Header Ads

ເສັ້ນທາງການເປັນຮ້ອງຂອງແຜັດ ພາຍຫຼັງຍາດໄດ້ແຊັມຈາກລາຍການ“ເສິກວັນດວນເພງ”



ພາຍຫຼັງທີ່ນາງ ແຜັດ ເພັດດາວອນ ຄໍາມະນີວົງຫຼື ເອີ້ນໆຊື່ສັ້ນໆ ວ່າ: ແຜັດ ສາມາດຍາດໄດ້ແຊັມ 21 ສະໄໝ ຈາກລາຍການ “ ເສິກວັນດວນເພງ ” ທີ່ແຂ່ງຂັນທາງໂທລະພາບ ຊ່ອງ 1 ຂອງປະເທດເພື່ອນບ້ານທີ່ສໍາເລັດລົງຫວ່າງບໍ່ດົນມານີ້ ອັນໄດ້ເຮັດໃຫ້ເສັ້ນທາງການເປັນນັກຮ້ອງຂອງນາງ ມີການປ່ຽນແປງໄປໃນທາງທີ່ດີ, ມີຊື່ສຽງໂດ່ງດັງ ກາຍເປັນທີ່ຮູ້ຈັກຂອງຄົນລາວ ທັງພາຍໃນ ແລະ ຕ່າງປະເທດ ແລະ ໄດ້ເຮັດໃຫ້ຫຼາຍໆຄົນມີຄວາມສົນໃຈ ຢາກຮູ້ທີ່ໄປທີ່ມາ, ເບື້ອງໜ້າເບື້ອງຫຼັງ ລວມທັງຊີວິດສ່ວນຕົວ ແລະ ຄອບຄົວຂອງນາງ, ຍ້ອນແນວນັ້ນ ນັກຂ່າວໜັງສືພິມຈໍາປາໃໝ່ ພວກເຮົາ ຈິ່ງໄດ້ພົວພັນຂໍສໍາພາດ ເພື່ອນໍາເອົາຂໍ້ມູນມາເຜີຍແຜ່ໃຫ້ສັງຄົມ ແລະ ປະຊາຊົນໄດ້ຮັບຮູ້.




ນາງ ແຜັດອາຍຸ 28 ປີ, ເກີດວັນທີ 6 ກັນຍາ 1990 ທີ່ບ້ານເດື່ອເໜືອ ເມືອງຊະນະສົມບູນ ແຂວງຈໍາປາສັກ, ແຕ່ກ່ອນພໍ່ແມ່ມີອາຊີບເຮັດນາ, ເປັນລູກຂອງ ແມ່ ບຸນຕາ, ອາຍຸ 56 ປີແລະ ພໍ່ ຄໍາປຸນ ອາຍຸ 63 ປີ, ແຕ່ວ່າ ພໍ່ ແລະ ແມ່ ໄດ້ແຍກທາງກັນແຕ່ດົນແລ້ວ, ມີອ້າຍນ້ອງຮ່ວມອຸທອນດຽວກັນ 9 ຄົນ, ນາງ ແຜັດ ເປັນລູກຄົນທີ 4, ມີເອື້ອຍ 2 ຄົນ, ອ້າຍ 1 ຄົນ, ນ້ອງ 5 ຄົນ. ຍ້ອນຖານະຄອບຄົວມີຄວາມຫຍຸ້ງຍາກຝືດເຄືອງ ເມື່ອຮຽນຈົບປະຖົມປີທີ 3, ແຜັດ ກໍ່ອອກໂຮງຮຽນ ເພື່ອມາເບິ່ງນ້ອງຊ່ວຍພໍ່ແມ່ ແລະ ຊ່ວຍວຽກຄອບຄົວຕາມຄວາມສາມາດຂອງຕົນ.




