Header Ads

ກວດພົບ ໂຄງການນອກແຜນ ແລະ ບໍ່ຜ່ານການປະເມີນ ຢູ່ 1 ກະຊວງ13 ແຂວງເກືອບ 300 ໂຄງການ



ອົງການກວດສອບແຫ່ງລັດ ກວດເຫັນການຄຸ້ມຄອງລາຍຈ່າຍໂຄງການລົງທຶນ ຂອງລັດ ຢູ່ ໃນ 1 ກະຊວງ ແລະ 13 ແຂວງ ຍັງສືບຕໍ່ມີການຈັດຕັ້ງປະຕິບັດໂຄງການນອກແຜນສະພາບໍ່ຮັບຮອງ 120 ໂຄງການ ແລະ ໂຄງການບໍ່ໄດ້ປະເມີນກ່ອນ ສະເໜີເອົາເຂົ້າແຜນລົງທຶນຂອງລັດຈໍານວນ 161 ໂຄງການ.

ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງ ການກວດສອບແຫ່ງລັດ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ​ ເມື່ອອາທິດຜ່ານມາວ່າ: ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2015-2016, ຊຶ່ງເປັນປີທີ 1 ຂອງການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ໂດຍໄດ້ດໍາເນີນການກວດສອບ ບັນດາອົງການຈັດຕັ້ງລັດ ຂັ້ນສູນກາງ ແລະ ທ້ອງຖິ່ນຈໍາ ນວນ 58 ຫົວໜ່ວຍ. ກວດເຫັນການຄຸ້ມຄອງ ລາຍຈ່າຍໂຄງການຂອງລັດ ຍັງສືບຕໍ່ມີການຈັດຕັ້ງປະ ຕິບັດໂຄງ ການນອກແຜນສະພາແຫ່ງຊາດບໍ່ຮັບຮອງ ໃນມູນຄ່າຕາມສັນຍາຈໍານວນ 503 ກວ່າຕື້ກີບ, ໂດຍໄດ້ເອົາເງິນເກີນແຜນ ຂອງແຂວງ, ເງິນຂາຍໄມ້, ເງິນງົບປະມານ, ເງິນລາຍຮັບວິຊາການ ແລະ ອື່ນໆ ຊໍາລະ 41 ກວ່າຕື້ກີບ ແລະ ຍັງຄ້າງຊໍາລະຕາມສັນຍາຈໍານວນ 461 ກວ່າຕື້ກີບ.

ທ່ານ​ປະທານ​ອົງການກວດ​ສອບ​ແຫ່ງ​ລັດ ກ່າວ​ຕື່ມ​ວ່າ: ນອກນັ້ນຍັງ​ມີໂຄງການບໍ່ໄດ້ປະເມີນ ກ່ອນສະເໜີເອົາເຂົ້າແຜນລົງທຶນ ຂອງລັດມູນຄ່າ 13.101 ກວ່າຕື້ກີບ ແລະ ໂຄງການທີ່ບໍ່ໄດ້ດໍາເນີນຂັ້ນ ຕອນການປະມູນຈໍານວນ 40 ໂຄງການ ມີມູນຄ່າ 148 ກວ່າຕື້ກີບ; ມີ 1 ໂຄງການໄດ້ອວຍທຶນໂຄງ ການຈໍານວນ 1 ກວ່າຕື້ກີບ, ໂດຍບໍ່ໄດ້ນໍາສະເໜີພະແນກແຜນການ ແລະ ການລົງທຶນຂອງແຂວງເພື່ອ ໃຫ້ສະພາປະຊາຊົນຂັ້ນແຂວງຮັບຮອງ.

