Header Ads

ລັດຖະມົນຕີ ກະຊວງພະລັງງານ ຊີ້ແຈງກ່ຽວ ກັບມາດຕະການ ໃນການຄຸ້ມຄອງ ແລະ ກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ



ໃນ​ວັນ​ທີ 23 ຕຸລາ 2017 ນີ້, ທີ່ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ IV ຂອງ​ສະ​ແຫ່ງ​ຊາດ​ຊຸດ​ທີ VIII, ໂດຍການ​ເປັນ​ປະທານ​ຂອງ​ທ່ານ ​ແສງ​ນວນ ​ໄຊ​ຍະ​ລາດ ຮອງ​ປະ​ທານ​ສະພາ​ແຫ່ງ​ຊາດ, ທ່ານ ຄໍາ​ມະນີ ອິນ​ທິລາດ ລັດຖະມົນຕີ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ໄດ້​ຊີ້​ແຈງ​ກ່ຽວ​ກັບ​ແຜນການ​ ແລະ ມາດ​ຕະການ​ໃນ​ການ​ຄຸ້ມ​ຄອງ, ກວດກາ​ສາຍ​ສົ່ງ​​ໄຟຟ້າ, ການ​ກໍ່​ສ້າງ​ບັນດາ​ເຂື່ອນ​ໄຟຟ້າ​ນ້ຳຕົກ ​ເພື່ອ​ຮັບປະກັນ​ບໍ່​ໃຫ້​ເຂື່ອນ​ແຕກ, ​ໂດຍ​ໄດ້​ອີງ​ໃສ່​ກົດໝາຍ​ວ່າ​ດ້ວຍ​ໄຟ​ຟ້າ, ດຳລັດ, ຄຳ​ສັ່ງ, ແຈ້ງ​ການ, ສັນຍາ​ສຳ​ປະທານ, ມາດຕະຖານ​ເຕັກນິກ​​ໄຟຟ້າ​ຂອງ​ລາວ (​ເປັນ​ມາດຕະຖານ ​ທີ່​ທຽບ​ເທົ່າ​ລະດັບ​ສາ​ກົນ), ປື້​ມຄູ້​ມື​ແລະ ລະບຽບ​ການ​ດ້ານ​ຄວາມ​ປອດ​ໄພ ໃນ​ການ​ດຳ​ເນີນ​ງານ ​ແລະ ບໍ​າລຸງ​ຮັກສາ ​ແລະ ​ເອກ​ະສານ​ອື່ນໆ​ທີ່​ກ່ຽວ​ຂ້ອງ ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຕົວ​ຈິງ ​ໃຫ້​ໄປ​ຕາມ​ຂັ້ນ​ຕອນ​ຂອງ​ເຕັກນິກ​ວິຊາ​ການ ​ເຊິ່ງມີ​ຂັ້ນ​ຕອນ​ໃນ​ການ​ຕິດຕາມ​ກວດກາ ​ແລະ ຄຸ້ມ​ຄອງ ​ຄື: ກວດກາ ​ແລະ ຮັບຮອງ​ບົດ​ວິພາກ​ເສດຖະກິດ​ເຕັກນິກ, ກວດກາ​ ​ແລະ ຮັບຮອງ​ບົດ​ອອກ​ແບບ​ເບື້ອງ​ຕົ້ນ ​ສຳລັບ​ການ​ກໍ່ສ້າງ, ກວດກາ​ ​ແລະ ຮັບຮອງ​ກ່ອນ​ການ​ອະນຸຍາດ​ໃຫ້​ກັກ​​ເກັບ​ນໍ້າ, ກວດກາ ​ແລະ ຮັບຮອງ ຜົນສຳ​ເລັດ​ການ​ກໍ່ສ້າງ​ໂຄງການ, ຕິດຕາມ ​ແລະ ກວດກາ ​ໃນ​ໄລຍະ​ການ​ດຳ​ເນີນ​ງານ ​ແລະ ກວດກາ​ກ່ອນ​ການ​ມອບ​ໂອນ​ໂຄງການ​ ໃຫ້​ລັດຖະບານ.