ສໍາລັບທີ່ໄປທີ່ມາ ແລະ ເບື້ອງໜ້າ ເບື້ອງຫຼັງຂອງຊີວິດ ກ່ອນຈະມາເຖິງວັນນີ້, ແຜັດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ລາຍລະອຽດນັ້ນ ນາງ ແຜັດ ເລົ່າໃຫ້ຟັງວ່າ: ໃນປີ 2001, ຕອນນັ້ນ ນ້ອງອາຍຸ 11 ປີ ໄດ້ອອກຈາກຄອບຄົວ ແລະ ເຂົ້າມາເຮັດວຽກເສີບອາຫານ, ລ້າງຖ້ວາຍ, ລ້າງຈານ, ຫຼົກຂົນເປັດຂົນໄກ່, ອະນາໄມ, ມ້ຽນຮ້ານແລະ ວຽກງານອື່ນໆ ນໍາເອື້ອຍ ຢູ່ຮ້ານອາຫານສາຍລົມເຢັນ ເຊິ່ງເປັນຮ້ານອາຫານຂອງແມ່ໝ້ວຍ, ຍ້ອນຕົນເອງມີຄວາມມັກ-ຮັກໃນການຮ້ອງເພງ, ເວລາເຮັດວຽກງານ, ລ້າງຖ້ວາຍ, ລ້າງຈານ ກໍ່ຮ້ອງເພງໄປພ້ອມ, ຕໍ່ມາ ເຈົ້າຂອງຮ້ານ ແລະ ທີມງານນັກເສບນັກຮ້ອງຂອງຮ້ານອາຫານສາຍລົມເຢັນ ເຫັນວ່າ ແຜັດ ມີແວວ ແລະ ພອນສະຫວັນດ້ານນີ້ ຈິ່ງໄດ້ຝຶກແອບການຮ້ອງເພງ ແລະ ການຟ້ອນຕາມຈັງຫວະສຽງເພງໃຫ້ ແລ້ວອະນຸຍາດໃຫ້ຂຶ້ນຮ້ອງເພງຢູ່ຮ້ານດັ່ງກ່າວ ເຊິ່ງເປັນຄັ້ງທໍາອິດໃນຊີວິດທີ່ໄດ້ຂຶ້ນຮ້ອງເພງໃສ່ໄມ ແລະ ສຽງດົນຕຣີຢູ່ເທິງເວທີ, ເພງທໍາອິດທີ່ ແຜັດ ຮ້ອງ ແມ່ນເພງ “ ຄຸນລໍາໄຍ ” ເຊິ່ງເປັນເພງຂອງປະເທດເພື່ອນບ້ານ, ເມື່ອເຫັນວ່າ ແຜັດ ມີຄວາມສາມາດໃນການຮ້ອງເພງ ເພິ່ນເລີຍໃຫ້ເປັນນັກຮ້ອງນັບແຕ່ນັ້ນເປັນຕົ້ນມາ.




ນາງ ແຜັດ ເລົ່າຕໍ່ວ່າ: ແຜັດ ຮ້ອງເພງຢູ່ຮ້ານອາຫານສາຍລົມເຢັນ ເມືອງປາກເຊ ປະມານ 5-6 ປີ, ພໍດີຮ້ານອາຫານສາຍລົມເຢັນຢຸດຕິກິດຈະການ, ຕໍ່ມາກໍ່ໄປຮ້ອງເພງຢູ່ແຂວງອັດຕະປື ຢູ່ຮ້ານອາຫານສາຍລົມເຢັນ ເຊິ່ງເປັນຮ້ານອາຫານຂອງ ອ້າຍ ຫວັນ ແຕ່ກ່ອນເພິ່ນເປັນນັກເສບຢູ່ຮ້ານອາຫານສາຍລົມເຢັນປາກເຊເມື່ອຮ້ານສາຍລົມເຢັນປາກເຊຢຸດຕິກິດຈະການ ລາວຈິ່ງໄປເປີດຮ້ານອາຫານເອງ. ຮ້ອງເພງຢູ່ແຂວງອັດຕະປື ໄດ້ 3 ປີ, ແຜັດ ຈິ່ງໄດ້ເດີນທາງໄປຮ້ອງເພງຢູ່ຕາມຮ້ານອາຫານຕ່າງໆ ໃນນະຄອນຫຼວງວຽງຈັນ,ຍ້ອນ ແຜັດ ເປັນນັກຮ້ອງທໍາມະດາ ແລະ ໄດ້ເຄື່ອນໄຫວຮ້ອງເພງຢູ່ຫຼາຍໆຮ້ານ ສຸດທ້າຍ ກໍ່ມາຮ້ອງເພງປະຈໍາຢູ່ຮ້ານຕໍາມົ້ວຈົນມາເຖິງທຸກວັນນີ້.




