Header Ads

8 ເລື່ອງກ່ຽວກັບການເດິນທາງຂອງຊີວິດທີ່ຄວນຮູ້ ແລະ ເຂົ້າໃຈ ໂດຍສະເພາະມະນຸດແບບພວກເຮົາເຈົ້າຂ້ອຍ

 


[໑]. ລາງວັນຊີວິດອາດບໍ່ແມ່ນຄວາມສໍາເລັດ ແຕ່ມັນແມ່ນຄວາມສຸກຕ່າງຫາກໃນລະຫວ່າງເດິນທາງຂອງຊີວິດ;

[໒]. ບັນຫາອາດບໍ່ແມ່ນການຊອກຫາທາງອອກ ຫຼື ວິທີແກ້ໄຂບັນຫາ ແຕ່ອາດແມ່ນການຮຽນຮູ້ຢູ່ກັບບັນຫາ;

[໓]. ຄວາມຜິດພາດໃນຊີວິດຈະບໍ່ກາຍເປັນບົດຮຽນ ຫາກເຮົາຍັງພາດໃນຈຸດເກົ່າ ແລະ ບໍ່ເຄີຍຮຽນຮູ້ຈາກມັນ;

[໔]. ຄວາມຮູ້ອາດຫາຊື້ໄດ້ງ່າຍໃນໂລກປັດຈຸບັນເຊິ່ງໂຮງຮຽນສອນດ້ານທຸລະກິດ ກັບບໍ່ເຄີຍສອນໃຫ້ນັກຮຽນເປັນຜູ້ປະກອບການ ແຕ່ກັບສອນນັກຮຽນໃຫ້ເປັນລູກຈ້າງ ເຊິ່ງຄໍາຄົມສະໄໝໄໝ່ ກ່າວວ່າ "ປະສົບການມີລາຄາກວ່າຄວາມຮູ້ ແລະ ຫາຊື້ບໍ່ໄດ້";

[໕]. ຄວາມຄິດສ້າງສັນເປັນສິ່ງທີ່ດີ ແຕ່ຄິດແລ້ວບໍ່ເຄີຍນໍາໄປປະຕິບັດ ຫຼື ບໍ່ສາມາດປະຕິບັດໄດ້ເລີຍ ນີ້ແຫຼະອັນຕະລາຍກວ່າ;

[໖]. ຄວາມດຸໝັ່ນບໍ່ເຮັດໃຫ້ຄົນລໍ້າລວຍ ແຕ່ມັນເຮັດໃຫ້ຄົນບໍ່ອົດຕາຍ ຖ້າຢາກລວຍຕ້ອງຮູ້ວິທີຫາເງິນ ຫຼື ມີແຫຼ່ງລາຍຮັບຫຼາຍກວ່າໜຶ່ງຊ່ອງທາງ;

໖. ໂລກນີ້ບໍ່ໄດ້ສ້າງມາເພື່ອຄົນລວຍ ພຽງແຕ່ຄົນລວຍເຂົາຮູ້ໃຊ້ຊັບພະຍາກອນ ແລະ ຄວາມສາມາດເຕັ່ມທີ່ເຮັດໃຫ້ມື້ນີ້ເຂົາລວຍໄດ້;

[໗]. ໂລກອອນລາຍບາງຄັ້ງສອນໃຫ້ຄົນສະຫຼາດນ້ອຍລົງ ແຕ່ມີຄວາມທະເຍີທະຍານຫຼາຍຂື້ນ ຫຼື ມີ "ຄວາມຢາກເພີ່ມຂື້ນ" ເທົ່າໂຕຈົນລືມຄິດວ່າຮູບທີ່ໝູ່ອັບຂື້ນເຟສບຸ໊ກງາມໆ , ສະຖານທີ່ມ່ວນໆ ແລະ ເຄື່ອງຂອງ(ວັດຖຸ)ມີໄວ້ໃຊ້ ແທ້ຈິງແລ້ວເຂົາອາດຕ້ອງດິ້ນລົນ ຫຼື ຫາມັນແຖມຕາຍກວ່າຈະໄດ້ມາ ຫຼື ອາດເປັນພາບມາຢາໃນໂລກອອນລາຍປະມານວ່າ "ຄົນສ້າງພາບ";

[໘]. ຄວາມທຸກ, ຄວາມງາມ, ຄວາມລໍ້າລວຍ, ຄວາມສຸກ, ຄວາມໂສກເສົ້າ, ຄວາມເຫງົາ ແລະ ອີກລ້ານໆ "ຄວາມ" ບໍ່ໄດ້ຢູ່ນໍາເຮົາທຸກວິນາທີ ແຕ່ລົມຫາຍໃຈນີ້ຢູ່ນໍາເຮົາຕະຫຼອດ ໝົດລົມຫາຍໃຈມື້ໃດ ມື້ນັ້ນແມ່ນການເດິນທາງຂອງຊີວິດສີ້ນສຸດ ຫຼື "ຕາຍ".

No comments

Powered by Blogger.