Header Ads

ພະທາດອຸໂມງສະຖານທີ່ທ່ອງທ່ຽວ ທາງດ້ານວັດທະນະທໍາ ຂອງແຂວງ ສະຫວັນນະເຂດ


ວັດອຸມຸງ ຕັ້ງຢູ້ທາງທິດຕາເວັ້ນອອກ ຂອງບ້ານລະຫາໂຄກ, ຫ່າງຈາກຕົວເມືອງສອງຄອນ ໄປທາງທິດເໜືອ ປະມານ 7 ກິໂລແມັດ, ແລະ ຫ່າງຈາກເທດສະບານແຂວງ ສະຫວັນນະເຂດ ປະມານ 75 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວ ທາງດ້ານວັດທະນະທໍາ, ພະທາດລູກນີ້ ສູງປະມານ 10 ແມັດ, ທຸກໆປີ ເມື່ອຮອດເດືອນຍີ່ເພັງ ໄດ້ມີງານ ສະເຫຼີມສະຫຼອງ ໃນວັນຂຶ້ນ 14 ຄໍ່າ ເປັນມື້ສີເຜີ້ງສີທຽນ, ສ່ວນມື້ຂຶ້ນ 15 ຄໍ່າ ແມ່ນມື້ເຕົ້າໂຮມ ຫົວບ້ານ ແລະ ທ້າຍບ້ານ ເພື່ອທໍາພິທີທາງສາດສາໜາ ແລະ ເປີດກວ້າງໃຫ້ ຊາວພຸດ ທັງຫລາຍພາຍໃນເມືອງ ແລະ ແຂວງ ກໍ່ຄືທົ່ວໄປເທດ ໄດ້ມາສັກກະລະບູຊາກາບໄຫວ້ ພະທາດນີ້ ໃນແຮມ 1 ຄໍ່າ ເດືອນຍີ່ ເປັນມື້ຕັກບາດຖະຫວາຍ ເຄື່ອງປັດໃຈໄຊຍະທານ ໃຫ້ແກ່ພະສົງ ເພື່ອອຸທິດຫາຜູ້ມີຄຸນງາມຄວາມດີ ທີ່ລ່ວງລັບໄປ ມາຮັບເອົາ.
 
 
 
 





ຂໍ້ມູນ: ອົງການພັດທະນາການທ່ອງທ່ຽວ

No comments

Powered by Blogger.