ເມື່ອຖາມເຖິງແຮງຈູງໃຈ ແລະ ສິ່ງດຶງດູດທີ່ເຮັດໃຫ້ໄປຮ່ວມແຂ່ງຂັນຮ້ອງເພງ ໃນລາຍການ “ ເສິກວັນດວນເພງ ”ທີ່ອອກອາກາດທາງໂທລະພາບຊ່ອງ 1 ຂອງປະເທດເພື່ອນບ້ານນັ້ນ, ນາງ ແຜັດ ກ່າວວ່າ: ມີໝູ່ຮັກໝູ່ແພງກັນ ຜູ້ທີ່ເປັນຄູຝຶກໃຫ້ນັ້ນ ລາວມັກຟັງ ແຜັດ ຮ້ອງເພງ, ແຜັດ ໄປຮ້ອງເພງຢູ່ຮ້ານໃດ ກໍ່ນໍາໄປຟັງ, ລາວເຫັນວ່າ ແຜັດ ມີນໍ້າສຽງດີ ແລະ ເພິ່ນກໍ່ມັກຕິດຕາມລາຍການ “ ເສິກວັນດວນເພງ ” ລາວເລີຍຊວນໄປແຂ່ງຂັນ, ເບື້ອງຕົ້ນ ແຜັດ ເອງບໍ່ໄດ້ຕົກລົງ ເພາະຄິດວ່າການໄປການມາແຕ່ລະຄັ້ງ ຄົງໃຊ້ຈ່າຍເງິນຫຼາຍ ເຊິ່ງມັນເກີນຄວາມສາມາດຂອງຕົນ. ຕໍ່ມາລາວກໍ່ຊວນອີກ ເທື່ອນີ້ ລາວບອກວ່າ: ຄ່າໃຊ້ຈ່າຍຕ່າງໆ ລາວຈະເປັນຄົນຮັບຜິດຊອບເອງ, ແຂ່ງຂັນ ໄດ້ ຫຼື ເສຍ ກໍ່ບໍ່ເປັນຫຍັງ, ໄປເອົາປະສົບການຊີວິດ. ຍ້ອນແນວນັ້ນ ແຜັດ ເລີຍຕັດສິນໃຈເດີນທາງໄປສະໝັກເຂົ້າຮ່ວມແຂ່ງຂັນ, ອີກຢ່າງໜຶ່ງ ແຜັດ ເອງ ກໍ່ຢາກພົບຢາກເຫັນ ອາຈານ ສະຫຼາ ຄຸນນະວຸດ ເຊິ່ງເປັນນັກແຕ່ງເພງລູກທົ່ງທີ່ມີຊື່ສຽງອີກຄົນໜຶ່ງຂອງໄທ ທັງເປັນ 1 ໃນຄະນະກໍາມະການທີ່ຕັດສິນການແຂ່ງຂັນ ເພາະເພິ່ນເປັນຄົນມັກໃຫ້ໂອກາດຄົນ ໂດຍສະເພາະຄົນທີ່ມີແວວ ແລະ ພອນສະຫວັນໃນການຮ້ອງເພງ, ແຜັດ ເລີຍຢາກຟັງ-ຢາກໄດ້ຍິນຄໍາແນະນໍາດີໆຈາກເພິ່ນ ເພື່ອສືບຕໍ່ກໍ່ສ້າງຄວາມຝັນຂອງຕົນໃຫ້ເປັນຄວາມຈິງ.




