Header Ads

ລັດພວມເລັ່ງກວດຄືນເສັ້ນທາງກໍ່ສ້າງບໍ່ໄດ້ມາດຕະຖານ


ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດໍາເນີນໃນປັດຈຸບັນນີ້ວ່າ: ລັດຖະບານພວມເລັ່ງກວດຄືນບັນດາໂຄງການກໍ່ສ້າງເສັ້ນທາງທີ່ບໍ່ໄດ້ມາດຕະຖານ ແລະ ມີລາຄາສູງເກີນຄວາມເປັນຈິງ ເພື່ອແກ້ໄຂໃຫ້ສອດຄ່ອງຕາມຫລັກການ ແລະ ລະບຽບກົດໝາຍ, ພາຍຫລັງເຫັນວ່າສະພາບການກໍ່ສ້າງເສັ້ນທາງຢູ່ປະເທດເຮົາແມ່ນມີມູນຄ່າສູງ, ຂາດຄຸນນະພາບ ອັນໄດ້ເຮັດໃຫ້ລັດເສຍຜົນປະໂຫຍດ ແລະ ສະເໜີໃຫ້ລັດຖະບານແກ້ໄຂຢ່າງຮີບດ່ວນ.

ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນວ່າ: ການກໍ່ສ້າງເສັ້ນທາງໃນຜ່ານມາແມ່ນມີມູນຄ່າສູງເກີນຄວາມເປັນຈິງ ແລະ ຄຸນນະ ພາບພັດຕໍ່າເກີນຄວາມສາມາດທີ່ຈະສຳນຶກ, ຍ້ອນໄລຍະຜ່ານມາການກໍ່ສ້າງເສັ້ນທາງຢູ່ປະເທດເຮົາໄດ້ມີການຈັດປະເພດດັ່ງນີ້: ປະ ເພດທີ1: ແມ່ນໂຄງການນອກແຜນ (ເອກະຊົນຂໍລົງທຶນກ່ອນ) ເຊິ່ງບໍ່ມີການສຳຫລວດຕາມມາດຕະຖານຕາມວິຊາການໃດໆ, ໝາຍວ່າຜູ້ກໍ່ສ້າງສຳຫລວດເອງ, ອອກແບບເອງ, ກຳນົດລາຄາຫົວໜ່ວຍເອົາເອງ.

ປະເພດທີ 2: ແມ່ນມີຢູ່ໃນແຜນແຕ່ພຽງເປັນແຜນຢາກກໍ່ສ້າງ, ໝາຍວ່າມີຢູ່ໃນແຜນການໄລຍະຕ່າງໆຂອງແຂວງ, ໂດຍອ້າງວ່າຄະນະປະຈຳຕົກລົງ ແລະ ບາງໂຄງການອາດມີຢູ່ໃນກະຊວງ, ມີການສຳຫລວດອອກແບບໄວ້ແລ້ວແຕ່ບໍ່ທັນມີທຶນ, ບໍ່ທັນມີໃນແຜນງົບປະມານ ແລະ ຜູ້ຮັບເໝົາກໍ່ສ້າງຂໍລົງທຶນກ່ອນແລ້ວໃຫ້ຊຳລະຕາມຫລັງ, ເພາະຜູ້ຮັບເໝົາມີເງິນແລ້ວ, ແຕ່ເມື່ອໄດ້ຮັບອະນຸຍາດຕົກລົງແລ້ວຊ້ຳພັດເອົາໃບຕົກລົງໄປຢືມທະນາຄານມາສ້າງ ບໍ່ມີການປະມູນ, ສວຍໂອກາດຍົກລາຄາສູງຂຶ້ນເພື່ອໄວ້ເພາະລັດຕິດໜີ້, ພ້ອມທັງຫລຸດປະລິມານ ແລະ ຄຸນນະ ພາບຕໍ່າລົງ ແລະ ໃນທີ່ສຸດທະນາຄານທີ່ໃຫ້ກູ້ກໍຕົກຢູ່ໃນສະພາບກາຍເປັນໜີ້ເສຍ ແລະ ປະເພດທີ 3: ແມ່ນມີໃນແຜນ, ມີການອອກແບບ, ມີການກຳນົດຫົວໜ່ວຍລາຄາ, ມີງົບປະມານ, ແຕ່ບໍ່ພໍຈິງໄດ້ ແບ່ງອອກເປັນຫລາຍປີ, ເມື່ອກໍ່ສ້າງໄປກໍວ່າບໍ່ມີເງິນພໍ, ມີການຂຶ້ນລາຄາຫົວໜ່ວຍ, ເຮັດວຽກເພີ່ມ, ຕັດມາດຕະຖານລົງ, ຖ້າລັດຕິດໜີ້ຊຳລະບໍ່ໄດ້ຕາມແຜນຜູ້ຮັບເໝົາກໍຈະຮຽກຮ້ອງ ຫລື ຂໍສິດພິເສດຕ່າງໆນາໆ ສຸດທ້າຍມາກໍເປັນການສ້າງໜີ້ໃຫ້ລັດຖະບານຕື່ມອີກ ແລະ ບັນດາບັນຫາເຫລົ່ານີ້, ຈຶ່ງເປັນສາເຫດພາໃຫ້ໂຄງການກໍ່ສ້າງເສັ້ນທາງຢູ່ປະເທດເຮົາຕົກໃນສະພາບເຊັ່ນນີ້ ແລະ ຍັງໄຄແດ່ແຕ່ໂຄງການຊ່ວຍເຫລືອຂອງຕ່າງປະເທດ ເພາະເຂົ້າເຈົ້າຈະເປັນຜູ້ຄວບຄຸມຕາມມາດຕະຖານຂອງເຂົາ. ດັ່ງນັ້ນນັບແຕ່ເດືອນເມສາ 2016 ເປັນຕົ້ນມານີ້, ລັດຖະ ບານໄດ້ຢຸດຕິບັນດາໂຄງການທີ່ນອນໃນປະເພດ 1, 2 ທັງໝົດ ແລະ ກວດກາຄືນບັນດາໂຄງການປະເພດທີ 3 .

ສ່ວນການຊຳລະໜີ້ກໍໄດ້ກວດຄືນ ແລະ ແຍກແລ້ວ, ເຊິ່ງປະເພດນອກແຜນນອກຫລັກການແມ່ນບໍ່ທັນນອນໃນບັນຊີຊຳລະໜີເທື່ອ. ໃນກໍລະນີໂຄງການໃນແຜນແຕ່ກວດເຫັນຄວາມຜິດປົກກະຕິຕ່າງໆແມ່ນຕ້ອງກວດຄືນ ແລະ ຈະຊຳລະສະສາງໄດ້ກໍຕໍ່ເມື່ອເຫັນວ່າສຳເລັດແທ້, ຖືກຕ້ອງຕາມຫລັກການ, ມູນຄ່າກໍ່ສ້າງມີຄວາມເໝາະສົມ, ຈຶ່ງຈັດເຂົ້າແຜນຊຳລະ ແລະ ໃຊ້ໜີ້ຕາມຂະບວນການທີ່ໂປ່ງໃສ.

ທີ່ມາ: ໜັງສິພິມລາວພັດທະນາ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.