Header Ads

ປກສ ເມືອງນາຊາຍທອງ ເປີດເຜີຍຄວາມຄືບໜ້າຄະດີ ຄົນຮ້າຍຍິງນາຍບ້ານນາສ້ຽວ



ອີງຕາມການລາຍງານຂອງໜັງສືພິມຄວາມສະຫງົບໃຫ້ຮູ້ວ່າ: ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດສືບສວນ-ສອບສວນ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຄວາມຄືບໜ້າຄະດີຄົນຮ້າຍໃຊ້ປືນສັ້ນຍິງນາຍບ້ານນາສ້ຽວ ເມືອງນາຊາຍທອງ ໃນວັນທີ 24 ເມສາ 2018 ເຊິ່ງເຈົ້າໜ້າທີ່ສາມາດຈັບຕົວຜູ້ກໍ່ເຫດໄດ້ໃນວັນດຽວກັນ ຊື່ທ້າວ ວົງປະດິດ ອາຍຸ 28 ປີ ຢູ່ບ້ານໂພນຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງເປັນຜູ້ບ່າວຂອງລູກສາວ ຍ້ອນບໍ່ພໍໃຈລູກສາວຂອງນາຍບ້ານບອກເລີກ.




ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຕິດຕາມຈັບຕົວຜູ້ຖືກຫາຊື່ ທ້າວ ວົງປະດິດ ທີ່ເອົາຕົວຫຼົບໜີໄປລີ້ຊ້ອນຢູ່ຖຽງນາ ເຂດເມືອງສີໂຄດຕະບອງ ແລ້ວນໍາຕົວສອບສວນ. ຜ່ານການສືບສວນ-ສອບສວນ ຜູ້ກ່ຽວສາລະພາບວ່າ: ໄດ້ກໍ່ເຫດໃຊ້ອາວຸດປືນສັ້ນຊະນິດດັດແປງ ຍິງພໍ່ແຟນສາວເກົ່າ ຍ້ອນບໍ່ພໍໃຈທີ່ໄດ້ບອກເລີກ. ຜ່ານມາ ທ້າວ ວົງປະດິດ ເຄີຍຖືກນໍາຕົວເຂົ້າສູນບຳບັດຜູ້ຕິດຢາເສບຕິດມາແລ້ວ 2 ຄັ້ງ ໃນປີ 2015 ແລະ 2016.

ກ່ອນໜ້ານີ້, ໃນປີ 2012 ທ້າວ ວົງປະດິດ ໄດ້ຄົບຫາກັບລູກສາວນາຍບ້ານທີ່ຖືກເຄາະຮ້າຍນັ້ນແບບແຟນສາວ ໄດ້ປະມານ 3-4 ເດືອນ ຈາກນັ້ນແຟນສາວໄດ້ບອກເລີກ ຍ້ອນຜູ້ກ່ຽວມີພຶດຕິກຳເສບຢາເສບຕິດ, ມັກທ່ຽວຫຼີ້ນກາງຄືນ, ເຮັດໃຫ້ຜູ້ກ່ຽວບໍ່ພໍໃຈ. ດ້ວຍເຫດຜົນດັ່ງກ່າວ ເຮັດໃຫ້ ທ້າວ ວົງປະດິດ ບໍ່ພໍໃຈ ໄດ້ຕິດຕາມກໍ່ກວນຄອບຄົວຂອງແຟນສາວດ້ວຍວີທີຕ່າງໆ ຄື: ເອົາອາຈົ່ມເບົາ ແລະ ໜັກໃສ່ຖົງຢາງ ແລ້ວດຶກໃສ່ເຮືອນຂອງແຟນສາວ ຕັ້ງຢູ່ບ້ານວັດໄຕທົ່ງ ເມືອງສີໂຄດຕະບອງ ຫຼາຍຄັ້ງ ແລະ ໃນທ້າຍປີ 2012 ໄດ້ເອົາແກ້ວນໍ້າມັນຊະນິດວັດຖຸໄວໄຟດຶກໃສ່ເຮືອນໄດ້ຮັບຄວາມເສຍຫາຍ. ຈາກນັ້ນ, ຄອບຄົວຂອງແຟນສາວ ໄດ້ຍົກຍ້າຍມາຕັ້ງເຮືອນໃໝ່ຢູ່ບ້ານນາສ້ຽວ. ມາປີ 2017 ຜູ້ກ່ຽວຮູ້ວ່າ ຄອບຄົວຂອງແຟນສາວເກົ່າໄດ້ຍ້າຍມາຢູ່ບ້ານນາສ້ຽວ ກໍໄດ້ທ່ຽວມາກໍ່ກວນແບບເກົ່າຈຳນວນຫຼາຍຄັ້ງ ບາງຄັ້ງກໍເອົາສິ່ງຂອງແຂງດຶກໃສ່ ເຮັດໃຫ້ແວ່ນລົດທີ່ຈອດຢູ່ໃນເຮືອນໄດ້ຮັບຄວາມເສຍຫາຍ.

ມາວັນທີ 24 ເມສາ 2018, ຜູ້ກ່ຽວໄດ້ເອົານໍ້າມັນແອັດຊັງໃສ່ແກ້ວ ຈຳນວນ 2 ແກ້ວ ແລ້ວຈູດໄຟດຶກໃສ່ເຮືອນແລ້ວລົບໜີ; ໃນຂະນະນັ້ນ ນາຍບ້ານນາສ້ຽວ ພ້ອມລູກບ້ານໄດ້ຂັບລົດໃຫຍ່ໄລ່ຕາມ ພໍຂີ່ລົດຕາມທັນ ເຮັດໃຫ້ລົດຈັກລົ້ມ. ຈາກນັ້ນ, ທ້າວ ວົງປະດິດ ໄດ້ເອົາປືນສັ້ນດັດແປງທີ່ຕິດຕົວມາ ນໍາອອກໄປຍິງໃສ່ລົດກະບະຂອງນາຍບ້ານຈຳນວນ 2 ນັດ. ໃນນັ້ນ, ລູກປືນຖືກບ່ານາຍບ້ານໄດ້ຮັບບາດເຈັບ, ແລ້ວລົບໜີແຕ່ກໍບໍ່ລອດ ຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີຕາມກົດໝາຍ.


ພາບ-ຂ່າວ:  ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.