​ທີ່​ເຮັດ​ໃຫ້​ມີ​ການ​ເຄື່ອນຍ້າຍອັນ​ທີ່​ພົ້ນ​ເດັ່ນ​ແມ່ນ ​ການເຄື່ອນ​ຍ້າຍ​ຕາມ​ລະດູ​ການ​ຜະລິດ ​ທີ່​ຕິດ​ພັນ​ກັບ​ການ​ເຮັດ​ກະ​ສິກຳ ຍ້າຍ​ຈາກ​ຊົນນະບົດ​ເຂົ້າ​ສູ່ຕົວ​ເມືອງ​ຕາມ​ການ​ດຶງ​ດູດ​ຂອງອຸດສາຫະກຳ ຍ້ອນ​ຄ່າ​ຄອງ​ຊີບສູງ ລວມ​ທັງ​ການ​ເຄື່ອນ​ຍ້າຍຍ້ອນ​ເສິກ​ສົງຄາມ ແລະ ຄວາມວຸ້ນວາຍ​ຂອງ​ແຕ່​ລະ​ປະເທດ.





ພ້ອມ​ນີ້ ທ່ານ​ຍັງ​ໄດ້​ເລົ່າຄືນບາງ​ເນື້ອ​ໃນ​ຕໍ່​ກັບ​ການ​ຈັດ​ສັນ​ພູມລຳ​ເນົາ ທັດສະນະ ທິດ​ທາງ​ລວມ ທັງ​ມາດ​ຕະການ ວິທີ​ການ​ປັບປຸງວຽກ​ງານ​ການ​ຈັດ​ສັນ​ພູມ​ລຳເນົາ​ຄົງ​ທີ່ ແລະ ສະພາບ​ຂອງການຈັດຕັ້ງ​ປະຕິບັດ​ວຽກ​ງານ ການ​ຈັດ​ສັນ​ພູມລຳເນົາ​ຄົງ​ທີ່​ໃນໄລຍະ​ຜ່ານ​ມາ ຜົນສຳເລັດ​ນັບຕັ້ງແຕ່​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ VII ຂອງ​ພັກ​ເປັນຕົ້ນ​ມາ ຢູ່​ໃນ ​ສປປ ລາວ ນຳ​ອີກ ມາ​ຮອດ​ປັດຈຸບັນ ລາວ​ເຮົາ​ສັງ​ລວມ​ຂໍ້​ມູນ​ທຸກ​ຍາກໃນ​ທົ່ວ​ປະເທດ 6 ເດືອນ​ຕົ້ນ​ປີ 2017 ມີ​ຕົວ​ເມືອງ​ທຸກ​ຍາກ 23 ເມືອງ ບ້ານ​ທຸກ​ຍາກ 1.653 ບ້ານ ແລະ ມີ​ຄອບຄົວ​ທຸກ​ຍາກ 69.000 ກວ່າ​ຄອບຄົວ.

ແຫຼ່ງຂ່າວ/ຂໍ້ມູນ:  ເສດຖະກິດ-ການຄ້າ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.