Header Ads

ງານບຸນມະໂຫລານກາເຟລາວຄັ້ງທີ 2 ຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນທ້າຍປີນີ້




ວັນທີ 29 ຕຸລາ 2017 ນີ້, ຢູ່ທີ່ສະຄົມກາເຟລາວ ບ້ານຫຼັກເມືອງ ເມືອງປາກເຊ ແຂວງຈຳປາສັກ ຄະນະບໍລິຫານງານສະມາຄົມກາເຟລາວໄດ້ຈັດງານຖະແຫຼງຂ່າວກ່ຽວກັບການກະກຽມຈັດງານບຸນມະໂຫລານກາເຟລາວຂຶ້ນຢ່າງເປັນທາງການ. ໂດຍເຂົ້າຖະແຫຼງຂອງທ່ານ ນາງ ບຸນເຮືອງ ລິດດັງ ປະທານສະມາຄົມກາເຟລາວ, ທ່ານ ຄຳເປີ ໄຕໄຊຍະວົງ ຮອງປະທານສະພາການຄ້າ ແລະອຸດສະຫະກຳແຂວງຈຳປາສັກ, ມີບັນດາບໍລິສັດທີ່ເຮັດທຸລະກິດກາເຟ, ຜູ້ຕາງໜ້າກຸ່ມຜູ້ຜະລິດກາເຟ ແລະສື່ມວນຊົນເຂົ້າຮ່ວມ.



ທ່ານ ນາງ ບຸນເຮືອງ ລິດດັງ ປະທານສະມາຄົມກາເຟລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ສະມາຄົມກາເຟລາວຈະຈັດງານບຸນມະໂຫລານກາເຟລາວຄັ້ງທີ 2 ຂຶ້ນທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 10 - 12 ທັນວາ 2017. ງານບຸນມະໂຫລານກາເຟລາວຄັ້ງທີ 2 ນີ້, ມີຈຸດປະສົງເປົ້າໝາຍ ເພື່ອເພີ່ມປະສິດທິພາບໃນການແຂ່ງຂັນດ້ານຄຸນນະພາບ ແລະ ການຄ້າກາເຟລາວ, ທັງເປັນການເອກອ້າງຄຸນລັກສະນະພິເສດຂອງກາເຟລາວ ເພີ່ມມູນຄ່າການສົ່ງອອກໄປສູ່ຜູ້ບໍລິໂພກໃນທົ່ວໂລກ; ອີກປະການໜຶ່ງແມ່ນເປັນການຜັນຂະຫຍາຍຍຸດທະສາດການຜະລິດກາເຟລາວ, ເພີມມູນຄ່າການສົ່ງອອກໃຫ້ຫຼາຍນຳລາຍທີ່ເປັນຕອງໂສ້ໃຫ້ແກ່ຊາວສວນ, ຜູ້ຜະລິດ ປຸງແຕ່ງ ແລະຫຼຸດຜ່ອນຄວາມສ່ຽງຈາກການແຂ່ງຂັນທາງດ້ານການຄ້າກາເຟໃນພູມີພາກອາຊຽນ. 




ງານບຸນມະໂຫລານກາເຟລາວຄັ້ງທີ 2 ນີ້,ຈະປະກອບມີ: ການວາງສະແດງຜົນຜະລິດກາເຟລາວຈາກທົ່ວປະເທດ ໂດຍມີຮ້ານຜູ້ປະກອບການກາເຟລາວ ແລະ ອັນດັບສາກົນຈຳນວນ 40 ຮ້ານ, ການແຂ່ງຂັນທັກສະການຊົງກາເຟລະດັບປະເທດ ໃນນັ້ນ: ມີການແຂ່ງຂັນ ສີມືການຊົງກາເຟ ບາຣີສຕ້າ( Barista), ແຂ່ງຂັນສິລະປະໃນການຊົງກາເຟ (Lette Art) ແລະ ການແຂ່ງຂັນສິລະປະຢາດນໍ້າໃນການຊົງກາເຟ ເບຣເວີ້ (Brewer) ຊຶ່ງທັງສາມປະເພດດັ່ງກ່າວນີ້ຈັດຂຶ້ນເປັນຄັ້ງທຳອິດຂອງປະຫວັດສາດໃນວົງການກາເຟລາວ ເພື່ອກຽມຄວາມພ້ອມໃຫ້ແກ່ນັກຊົງກາເຟຂອງລາວ ກ້າວສູ່ຄວາມເປັນມືອາຊີບໃນລະດັບພູມີພາກ ແລະ ສາກົນ. 



ການເຊື່ອມໂຍງກາເຟລາວເຂົ້າສູ່ປະຊາຄົມເສດຖະກິດອາຊຽນໂດມມີຫລາຍກິດຈະກຳເຊັ່ນ, ກອງປະຊຸມປະຈໍາປີຂອງຄະນະກຳມະການບໍລິຫານຂອງສະຫະພັນກາເຟອາຊຽນ, ເປີດສະແດງວິຖີຊີວິດ ແລະ ຄວາມຫຼາກຫຼາຍໃນປະເພນີການຜະລິດກາເຟລາວ, ເປີດການຢ້ຽມຢາມຮາກຖານການຜະລິດກາເຟໃຫ້ແກ່ແຂກ ຜູ້ແທນຈາກບັນດາປະເດອາຊຽນ. ເປີດເວທີສຳມະນາຂະບວນການຢັ້ງຢືນຄຸນພາບການຜະລິດກະສິກຳສະອາດ (GAP ) ແລະ ການແປຮູບທີ່ຖືກຫຼັກສຸຂະອະນາໄມ( GMP ) ອີກດ້ວຍ.

ຂ່າວ;ພາບ: ເກດສະຫນາ

No comments

Powered by Blogger.