Header Ads

ການນໍາຂັ້ນສູງຫວຽດນາມ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທ່ານ ຮອງນາຍົກ





ໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສສ ຫວຽດນາມ ໃນຕອນແລງຂອງວັນທີ 24 ຕຸລາ 2017 ນີ້ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ແລະ ສະຫາຍ ຫງວຽນ ຊ໋ວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.



ກ່ອນອື່ນ ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມດີໃຈ ແລະ ພາກພູມໃຈ ເປັນຢ່າງຍິ່ງ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໃນຄັ້ງນີ້ ເຊິ່ງເປັນຄັ້ງທໍາອິດ ທີ່ໄດ້ຮັບ ຕໍາແໜ່ງ ແລະ ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈ ມາຍັງສະຫາຍເລຂາທິການໃຫຍ່ ຫງວຽນ ຟູຈ້ອງ ແລະ ສະຫາຍ ນາຍົກລັດຖະມົນຕີ ຫງວຽນ ຊ໋ວນ ຟຸກ ທີ່ໄດ້ເສຍສະຫຼະເວລາ ແລະ ໃຫ້ກຽດ ຕ້ອນຮັບຄະນະ ດ້ວຍໄມຕີຈິດມິດຕະພາບ ອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ພ້ອມດຽວກັນນັ້ນ ສະຫາຍ ສອນໄຊ ສີພັນດອນ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນໄຊອັນປະ ເສີດ  ຈາກສະຫາຍເລຂາທິການໃຫຍ່ ປະທານປະເທດ ບຸນຍັງ ວໍລະຈິດ ແລະ ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ມາຍັງສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ, ສະຫາຍ ນາຍົກລັດຖະມົນຕີ ຫງວຽນ ຊ໋ວນ ຟຸກ ແລະ ບັນດາສະຫາຍ ການນໍາພັກ-ລັດ ຫວຽດນາມ ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ ທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ສາມາດຍາດ ມາໄດ້ໃນຊຸມປີທີ່ຜ່ານມາ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສຳເລັດ ອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດ ປ່ຽນແປງໃໝ່. ໃນໂອກາດນີ້ ສະຫາຍ ຮອງນາຍົກລັດຖະມົນຕີ ກໍ່ສະແດງຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາ ມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ອັນໃຫຍ່ຫຼວງ ແລະ ການຊ່ວຍເຫຼືອອັນລ້ຳຄ່າ ໃຫ້ແກ່ ສປປ ລາວ ຕະຫຼອດມາ ແລະ ຖືໂອກາດດັ່ງກ່າວ ສະຫາຍ ຮອງນາຍົກລັດຖະມົນຕີ ກໍ່ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການທີ່ພົ້ນເດັ່ນ ຂອງ ສປປ ລາວ; ຜົນຂອງ ການເຮັດວຽກ ຮ່ວມກັບ ສະຫາຍ ຮອງນາຍົກລັດຖະມົນຕີ ເຈືອງ ຮວາ ບີ່ງ ແລະ ຜົນເຮັດວຽກ ຮ່ວມກັບ ບັນດາຂະແໜງການທີ່ກ່ຽວຂ້ອງ ຂອງຫວຽດນາມ ແລະ ສິ່ງສໍາຄັນ ແມ່ນໄດ້ແຈ້ງໃຫ້ ການນໍາຂັ້ນສູງຂອງຫວຽດນາມ ໄດ້ຮັບຊາບ ກ່ຽວກັບການກະກຽມ ການເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດ APEC ຄັ້ງທີ 29 ທີ່ ສສ ຫວຽດນາມ ເປັ້ນເຈົ້າພາບ ແລະ ຈະຈັດຂຶ້ນໃນ ນະຄອນດ່ານັງ, ສສ ຫວຽດນາມ ໃນເວລາອັນໃກ້ໆນີ້ ແລະ ຈະເດີນທາງເຂົ້າຮ່ວມ ພິທີປິດ ການສະເຫຼີມສະຫຼອງສອງວັນປະຫວັດສາດ ຂອງສອງຊາດ ລາວ-ຫວຽດນາມ ທີ່ຈະຈັດຂຶ້ນຢູ່ ສສ ຫວຽດນາມ ໃນທ້າຍປີນີ້ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ. ເຖິງແນວໃດກໍ່ດີ ໃນໂອກາດນີ້, ສະຫາຍຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນ ລາວບັນດາເຜົ່າ  ກໍ່ຄື ໃນນາມ ສ່ວນຕົວ  ຂໍແບ່ງເບົາຄວາມທຸກໂສກ ແລະ ຄວາມເປັນຫ່ວງເປັນໄຍ ຜ່ານການນໍາຂັ້ນສູງຫວຽດນາມ ໄປຍັງພັກ, ລັດຖະບານ, ອໍານາດການປົກຄອງທ້ອງຖິ່ນ ແລະ ບັນດາຄອບຄົວ ຜູ້ທີ່ໄດ້ຮັບຜົນກະທົບ ແລະ ປະສົບເຄາະຮ້າຍ ຕໍ່ເຫດການໄພທໍາມະຊາດ ແລະ ລົມພະຍຸຫຼາຍລູກ ທີ່ພັດເຂົ້າຢູ່ຫຼາຍແຂວງ ທາງພາກເໜືອ ແລະ ພາກກາງ ຂອງ ສສ ຫວຽດນາມ ເມື່ອບໍ່ດົນຜ່ານມານີ້ ເຊິ່ງສ້າງຄວາມເສຍຫາຍ ຢ່າງໜັກໜ່ວງ ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ຊາວຫວຽດນາມ.