ທ່ານ ຄໍາມະນີ ອິນ​ທິລາດ ​ໄດ້​ຊີ້​ແຈງ​ຕື່ມ​​ວ່າ: ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ກໍ​ຄື​ ລັດຖະບານ ຍັງ​ໄດ້​ມີ​ການ​ວ່າ​ຈ້າງ ​ທີ່​ປຶກສາວິສະວະກອນຂອງ​ລັດຖະບານ ທີ່​ເປັນ​ບໍລິສັດ​ສາກົນ ​ທີ່​ມີ​ຊື່​ສຽງໜ້າ​ເຊື່ອ​ຖື ເຮັດ​ໜ້າ​ທີ່​ຊ່ວຍ​ລັດຖະບານ ​ໃນ​ການ​ຕິດຕາມ​ກວດກາ​ວຽກ​ງານ​ປິ່ນ​ອ້ອມ ​ຂອງ​ການ​ກໍ່ສ້າງ​ເຂື່ອນ ​ແລະ ​ໄດ້​ຕິດຕາມ​ຮ່ວມ​ກັບ ​ກົມ​ວິຊາ​ການ​ກະຊວງ ​ໃນ​ການຈັດ​ຕັ້ງ​ປະຕິບັດວຽກ​ງານ​ດ້ານ​ເຕັກ​ນິກ ພ້ອມ​ລາຍ​ງານ​ສະພາບ ​ແລະ ຄວາມ​ຄືບ​ໜ້າ​ຂອງ​ການ​ກໍ່ສ້າງ​ໂຄງການ​ໃຫ້​ກັບ ຄະນະ​ກຳມະການ​ຊີ້​ນຳ​ຮ່ວມ​ໂຄງການ​ຢ່າງ​ເປັນ​ປົກກະຕິ. ນອກ​ຈາກ​ນີ້, ​ໃນ​ເມື່ອ​​ໂຄງການ​ສຳ​ເລັດ​ການ​ກໍ່ສ້າງ ​ແລະ ດຳ​ເນີນ​ການ​ຜະລິດ, ກະຊວງ​ຕ້ອງ​ໄດ້​ສືບ​ຕໍ່​ຕິດຕາມ​ການ​ກວດກາ ​ແລະ ຄຸ້ມ​ຄອງ ບໍ່​ວ່າ​ຈະ​ເປັນ​ການ​ຕິດຕາມ​ຂໍ້​ມູນ​ຕ່າງໆ ທີ່​ສະ​​ແດງ​ໃຫ້​ເຫັນ​ປະສິດທິພາບຂອງ​ໂຄງການ ​ແລະ ການ​ຄຸ້ມ​ຄອງ​ໂຄງການ​ທີ່​ດີ ​ເປັນ​ຕົ້ນ​ ແມ່ນ​ຂໍ້​ມູນ​ຕົວ​ເລກ​ປະລິມານ​ນ້ຳ​ໄຫລ​ເຂົ້າ​ອ່າງ, ບໍລິ​ມາດ​ນໍ້າ​ທີ່​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ​ໄຟຟ້າ ​ແລະ ນໍ້າ​ລະບາຍ​ອອກ ​ເພື່ອ​ປ້ອງ​ກັນ​ນ້ຳ​ຖ້ວມ ​ແລະ ຮັກສາ​ຄວາມ​ປອດ​ໄພ​ຂອງ​ເຂື່ອນ, ຂໍ້​ມູນ​ຄຸນ​ນະພາ​ບນ້ຳ, ຂໍ້​ມູນ​ການ​ພັດທະນາ​ຟື້ນ​ຟູ​ຊີວິດ​ປະຊາຊົນ​ຜູ້​ຖືກ​ຜົນ​ກະທົບ ​ແລະ ຂໍ້​ມູນ​ການ​ເສຍ​ພັນທະ​ຕາມ​ສັນ​ຍາ​ສຳ​ປະ​ທານໃຫ້​ແກ່​ລັດ​ຖະບານ.




​ໃນ​ກໍລະນີຫາກ​ເກີດ​ອຸບັດ​ຕິ​ເຫດ ຫລື​ ​ໂຄງການ​ມີ​ບັນຫາ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ຈະ​ໄດ້​ສົມທົບ​ກັບ​ຊ່ຽວຊານ​ ທີ່​ປຶກສາ​ຂອງ​ລັດຖະບານ ລົງ​ໄປ​ຕິດຕາມ​ກວດກາ ​ເກັບ​ກຳ​ຂໍ້​ມູນ​ລາຍ​ລະອຽດທັງ​ໝົດ ພ້ອມ​ທັງ​ປະ​ເມີນ, ຈັດ​ປະຊຸມ​ລະດັບ​ວິຊາ​ການ ​ແລະ ຫາ​ວິ​ທາງ​ແກ້​ໄຂ​ໃຫ້​ຖືກຕ້ອງຕາ​ມ​ເຕັກນິກ​ໄຟຟ້າ​ລາວ ຫລື ສາກົນ; ຖ້າ​ກໍລະນີ​ເປ​ເພ​ຮ້າຍ​ແຮງ ກະຊວງ​​ຈະ​ສັ່ງ​​ໂຈະຢຸດຕິ​ການ​ກໍ່ສ້າງທັງ​ໝົດ ​ແລ້ວ​ແຕ່ງ​ຕັ້ງຄະນະ​ຊ່ຽວຊານ​ສະ​ເພາະ ລົງ​ສົມທົບ​ກັບ​ເຈົ້າ​ຂອງ​ໂຄງການ ​ເພື່ອ​ກວດກາ​ຫາ​ຄວາ​ມ​ເສຍ​ຫາຍ ​ແລະ ວາງ​ແຜນ​ປະຕິບັດ​ ໃຫ້​ຖືກຕ້ອງ​ຕາມ​ມາດຕະຖານ​ເຕັກ​ນິກ​ຢ່າ​ງ​ເຂັ້ມ​ງວດ.



ຂ່າວ: ສົມ​ຫວັງ ພາບ​: ໄອ່​ຄຳ (ສໍານັກຂ່າວປະເທດລາວ)

No comments

Powered by Blogger.