Header Ads

ການສ້ອມແປງເສັ້ນທາງ 2571 ຂອງແຂວງຫຼວງພະບາງມີຄວາມຄືບໜ້າແລ້ວ 11% ຄາດໝາຍຈະໃຫ້ສຳເລັດໃນທ້າຍເດືອນທັນວາຂອງປີນີ້



ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອານຸມັດງົບປະມານສ້ອມແປງເສັ້ນທາງຫຼວງຂອງແຂວງຫຼວງພະບາງ ເລກທີ່ 2571 ແຕ່ບ້ານຫາດຮ່ຽນຫາບ້ານກອກຫວານເມືອງຫຼວງພະບາງ ມີໄລຍະທາງປະມານ 20 ກິໂລແມັດ ໃນມູນຄ່າ 1 ຕື້ 363 ລ້ານກ່ວາກີບ, ໃນນີ້ ເປັນທືນຂອງກະຊວງ 91,7% ແລະ ທືນຂອງແຂວງ 8,3%, ໂດຍແມ່ນບໍລິສັດອຸທຸມພອນກໍ່ສ້າງຂົວທາງຈໍາກັດ ເປັນຜູ້ຮັບເໝົາ. ທ່ານ ບຸນສະຫັວດ ປານນຸວົງ ວິຊາການຂອງພະແນກໂຍທາທິການ ແລະ ຂົນສົ່ງ ຮັບຜິດຊອບຊີ້ນຳໂຄງການດັ່ງກ່າວ ໄດ້ຫ້ສຳພາດວ່າ: ໜ້າວຽກທີ່ກຳລັງຈັດຕັ້ງປະຕິບັດໃນປະຈຸບັນ ແມ່ນການຍົກລະດັບເສັ້ນທາງ ແຕ່ທາງແຍກສະໜາມບີນສາກົນຫຼວງພະບາງ ເຊື່ອມຕໍ່ຫາເສັ້ນທາງ 13 ເໜືອ ໂດຍລວມແມ່ນມີຄວາມຫຼ້າຊ້າ ເນື່ອງຈາກໄດ້ມີການໄກ່ເກ່ຍກ່ຽວກັບສີ່ງກີດຂວາງ ເປັນຕົ້ນທໍ່ນໍ້າປະປາ, ສາຍລະບົບສື່ສານ ແລະ ອື່ນໆ.



ສຳລັບການສ້ອມແປງເສັ້ນທາງດັ່ງກ່າວ ແມ່ນໄດ້ເລີ້ມຈັດຕັ້ງປະຕິບັດໃນທ້າຍເດືອນກັນຍາຂອງປີນີ້ ຄາດໝາຍຈະໃຫ້ສຳເລັດໃນທ້າຍເດືອນທັນວາຂອງປີນີ້. ໂຄງການສ້ອມແປງເສັ້ນທາງ 2571 ຂອງແຂວງຫຼວງພະບາງນີ້ ແມ່ນເປັນການຍົກລະດັບທາງດ້ວຍຫີນອັດແໜ້ນ ປະກອບມີຮ່ອງລະບາຍນ້ຳຂ້າງທາງເບື້ອງລະ 1 ແມັດ ແລະ ໜ້າທາງກ້ວາງ 8 ແມັດ ລວມເປັນ 10 ແມັດ ຫາກການສ້ອມແປງສຳເລັດ ຈະເຮັດໃຫ້ການສັນຈອນມີຄວາມສະດວກຂື້ນ. ໂອກາດນີ້ ທ່ານ ບຸນສະຫັວດ ປານນຸວົງ ຂໍຮຽກຮ້ອງເຖີງຜູ້ໃຊ້ລົດໃຊ້ຖະໜົນ ຈົ່ງພ້ອມກັນມີສະຕິໃນການຊົມໃຊ້ເສັ້ນທາງ ທັງອຳນວຍຄວາມສະດວກໃຫ້ແກ່ບໍລິສັດຮັບເໝົາສ້ອມແປງ ເພື່ອເຮັດໃຫ້ການສ້ອມແປງເສັ້ນທາງ ສຳເລັດຕາມແຜນການ.


ໂດຍ: ອາພຸດເດດ ບຸບຜາ/ວິທະຍຸກະຈາຍສຽງແຫ່ງຊາດ

No comments

Powered by Blogger.