Header Ads

ກຸ່ມ 5 ບ້ານປາກປູນຮັບຮອງເອົາໜ່ວຍພັກຮາກຖານເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ




ທ້າຍອາທິດແລ້ວນີ້ ຢູ່ທີ່ເດີ່ນໂຮງຮຽນບ້ານປາກກະຢ່ອງໄດ້ຈັດພິທີປະກາດຮັບຮອງເອົາໜ່ວຍພັກຮາກຖານ 7 ໜ່ວຍພັກກຸ່ມ 5 ບ້ານປາກປູນ ເມືອງລະມາມ ແຂວງເຊກອງ ເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ສົກປີ 2016-2017, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ໄຊຍະຫວັດ ກອນຄຳໝັ້ນ ຄະນະປະຈຳພັກເມືອງ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ທ່ານ ບຸນເສົາ ອໍລະມອນ ກຳມະການພັກເມືອງ ເລຂາພັກຮາກຖານກຸ່ມ 5 ບ້ານປາກປູນ ພ້ອມດ້ວຍອໍານາດການປົກຄອງບ້ານ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.



ທ່ານ ໄຂ່ຄຳ ດ້ອຍສີທົນ ຮອງຫົວໜ້າຄະນະຈັດຕັ້ງເມືອງລະມາມໃຫ້ກຽດຂຶ້ນຜ່ານ ມະຕິຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 702, 703, 704, 705, 706, 707 ແລະ 709/ຄຈພຂ ລົງວັນທີ 19/12/2016 ວ່າດ້ວຍຮັບຮອງເອົາໜ່ວຍພັກຮາກຖານ 7 ໜ່ວຍພັກທີ່ຂຶ້ນກັບກຸ່ມ 5 ບ້ານປາກປູນ: ໜ່ວຍພັກບ້ານແກ້ງຫຼວງ, ໜ່ວຍພັກບ້ານນາງຢອງ, ໜ່ວຍພັກບ້ານປາກປູນ, ໜ່ວຍພັກບ້ານປາກກະຢ່ອງ, ໜ່ວຍພັກບ້ານສອງຄອນ, ໜ່ວຍພັກບ້ານຕະນຶມ ແລະ ໜ່ວຍພັກບ້ານຮຶງ ເມືອງລະມາມ ເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2016 ແລະ ຮັບຮອງແຜນການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານປະຈຳປີ 2017. ໃນໂອກາດດຽວກັນນີ້ ກອງປະຊຸມດັ່ງກ່າວຍັງໄດ້ຮັບຟັງການລາຍງານຈາກທ່ານຮອງເລຂາພັກຮາກຖານກຸ່ມ 5 ບ້ານປາກປູນ ເຊິ່ງທ່ານໄດ້ກ່າວວ່າ: ໜ່ວຍພັກຮາກຖານ 7 ໜ່ວຍພັກທີ່ຂຶ້ນກຸ່ມ 5 ປາກປູນ ມີຈຳນວນສະມາຊິກພັກທັງໝົດ 154 ສະຫາຍ; ຍິງ 17 ສະຫາຍ, ມີສະມາຊິກພັກສໍາຮອງ 6 ສະຫາຍ; ຍິງ 3 ສະຫາຍ. ຮັບຮອງພິຈາລະນາບົດສະຫຼຸບ, ທິດທາງແຜນການໃນຕໍ່ໜ້າ 2017-2018, ຮັບຟັງການຊີ້ນໍາ-ນຳພາຂອງຄະນະພັກຮາກຖານກຸ່ມ 5 ປາກປູນ, ຕີລາຄາດ້ານດີ-ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ເພື່ອຊອກຫາວິທີທາງແກ້ໄຂໃນສະເພາະໜ້າ ແລະ ຍາວນານ ທັງນີ້ເພື່ອສ້າງໃຫ້ບ້ານມີຄວາມສະຫງົບປອດໄພໂດຍພື້ນຖານ ພ້ອມທັງຍົກສູງບົດບາດການນຳພາ ແລະ ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ.




ທ່ານ ໄຊຍະຫວັດ ກອນຄຳໝັ້ນ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ- ພະນັກງານ ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ບັນດາເລຂາໜ່ວຍພັກ ສະມາຊິກພັກສົມບູນ ແລະ ສຳຮອງ ຈົ່ງພ້ອມກັນກຳແໜ້ນແນວທາງນະໂຍບາຍຂອງພັກ, ເຄົາລົບກົດໝາຍຂອງລັດ, ມີຄວາມອົດທົນໜຽວແໜ້ນ, ບໍ່ຄອນແຄນຕໍ່ສະພາບການທີ່ຜັນແປຕ່າງໆ, ສ້າງແນວຄິດຫຼັກໝັ້ນ ແລະ ພຶດຕິກຳທີ່ມີຄວາມປອດໄສ ຍຸຕິທຳ, ເພີ່ມທະວີຄວາມສາມັກຄີປອງດອງເປັນຈິດໜຶ່ງໃຈດຽວຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມສີວິໄລຂຶ້ນເລື້ອຍໆ.


ຂ່າວ-ພາບ: ໜູໄຊ ສັກພາສິດ/ຂ່າວແຂວງເຊກ
© ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.