Header Ads

ເຈົ້າຄອງນະຄອນຫລວງລົງຕິດຕາມການກະກຽມຄວາມພ້ອມໃຫ້ບຸນທາດຫລວງ






ວັນທີ 26 ຕຸລາ 2017 ຜ່ານມານີ້ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ, ທ່ານ ສີຫຸນ ສິດທິລີໄຊ, ຮອງເຈົ້າຄອງ ນວ, ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນວ ບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ. ລົງກວດກາຄວາມພ້ອມ ແລະ ຄວາມເປັນລະບຽບຮຽບຮ້ອຍໃນການກະກຽມບັນດາກິດຈະກຳ ໃນງານບຸນນະມັດສະການພະທາດຫຼວງປະຈຳປີ 2017 ແລະ ພິທີເປີດປີທ່ອງທ່ຽວລາວ ປີ 2018.







ຜ່ານການສຳຫຼວດອ້ອມຮອບເດີນສະໜາມຫຼວງ ເຫັນວ່າກິດຈະກຳພາກສະໜາມ ແມ່ນສຳເລັດໄປກ່ວາ 85% ແລ້ວ ຍັງເຫຼືອພຽງການຈັດສັນສະຖານທີ ແລະ ການປະດັບປະດາສະຖານທີໃຫ້ສວຍງາມ, ການຕົບແຕ່ງຮ້ານຄ້າ, ຫ້ອງວາງສະແດງສິນຄ້າ ຂອງບັນດາແຂວງທີ່ເຂົ້າຮ່ວມວາງສະແດງຜະລິດຕະພັນພາຍໃນງານ ແລະ ບັນດາຫ້າງຮ້ານຂອງພາກສ່ວນທຸລະກິດ, ເອກະຊົນ.



ສຳລັບວຽກງານ ກິດຈະກຳທີ່ສຳຄັນຕ່າງໆ ຢູ່ພາຍໃນກົມມະລຽນພິພິທະພັນພະທາດຫຼວງເຊັ່ນ: ພິທີສົມໂພດພະພຸດທະຮູບທອງຄຳ, ພິທີຕັກບາດ, ການປະດັບປະດາ ໄຟແສງສີໃສ່ອົງພະທາດຫຼວງ ແລະ ອ້ອມຮອບກົມມະລຽນ ແລະ ທາງດ້ານເຕັກນິກ- ດ້ານພິທີການຕ່າງໆ ແມ່ນຍັງເປັນວຽກທີ່ຕ້ອງຮີບດ່ວນ ຈັດຕັ້ງປະຕິບັດ ເຮັດໃຫ້ມີຄວາມພ້ອມ ແລະ ໃຫ້ສຳເລັດກ່ອນວັນງານ.


ໂດຍລວມກໍຖືວ່າຢູ່ໃນຂັ້ນຕອນການກະກຽມໃກ້ຈະສຳເລັດແລ້ວ ຍັງເຫຼືອພຽງບາງໜ້າວຽກເຊັ່ນ: ການປະດັບປະດາໄຟແສງສີ, ດອກໄຟ, ໂຄມໄຟ ແລະ ວຽກງານພິທີການ, ວຽກງານປ້ອງກັນຄວາມສະຫງົບ.... ເຊີ່ງເປັນວຽກທີ່ພາກສ່ວນກ່ຽວຂ້ອງແມ່ນຕ້ອງເອົາໃຈໃສ່ເລັ່ງເຮັດໃຫ້ສຳເລັດໂດຍໄວ. ເພື່ອເຮັດໃຫ້ບຸນນະມັດສະການພະທາດຫຼວງ ປະຈຳປີ 2017 ແລະ ພິທີເປີດປີທ່ອງທ່ຽວລາວ 2018 ນີ້ ດຳເນີນໄປຢ່າງມີຄວາມໝາຍຄວາມສຳຄັນ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ.

No comments

Powered by Blogger.