Header Ads

ບັນຫາຄູສອນທີ່ມີລັກສະນະເຫຼືອບໍ່ພໍ ຍັງເປັນປະເດັນຮ້ອນໃນສະພາ



ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8 ບັນດາສະມາຊິກສະພາແຫ່ງຊາດ ໄດ້ສືບຕໍ່ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ. ໃນນັ້ນ, ເລື່ອງລະບົບການສຶກສາ ຍັງເປັນບັນຫາທີ່ທາງລັດຖະບານຈະຕ້ອງໄດ້ຮີບຮ້ອນແກ້ໄຂ ໂດຍສະເພາະແມ່ນຄູສອນທີ່ມີລັກສະນະເຫຼືອບໍ່ພໍ.




ທ່ານ ນາງ ແສງສຸວັນ ຊຸຍພະສິດ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15 ແຂວງ ຈຳປາສັກ ໄດ້ສະເໜີວ່າ: ລະບົບການສຶກສາໃນໄລຍະທີ່ຜ່ານຍັງມີຄວາມຫຍຸ້ງຍາກຫຼາຍ ແລະ ມີສິ່ງທີ່ ທ້າທາຍຫຼາຍ ໂດຍສະເພາະແມ່ນຢູ່ໃນເຂດຫ່າງໄກສອກຫຼີກ ແລະ ເຂດຂະຫຍາຍໃໝ່ທີ່ມີຄວາມ ຕ້ອງການຄູເປັນຈຳນວນຫຼາຍ ເພື່ອມາຮັບໃຊ້ວຽກງານທາງດ້ານການສຶກສາຢ່າງເຕັມທີ່, ແຕ່ສັງເກດເຫັນ ວ່າຜ່ານມາໃນແຕ່ລະແຂວງສ່ວນໃຫຍ່ຈະເປັນຄູອາສາສະໝັກ ເຊິ່ງຍັງບໍ່ທັນສາມາດເຂົ້າເປັນລັດຖະກອນ ຈຶ່ງເຮັດໃຫ້ມີການຂາດແຄນຄູ ເຊິ່ງຢູ່ໃນຫຼາຍໆເຂດທີ່ຢູ່ຫ່າງໄກສອກຫຼີກຈະມີຄູປະຈຳພຽງ ແຕ່ 2-3 ຄົນ ນອກຈາກນັ້ນຈະເປັນຄູອາສາ. ສຳລັບໃນປີ 2015 ເປັນຕົ້ນມາ ບັນດາໂຮງຮຽນເຂດ ເປົ້າໝາຍແມ່ນບໍ່ໄດ້ມີການຮັບຄູອາສາ ເຊິ່ງເຮັດໃຫ້ມີຄວາມຕ້ອງການຄູເພີ່ມຂຶ້ນ ແລະ ຢາກໃຫ້ມີ ການເພີ່ມໂກຕ້າຄູຕື່ມ.



ນອກຈາກບັນຫາເລື່ອງຄູແລ້ວ ກໍຍັງມີບັນຫາເລື່ອງສະພາບຄອບຄົວຂອງນັກຮຽນທີ່ມີຄວາມ ທຸກຍາກ ແລະ ໂຮງ ຮຽນຢູ່ໄກບ້ານ ທີ່ເປັນສາເຫດໃຫ້ການປະລະການຮຽນເພີ່ມຂຶ້ນ ເນື່ອງຈາກວ່າບາງທ້ອງຖິ່ນຈະມີໂຮງຮຽນຮອດແຕ່ຊັ້ນປະຖົມເທົ່ານັ້ນ ຖ້າຈະຕໍ່ສາຍມັດທະຍົມກໍຕ້ອງໄດ້ໄປຕໍ່ອີກບ່ອນໜຶ່ງທີ່ຫ່າງໄກອອກອີກ.




ດ້ານທ່ານ ນາງ ມະນີວັນ ເຢຍປາວເຣີ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງ ຫົວພັນ ໄດ້ປະກອບຄຳຄິດເຫັນວ່າ: ປັດຈຸບັນສັງເກດເຫັນວ່າ ມີຫຼາຍທ້ອງຖິ່ນຍັງມີບັນຫາ ເລື່ອງການຂາດແຄນຄູ ເຊິ່ງໃນໄລຍະຜ່ານມາແມ່ນໄດ້ມີການອອກໂກຕ້າຄູສູງF ແຕ່ບໍ່ໄດ້ບັນຈຸເຂົ້າໃນ ເຂດທີ່ມີຄວາມຈຳເປັນ ແລະ ຕ້ອງການ; ສ່ວນໃຫຍ່ຈະຮັບໃຊ້ພາຍໃນເຂດຕົວເມືອງເທົ່ານັ້ນກາຍເປັນ ວ່າຄູເຫຼືອບໍ່ພໍ. ນອກຈາກນັ້ນ ວຽກງານດ້ານການສຶກສາກໍຍັງມີການເລືອກເຂົ້າຮຽນສາຍປະລິນຍາຕີ ຫຼາຍກວ່າສາຍວິຊາຊີບ ຍ້ອນວ່າບັນດາບໍລິສັດຕ່າງໆໄດ້ພາກັນຕັ້ງຂໍ້ກຳນົດໃນການສະໝັກວຽກ ໂດຍກຳນົດເອົາແຕ່ຜູ້ທີ່ຮຽນຈົບປະລິນຍາຕີເທົ່ານັ້ນ ຈຶ່ງເຮັດໃຫ້ນັກສຶກສາເກີດມີແນວຄິດໃນຢາກເຂົ້າຮຽນໃນ ສາຍປະລິນຍາຕີຫຼາຍກວ່າສາຍວິຊາຊີບ ແລະ ທາງລັດຖະບານເອງກໍໄດ້ມີການເພີ່ມທຶນການສຶກສາ ໃນສາຍວິຊາຊີບຕື່ມແຕ່ກໍຍັງມີຄົນຮຽນໜ້ອຍ.

ທ່ານ ນາງ ສູນໄຖ ໄຊຍະແສງ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 14 ແຂວງສາ ລະວັນ ໄດ້ປະກອບຄຳເຫັນວ່າ: ສາລະວັນເປັນອີກແຂວງໜຶ່ງທີ່ມີໂຕເລກການປະລະການຮຽນສູງ ເນື່ອງຈາກວ່າສະພາບຄອບຄົວທີ່ທຸກຍາກ, ໂຮງຮຽນຢູ່ຫ່າງໄກ ແລະ ບໍ່ມີຫໍພັກໃຫ້ນັກຮຽນທີ່ຢູ່ເຂດ ຫ່າງໄກ, ສະນັ້ນ ເພື່ອແກ້ໄຂບັນຫາດັ່ງກ່າວລັດຖະບານຄວນຈັດສັນງົບປະມານເຂົ້າມາແກ້ໄຂໃນຈຸດນີ້ ຕື່ມ. ນອກຈາກນັ້ນ ປັດຈຸບັນເຫັນວ່າບັນຫາເລື່ອງການຂາດແຄນຄູກໍຍັງເປັນບັນຫາສຳຄັນທີ່ຈະຕ້ອງ ໄດ້ຮັບການແກ້ໄຂຢ່າງຮີບດ່ວນ.


ແຫລ່ງຂ່າວ: ເສດຖະກິດ-ການຄ້າ
© ຈໍາປາໂພສ |  www.champapost.com
_________




No comments

Powered by Blogger.