Header Ads

ອົງການປົກຄອງເມືອງຫຼວງພະບາງກະກຽມຕ້ອນຮັບລາງວັນເມືອງສີ່ງແວດລ້ອມທີ່ຍືນຍົງຂອງອາຊຽນ


ລາງວັນເມືອງສີ່ງແວດລ້ອມທີ່ຍືນຍົງຂອງອາຊຽນ ໄດ້ມີການມອບຮັບມາແລ້ວ 4 ຄັ້ງນັບແຕ່ປີ 2008 ໂດຍເມືອງຫຼວງພະບາງໄດ້ຮັບ 3 ຄັ້ງ ແລະ ເມືອງຊຳເໜືອໄດ້ຮັບ 1 ຄັ້ງ. ສຳລັບຕົວຊີ້ວັດຂອງລາງວັນເມືອງສີ່ງແວດລ້ອມທີ່ຍືນຍົງ ແມ່ນມີ 3 ເງື່ອນໄຂຄື: ຄຸນນະພາບດີນ, ຄຸນນະພາບນໍ້າ ແລະ ຄຸນນະພາບອາກາດ.



 ໃນນັ້ນ ແມ່ນໄດ້ເວົ້າເຖີງການອານະໄມຄວາມສະອາດໃນຕົວເມືອງ, ການສ້າງພື້ນທີ່ສີຂຽວ, ການຄຸ້ມຄອງການບຳບັດນ້ຳເປື້ອນ, ຄຸ້ມຄອງແຫຼ່ງນໍ້າທຳມະຊາດ, ການຄຸ້ມຄອງມົນລະຜິດທາງອາກາດ ແລະ ອື່ນໆ. ລາງວັນດັ່ງກ່າວນີ້ ແມ່ນລາງວັນທີ່ຢັ້ງຢືນເຖີງຄຸນນະພາບທາງດ້ານສີ່ງແວດລ້ອມ. ດັ່ງທ່ານ ສົມດີ ພອນສະຫວັດ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງຫຼວງພະບາງ ໄດ້ໃຫ້ຮູ້ກ່ຽວກັບຈຸດປະສົງ ແລະ ການກະກຽມຕ້ອນຮັບ ຄັ້ງນີ້ວ່າ ລາງວັນອັງຊົງກຽດດັ່ງກ່າວ ທີ່ຈະເດີນທາງມາເຖີງແຂວງຫຼວງພະບາງ ໃນວັນທີ່ 14 ກັນຍານີ້ ອົງການປົກຄອງເມືອງຫຼວງພະບາງ ຈະໄດ້ຈັດພິທີຕ້ອນຮັບຢ່າງຍີ່ງໃຫຍ່ ໂດຍເລີ້ມຂະບວນແຫ່ ຈາກສະໜາມບີນສາກົນຫຼວງພະບາງອ້ອມຮອບຕົວເມືອງ ແລະ ຈັດພິທີສູດມຸງຄຸນຢູ່ວັດຊຽງທອງ.



 ທ່ານ ນາງ ອີນຖາວອນ ພົມມະຈັນ ຮອງເຈົ້າເມືອງຫຼວງພະບາງ ໄດ້ຮຽກຮ້ອງເຖີງພະນັກງານ ທະຫານ ຕໍ່າຫຼວດ ຄໍຕະຫຼອດຮອດປະຊາຊົນ ທຸກຊັ້ນຄົນ, ທຸກຊົນເຜົ່າ ຈົ່ງພ້ອມກັນເປັນເຈົ້າການປະກອບສ່ວນ ໃນການຊົມເຊີຍ ແລະ ພາກພູມໃຈຮ່ວມກັນຕໍ່ລາງວັນດັ່ງກ່າວ ພ້ອມທັງກະກຽມວຽກງານຮອບດ້ານເພື່ອຕ້ອນຮັບຂະບວນແຫ່ ໃນຕອນບ່າຍຂອງວັນທີ່ 14 ກັນຍານີ້. ສຳລັບລາງວັນເມືອງສີ່ງແວດລ້ອມທີ່ຍືນຍົງຂອງອາຊຽນ ຈະເດີນທາງຈາກປະເທດ ບລູໄນ ດາລູຊະລັມ ເຖີງສະໜາມບີນສາກົນຫຼວງພະບາງ ໃນຕອນທ່ຽງຂອງວັນພະຫັດ ທີ່ 14 ກັນຍາ ປີ 2017.

ໂດຍ: ອາພຸດເດດ ບຸບຜາ/ວິທິຍຸກະຈາຍສຽງແຫ່ງຊາດ  

No comments

Powered by Blogger.