Header Ads

ມີຄົນລາວ 1,58 ແສນຄົນ ຍັງເປັນແຮງງານເຖື່ອນທີ່ປະເທດໄທ


ອີງຕາມການລາຍງານຂ່າວຂອງ ໜັງສຶພິມ ເສດຖະກິດ-ສັງຄົມ ວ່າ : ເຖິງວ່າໃນໄລຍະຜ່ານມາຂະແໜງແຮງງານ ແລະສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ຄຸ້ມຄອງແຮງງານທັງໃນລະບົບ ແລະນອກລະບົບຕາມກົດໝາຍວ່າດ້ວຍແຮງງານ,ມີຄວາມພະຍາ ຍາມໃນການຄຸ້ມຄອງແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດ ແຕ່ກໍຍັງບໍ່ສາມາດຄຸ້ມຄອງໄດ້ດີເທົ່າທີ່ຄວນ ຊຶ່ງເຮັດໃຫ້ແຮງງານລາວສ່ວນໜຶ່ງໄປອອກແຮງງານຢູ່ປະເທດໄທບໍ່ມີເອກະສານຖືກຕ້ອງຕາມລະບຽບກົດໝາຍມີເຖິງ 1,58 ແສນຄົນ ຊຶ່ງອາດຈະເສຍສິດອັນພື້ນຖານທີ່ແຮງງານຄວນຈະໄດ້ຮັບ.



ອີງຕາມຂໍ້ມູນຊີ້ແຈງຂອງຄະນະນຳ ກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ຕໍ່ສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະພາວ່າ: ໃນໄລຍະ 9 ເດືອນຂອງປີ 2017 ຮສສ ໄດ້ລົງຕິດຕາມກວດກາຫົວໜ່ວຍແຮງງານໃນທົ່ວປະເທດໄດ້ທັງໝົດ 2.778 ຫົວໜ່ວຍ ລວມມີແຮງງານລາວ ແລະຕ່າງປະເທດ 47.162 ຄົນ ຍິງ 16.831 ຄົນ, ພ້ອມກັນນັ້ນຍັງສາມາດສົ່ງອອກແຮງງານລາວໄປອອກແຮງງານຖືກຕ້ອງຕາມກົດ ໝາຍຢູ່ປະເທດໄທ 17.372 ຄົນ ຍິງ 8.321 ຄົນ, ສົ່ງໄປຍີ່ປຸ່ນ 350 ຄົນ ແລະ ສ.ເກົາຫຼີ ກຳລັງຢູ່ໃນຂັ້ນຕອນການຄັດເລືອກບົນພື້ນຖານຂໍ້ຕົກລົງຂອງສອງ ຝ່າຍ ແລະມາດຕະຖານດ້ານແຮງງານ ຂອງສ.ເກົາຫຼີ.



ສຳລັບແຮງງານລາວທີ່ຂ້າມໄປອອກ ແຮງງານຢູ່ຕ່າງປະເທດ ໂດຍສະເພາະປະເທດໄທ ສ່ວນຫຼາຍແມ່ນໄປດ້ວຍຕົນ ເອງ, ຕາມການຊັກຊວນຂອງໝູ່ເພື່ອນ ຫຼື ຍາດຕິພີ່ນ້ອງ, ແຮງງານ ດັ່ງກ່າວໄປແບບບໍ່ມີເອກະສານຖືກຕ້ອງ, ເອກະສານເດີນທາງແບບທ່ອງທ່ຽວ ແລະ ອີກຈຳນວນໜຶ່ງໄປແບບບໍ່ມີເອກະສານຈຶ່ງເຮັດໃຫ້ການຫັນເອົາແຮງງານເຫຼົ່ານັ້ນ ເຂົ້າສູ່ກົນໄກການຄຸ້ມຄອງດ້ວຍລະບຽບກົດໝາຍ ແລະບົດບັນທຶກສອງຝ່າຍ ມີຄວາມຫຍຸ້ງຍາກ.


ໂດຍອີງຕາມຂໍ້ມູນຢັ້ງຢືນຈາກເຈົ້າ ໜ້າທີ່ຝ່າຍໄທວ່າ: ແຮງງານລາວທີ່ເຮັດ ວຽກບໍ່ຖືກຕ້ອງມີປະມານ 1,58 ແສນຄົນ ໃນນັ້ນ ແຮງງານທີ່ມີໜັງສືນາຍຈ້າງຮັບຮອງມີ 87 ພັນຄົນ ແລະແຮງງານທີ່ກະຊວງແຮງງານໄທສາມາດຢັ້ງຢືນໃຫ້ປັບ ສະຖານະພາບໃຫ້ອອກແຮງງານຖືກຕ້ອງຕາມກົດໝາຍ ( ກຸ່ມບັດສີຊົມພູ ) ມີ 71 ພັນກວ່າຄົນ ແລະຜ່ານການຈັດຕັ້ງປະຕິບັດຂອງເຈົ້າໜ້າທີ່ລາວ ແຕ່ເດືອນສິງຫາ ເຖິງວັນທີ 12 ຕຸລາ 2017 ສາມາດອອກເອກະສານຢັ້ງຢືນສະຖານະບຸກຄົນໄດ້ 6.460 ຄົນ ໃນນີ້ ຜູ້ອອກແຮງງານ 6.076 ຄົນ, ຍິງ 3.115 ຄົນ ແລະຜູ້ຕິດຕາມ 384 ຄົນ ຍິງ 179 ຄົນ.

ຂະນະດຽວກັນ ຮສສ ຍັງໄດ້ຄຸ້ມຄອງແຮງງານຕ່າງປະເທດທີ່ມາອອກແຮງງານຢູ່ລາວດ້ວຍການຂຶ້ນທະບຽນ ແລະອອກບັດອະນຸຍາດຊົ່ວຄາວ ມາຮອດທ້າຍປີ 2016 ສາມາດຂຶ້ນທະບຽນຊົ່ວຄາວຄົນຕ່າງປະເທດໄດ້ທັງໝົດ 24.172 ຄົນ ຍິງ 6.996 ຄົນ ໃນນັ້ນ ສັນຊາດຫວຽດນາມ 19.707 ຄົນ, ຍິງ 5.817 ຄົນ, ຈີນ 3.650 ຄົນ ຍິງ 1.173 ຄົນ, ໄທ 690 ຄົນ ຍິງ 131 ຄົນ ແລະອື່ນໆ 125 ຄົນ ຍິງ 13 ຄົນ.


ເນື້ອໃນຂ່າວ: ເສດຖະກິດ-ສັງຄົມ

No comments

Powered by Blogger.