ພ້ອມນີ້, ຍັງກວດເຫັນ 4 ໂຄງການ ມູນຄ່າ 160 ກວ່າ ຕື້ກີບ ແລະ ໄດ້ມີການດັດແກ້ເພີ່ມເປັນມູນຄ່າ 188 ກວ່າຕື້ກີບ; ທີ່ໄດ້ຖືກຮັບຮອງຈາກສະພາແຫ່ງ ຊາດ ແຕ່ບໍ່ມີ ເອກະສານຢັ້ງຢືນໃນການດັດແກ້; ກວດເຫັນມີ 839 ໂຄງການ ມູນຄ່າ 17.331 ກວ່າຕື້ກີບ ເອົາເຂົ້າແຜນສະພາແຫ່ງຊາດຮັບຮອງແລ້ວ ແຕ່ຄວາມອາດສາມາດຊໍາລະຕົວຈິງ ຈາກງົບ ປະມານປົກກະຕິໄດ້ພຽງ 1.819 ກວ່າຕື້ກີບ ເຮັດໃຫ້ມູນຄ່າຄ້າງຊໍາລະເກີນ ຄວາມສາມາດ ຂອງງົບປະ ມານແຫ່ງລັດ ແລະ ເປັນໜີ້ສິນຄຸມເຄືອ 15.511 ກວ່າຕື້ກີບ;

ນອກນັ້ນກວດເຫັນການຈັດຕັ້ງປະຕິບັດ ໂຄງການລົງທຶນ 12 ໂຄງການ ມູນຄ່າ 1.858 ກວ່າຕື້ກີບ ຊຶ່ງເປັນໂຄງການທີ່ໄດ້ຈັດຕັ້ງປະຕິບັດໄປ ແລ້ວ ຈຶ່ງໄດ້ອອກໃບຢັ້ງຢືນປະເມີນຜົນເປັນໂຄງການສະເໜີໃໝ່ ເພື່ອສະເໜີເຂົ້າແຜນການລົງທຶນ ຂອງລັດ; ການອອກໃບຢັ້ງຢືນປະເມີນ ຜົນໂຄງການ 75 ໂຄງການມູນຄ່າ 8.317 ກວ່າຕື້ກີບ ບໍ່ມີບົດ ສຶກສາຄວາມເປັນໄປໄດ້ໂຄງການ, ບົດລາຍງານສໍາຫລວດອອກແບບ, ບົດວິພາກເສດຖະກິດ-ເຕັກນິກ ແລະ ບົດປະເມີນຜົນ ກະທົບຕໍ່ສິ່ງແວດ ລ້ອມ-ສັງຄົມ;
ກວດເຫັນການຊໍາລະໂຄງການລົງທຶນຂອງລັດ 29 ໂຄງການໃນນັ້ນຊໍາລະຕາມແຜນສະພາແຫ່ງຊາດຮັບ 21 ກວ່າຕື້ກີບ; ໄດ້ນໍາໃຊ້ເງິນລວມສູນບໍ່ ແບ່ງປັນ ເພື່ອຊໍາລະເພີ່ມ ທີ່ບໍ່ນອນໃນແຜນຊໍາລະ ໃນສົກປີ 29 ໂຄງການ ເປັນມູນຄ່າ 563 ກວ່າຕື້ ກີບ;

ກວດເຫັນການຊໍາລະໂຄງການລົງທຶນຂອງລັດ 2 ແຂວງ ຄື ແຂວງຫລວງນໍ້າທາ ແລະ ບໍລິຄໍາໄຊ 3 ໂຄງການມູນຄ່າ 11 ກວ່າຕື້ກີບ; ບໍ່ສອດຄ່ອງກັບກົດໝາຍ; ກວດເຫັນການນໍາໃຊ້ເງິນເກີນແຜນ ມີ 5 ແຂວງ ແຂວງຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ, ຊຽງຂວາງ ແລະ ແຂວງວຽງຈັນ ບໍ່ຖືກເປົ້າໝາຍລາຍ ຈ່າຍມູນຄ່າ 33 ກວ່າຕື້ກີບ;

ໃນນັ້ນກວດເຫັນ 1 ແຂວງ ຄື: ໄຊສົມບູນ ໄດ້ກູ້ຢືມເງິນນໍາບໍລິສັດເອກະ ຊົນເພື່ອຈັດຊື້ພາຫະນະລົດໃຫຍ່ 9 ຄັນ ແລະ ລົດຈັກ 10 ຄັນ ຊຶ່ງມີຍອດເຫລືອຄ້າງຊໍາລະຕົ້ນທຶນ ແລະ ດອກເບ້ຍ 3 ກວ່າຕື້ກີບ ​ແລະ ອື່ນ​ໆ.

ທີ່ມາ: ຂປລ

No comments

Powered by Blogger.