ໃນໂອກາດດຽວກັນ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູຈ້ອງ ແລະ ສະຫາຍນາຍົກລັດຖະມົນຕີ ຫງວຽນ ຊ໋ວນ ຟຸກ ກໍ່ໄດ້ສະແດງຄວາມປິຕິຍິນດີຕ້ອນຮັບ ສະຫາຍ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ພ້ອມທັງ ຝາກຄວາມຢື້ຢາມຖາມຂ່າວ ແລະ ສົ່ງຄຳອວຍພອນໄຊອັນປະເສີດ ມາຍັງສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ສະຫາຍ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ  ພ້ອມດ້ວຍ ບັນດາການນໍາຂັ້ນສູງຂອງພັກ ແລະ ລັດ ລາວ ຄຽງຄູ່ກັບການຊົມເຊີຍ ຕໍ່ບັນດາຜົນສຳເລັດ ທີ່ສຳຄັນ ແລະ ຮອບດ້ານ ທີ່ລາວຍາດມາໄດ້ ໃນໄລຍະທີ່ຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ຈະປະຕິບັດສໍາເລັດ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກ ກໍ່ຄື ການປະກອບສ່ວນ ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ໃຫ້ມີຜົນສໍາເລັດ ຕາມລະດັບຄາດໝາຍ ແລະ ໃຫຍ່ຫຼວງກວ່າເກົ່າ; ພ້ອມທັງ ສະແດງຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈ ເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໂດຍແມ່ນປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ສຸພານຸວົງ ແລະ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກ ເປັນຜູ້ສ້າງຕັ້ງຂຶ້ນນັ້ນ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ເຂົ້າສູ່ລວງເລິກ ແທດເໝາະຕົວຈິງ ແລະ ມີປະສິດທິຜົນ ໃນທຸກຂົງເຂດ, ປະກອບສ່ວນເຂົ້າໃນການພັດທະນາ ແລະ ຄວາມວັດທະນາຖາວອນ ຂອງແຕ່ລະປະເທດ ກໍຄື ເຂົ້າໃນການປົກປັກຮັກສາ ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ; ພ້ອມທັງ ຢັ້ງຢືນວ່າ: ຫວຽດນາມ ຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບຝ່າຍລາວ ເພື່ອເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຂະຫຍາຍຕົວຍິ່ງໆ ຂຶ້ນ.

ບັນດາສະຫາຍການນຳຂັ້ນສູງ ຫວຽດນາມ ໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຂອງຄະນະ ສະຫາຍຮອງນາຍົກລັດຖະມົນຕີລາວ ແລະ ເຊື່ອໝັ້ນວ່າ ສອງຝ່າຍ ຈະພ້ອມກັບບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງຕ່າງໆ ແລະ ທ້ອງຖິ່ນຂອງສອງປະເທດ ສືບຕໍ່ເພີ່ມທະວີການແລກປ່ຽນບົດຮຽນ, ຮ່ວມມື, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອຈັດຕັ້ງຜັນຂະ ຫຍາຍປະຕິບັດ ບັນດາຂໍ້ຕົກລົງ ຂອງການນຳຂັ້ນສູງ ຂອງສອງພັກ, ສອງລັດ  ຢ່າງມີຜົນສໍາເລັດ ແລະ ມີປະສິດທິຜົນ.

ໃນໂອກາດເຄື່ອນໄຫວ ເຮັດວຽກ ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ທ່ານສອນໄຊ ສີພັນດອນ ພ້ອມ ດ້ວຍຄະນະ ຍັງໄດ້ປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງ ຮ່ວມກັບ ກະຊວງຖະແຫຼງຂ່າວ, ວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ; ກະຊວງແຜນການ ແລະ ການລົງທຶນ; ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ; ກະຊວງ ໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານ ຕື່ມອີກ.

ແຫລ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.