Header Ads

ເຫດລົດຈັກຕໍາປະສານງານກັບລົດຈັກ (ບາດເຈັບ 2 ຄົນ) ບ້ານ ຫລັກເມືອງ ເມືອງປາກເຊ ແຂວງຈຳປາສັກ



ແຂວງຈຳປາສັກ: ໃນວັນທີ 27/10/2017 ເວລາ 21:50 ໝ່ວຍກູ້ໄພມູນນີທີ 1623 ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 0304912875 ວ່າມີລົດຕຳກັນ ເຊິ່ງຈຸດເກີດເຫດແມ່ນບ້ານຫ້ວຍປູນ ເມືອງ ປາກເຊ ແຂວງ ຈຳປາສັກ ເມື່ອໝ່ວຍກູ້ໄພມູນນີທີ 1623 ໄປຮອດຈຸດເກີດເຫດພົບຄົນເຈັບ 02 ຄົນ





1. ເພດຊາຍ ອາຍຸ 17ປີ ອາຊີບ ນັກຮຽນ ບ້ານຫ້ວຍ ເມືອງປາກເຊ ແຂວງຈຳປາສັກ  ອາການເບື້ອງຕົ້ນແມ່ນເຈັບກ້ານຄໍ (ຍັງຮູ້ສຶກມີສະຕີດີ)
2. ເພດຊາຍ ອາຍຸ 42 ປີ ອາຊີບຄ້າຂາຍ ບ້ານ ຫລັກເມືອງ ເມືອງປາກເຊ ແຂວງຈຳປາສັກ ອາການເບື້ອງຕົ້ນມີບາດແຜເປີດຢູ່ຄີ້ວເບື້ອງຊ້າຍ ແລະ ຕາມໃບຫນ້າ (ຍັງຮູ້ສຶກມີສະຕີດີ)


ດັ່ງນັ້ນ, ໝ່ວຍກູ້ໄພມູນນີທີ 1623 ໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝແຂວງຈຳປາສັກເປັນທີ່ຮຽບຮ້ອຍແລ້ວ
ແຫຼ່ງຂ່າວ: ໝ່ວຍກູ້ໄພມູນນີທີ 1623 ຂ ຈຳປາສັກ

ບາດເຈັບ ອຸບັດຕີເຫດສຸເສີນໂທ 1623 ຫຼື 030 4912875 ຕະຫຼອດ 24 ຊົ່ວໂມງ
ພາບ ແລະ ຂ່າວ: ໝ່ວຍກູ້ໄພມູນນີທີ 1623
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.