Header Ads

ເມືອງໂຂງຈັດພິທີປະກາດ ສ້າງຕັ້ງວັງສະຫງວນ ແລະ ປ່ອຍປາລົງສູ່ແມ່ນໍ້າຂອງ



ມື່ອອາທິດທີ່ຜ່ານມາ ທີ່ບ້ານຈານ ເມືອງໂຂງ ແຂວງຈໍາປາສັກ ແລະ ອົງການກອງທຶນ ອະນຸລັກທໍາມະຊາດ ໂລກປະຈໍາ ສປປ ລາວ (WWF-Laos) ໄດ້ຈັດພິທີປະກາດ ການສ້າງຕັ້ງ ວັງສະຫງວນ ແລະ ຮ່ວມກັນປ່ອຍປາ 3.000 ໂຕ ລົງສູ່ແມ່ນໍ້າຂອງ ເຂດວັງສະຫງວນເວີນຫວ້າ ຂອງບ້ານ, ເຊິ່ງດັ່ງກ່າວ, ຖືເປັນວັງອະນຸລັກ ທໍາອິດຂອງບ້ານຈານ, ມີເນື້ອທີ່ປະມານ 16.341 ເຮັກຕາ ແລະ ມີຄວາມເລິກເຖິງ 70 ແມັດ ໃນບາງບ່ອນ.

ໃຫ້ກຽດເປີດພິທີ ໂດຍທ່ານ ຮອງເຈົ້າເມືອງໆໂຂງ, ມີຜູ້ຕາງໜ້າ ຈາກກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ປ່າໄມ້, ທີມງານໂຄງການຄຸ້ມຄອງ ແລະ ຊົມໃຊ້ປາ ແລະ ສັດນໍ້າອື່ນໆ ແບບຍືນຍົງ, ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ.

ຈຸດປະສົງຂອງການປະກາດ ການສ້າງຕັ້ງວັງສະຫງວນ ແລະ ລະບຽບວັງສະຫງວນ, ແມ່ນເພື່ອໃຫ້ ປະຊາຊົນທ້ອງຖິ່ນ ຮັບຮູ້ກ່ຽວກັບເຂດແດນ, ຂໍ້ຫ້າມ ແລະ ອື່ນໆ ໃນກົດລະບຽບທີ່ຕິດພັນກັບ ກົດໝາຍວ່າດ້ວຍການປະມົງ ແລະ ໃນການປົກປັກຮັກສາ ຂອບເຂດພື້ນທີ່ແຫລ່ງນໍ້າວັງສະຫງວນ ເພື່ອສ້າງ​ເປັນບ່ອນ​ອະນຸລັກ ແລະ ປົກປັກຮັກສາຊະນິດພັນປາ ແລະ ສັດນ້ຳອື່ນໆ ໃຫ້​ມີ​ຄວາມ​ອຸດົມສົມບູນ ​ແລະ ມີຄວາມຍືນຍົງ​ຕະຫລອດ​ໄປ. ເພື່ອສ້າງ​ເປັນ​​ແຫ່ລງທີ່ຢູ່​ອາ​ໃສ, ພັກເຊົາ ຫລື ລີ້ຊ້ອນ, ເປັນແຫລ່ງ​ວາງ​ໄຂ່ ແລະ ແຜ່ພັນຂອງຊະນິດພັນປາ ແລະ ສັດນ້ຳອື່ນໆ.

​ໃນ​ໂອກາດ​ດຽວ​ກັນ, ທາງໂຄງການໄດ້ມອບເຮືອ, ພ້ອມຈັກ 1 ເຄື່ອງ ແລະ ອຸປະກອນທີ່ຈຳເປັນໃຫ້ກັບບ້ານ ເພື່ອປະກອບສ່ວນ ໃນການກວດກາລາດຕະເວນ ໃນຂອບເຂດການຄຸ້ມຄອງແຫລ່ງນໍ້າຂອງບ້ານ ມີມູນຄ່າຫລາຍກ່ວາ 17 ລ້ານກີບ. ໂຄງການຄຸ້ມຄອງ ແລະ ຊົມໃຊ້ປາ ແລະ ສັດນໍ້າອື່ນໆ ແບບຍືນຍົງ ຢຸ່ເຂດສີພັນດອນ ໄລຍະສອງ ຂອງອົງການ WWF-Laos ຍັງຈະສືບຕໍ່ສະໜັບສະໜູນ ເຮັດວຽກຮ່ວມກັບເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນສູນກາງ ໃນການຄັດເລືອກ ແລະ ສ້າງຕັ້ງວັງສະຫງວນ. ພ້ອມທັງປະກອບສ່ວນ ໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ສ້າງລາຍຮັບໃຫ້ແກ່ ຊຸມຊົນໃນເຂດສີພັນດອນ ກໍຄື ໃນເຂດເມືອງໂຂງ ແລະ ເມືອງມຸນລະປະໂມກ ແຂວງຈໍາປາສັກ.

ຂ່າວ: ມະນີທອນ/ຂປລ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.