Header Ads

ພູນຊັບ ພົນໂຍທາ (ມີມີ່ ) ງາມເດັ່ນໃນງານເທດສະການໜັງນາໆຊາດ ນະຄອນໄຊບູຣິນ ປະເທດໄທ



ໃນອາທິດຜ່ານມາ ພູນຊັບ ພົນໂຍທາ (ມີມີ່ ) ໄດ້ນຳທີມນາງແບບຄົນບັນເທີງ ຈາກບໍລິສັດ Firstmodelinglao ເຂົ້າຮ່ວມງານເທດສະການໜັງນາໆຊາດ ທີ່ ເດີມໍໂຄລາດ ນະຄອນໄຊບູຣິນ ປະເທດໄທ ໂດຍໄດ້ຮັບກະແອຕອບຮັບຢ່າງຫລວງຫລາຍຈາກແຟນຄັບຊາວໄທ ແລະ ແຂກທີ່ເຊື້ອເຊີນເຂົ້າຮ່ວມງານນີ້.​



ສໍາລັບການຮ່ວມງານໃນຄັ້ງນີ້ ຖືເປັນບາດກ້າວສໍາຄັນຂອງວົງການບັນເທິງລາວ ບໍ່ວ່າຈະເປັນຮ້ອງເພງ, ຮູບເງົາ, ການເດິນແບບແຟຊັ້ນ, ການປະກວດນາງງາມ ແລະ ກິດຈະກໍາຕ່າງໆດ້ານບັນເທິງ ສິ່ງເຫຼົ່ສໍານີ້ແມ່ນການຕໍ່ຍອດ ແລະ ປູພື້ນຖານຂອງວົງການບັນເທິງບ້ານເຮົາໃຫ້ທຽມທັນບັນດາປະເທດອາຊຽນ ແລະ ສາກົນ ພ້ອມທັງຊຸກຍູ້ອຸດສາຫະກໍາທ່ອງທ່ຽວຜ່ານຮູບແບບບັນເທິງ ເຊັ່ນດຽວກັບປະເທດເກົາຫຼີໃຕ້ທີ່ປະສົບຄວາມສໍາລັບມາແລ້ວໃນການສ້າງ K-POP ໃຫ້ເປັນທີ່ຮູ້ຈັກຂອງຄົນທົ່ວໂລກ ບໍ່ແນ່ໃນອະນາຄົດເຮົາອາດຈະໄດ້ເຫັນ L-POP ກາຍເປັນກະແສໃນຫຼາຍປະເທດ ຫຼື ສາກົນ.​








No comments

Powered by Blogger.