ສໍາລັບເຕັກນິກ ແລະ ວິທີການທີ່ໃຊ້ໃນໄລຍະແຂ່ງຂັນນັ້ນ ນາງ ແຜັດ ກ່າວວ່າ: ສິ່ງສໍາຄັນ ແມ່ນເລືອກເພງໃຫ້ຖືກຕ້ອງກັບລັກສະນະສຽງຂອງຕົນ, ເວລາຮ້ອງເພງ ກໍ່ຕ້ອງສະແດງກິລິຍາທ່າທີໃຫ້ເໝາະສົມ ແລະ ສອດຄ່ອງກັບເນື້ອຮ້ອງທໍານອງເພງທີ່ເຮົາຮ້ອງ, ຈາກນັ້ນ ກໍ່ຖືເອົາຄໍາເຫັນ ແລະ ຄໍາແນະນໍາຂອງຄະນະກໍາມະການແຕ່ລະທ່ານ ມາເປັນບ່ອນອີງໃນການປັບປຸງແກ້ໄຂການຮ້ອງເພງຂອງຕົນເອງໃຫ້ດີຂຶ້ນເລື້ອຍໆ. ສ່ວນຂໍ້ຫຍຸ້ງຍາກໃນການແຂ່ງຂັນ ນັ້ນ, ນາງ ແຜັດ ກ່າວວ່າ: ເຮົາເປັນຄົນລາວ ການອອກສຽງສໍານຽງສະຫຼະ ແລະ ພະຍັນຊະນະ ໃນພາສາໄທ ແມ່ນຫຍຸ້ງຍາກທີ່ສຸດ ເຊິ່ງຕ້ອງໄດ້ຝຶກຝົນເປັນພິເສດ ເພາະຖ້າຮ້ອງ ຫຼື ອອກສຽງຜິດ 1 ຄໍາ, ຄະນະກໍາມະການກໍ່ຈະຕັດ 1 ຄະແນນ, ຍ້ອນແນວນັ້ນ ຈິ່ງຕ້ອງເອົາໃຈໃສ່. ການແຂ່ງຂັນຮ້ອງເພງ ຮອບທີ່ ແຜັດ ຕື່ນເຕັ້ນ ແລະ ເກືອບບໍ່ຊະນະ ແມ່ນການແຂ່ງຂັນຮ້ອງເພງ ສະໄໝທີ 15 ເພາະວ່າພົບກັບນັກຮ້ອງລູກທົ່ງຂອງແທ້ ແລະ ມີນໍ້າສຽງດີກ່ວານັກຮ້ອງຄົນອື່ນໆ ທີ່ເຂົ້າຮ່ວມແຂ່ງຂັນຜ່ານມາ, ຈົນເຮັດໃຫ້ ແຜັດ ໄດ້ໃຊ້ໂຕຊ່ວຍ ຄື: ຂ້ວມກະດານເພງ ແລ້ວແຂ່ງຂັນໃໝ່ ເຊິ່ງຕ່າງຄົນ ກໍ່ຕ້ອງຮ້ອງໃໝ່ ແລະ ໃຊ້ເພງໃໝ່ຕື່ມອີກ, ດ້ວຍຄວາມບຸກບືນສູ້ຊົນອົດທົນຝຶກແອບ ແລະເຮັດຈົນສຸດຄວາມສາມາດຂອງຕົນ, ສຸດທ້າຍ ແຜັດ ກໍ່ສາມາດເອົາຊະນະໄດ້ ຈົນການແຂ່ງຂັນດໍາເນີນມາຮອດສະໄໝ ທີ 21 ແລະ ກາຍເປັນແຊັມຄົນທີ 2 ຂອງລາຍການດັ່ງກ່າວ ພ້ອມທັງໄດ້ຮັບລາງວັນ 1 ລ້ານບາດ(ສະກຸນເງິນໄທ) ຫຼື ປະມານ 265 ລ້ານກີບ ເຊິ່ງຈໍານວນເງິນດັ່ງກ່າວ ແຜັດ ກໍ່ເອົາມາເປັນທຶນສ້ອມແປງເຮືອນໃຫ້ແມ່ ຈາກເຮືອນຊັ້ນດຽວ ຍົກລະດັບເປັນເຮືອນ 2 ຊັ້ນ ໃຫ້ມີຢູ່ກັບນ້ອງຊາຍຢ່າງສະດວກສະບາຍ ໂດຍສະເພາະໃນລະດູຝົນ.




ເມື່ອຖາມກ່ຽວກັບເລື່ອງສ່ວນຕົວ ແລະ ນິໄສໄຈຄໍ, ນາງ ແຜັດ ບອກວ່າ: ແຜັດ ເປັນຄົນນິໄສລຽບງ່າຍ, ມີມະນຸດສໍາພັນດີ, ເຂົ້າໄດ້ກັບທຸກຄົນ ແລະ ຮັກທຸກຄົນທີ່ມີນິໄສດີ. ອາຫານທີ່ມັກທີ່ສຸດ ແມ່ນແກງໜໍ່ໄມ້. ຍາມຫວ່າງວຽກ ກໍ່ຟັງເພງ ແລະ ກໍ່ຮ້ອງເພງ ເພາະມັກ-ຮັກການຮ້ອງເພງເປັນຊີວິດຈິດໃຈ. ນັກຮ້ອງໃນດວງໃຈ ແມ່ນ ນາງ ຕ່າຍ ອໍລະໄທ. ຄວາມສາມາດ ແມ່ນຮ້ອງເພງໄດ້ທຸກແບບ ທັງເພງສະຕຣິງ, ເພງຊ້າໆຊຶ້ງໆ ຫຼື ເພງເພື່ອຊີວິດ ແລະ ເພງລູກທົ່ງ ແຕ່ວ່າຖະໜັດກ່ວາໝູ່ ແມ່ນການຮ້ອງເພງລູກທົ່ງ, ນອກນີ້ ແຜັດ ຍັງຮ້ອງໄດ້ທັງຫວຽດນາມ, ເພງຈີນ ແລະ ເພງພາສາອັງກິດ. ໃນອະນາຄົດ ແຜັດ ກໍ່ຈະສືບຕໍ່ຮ້ອງເພງໄປເລື້ອຍໆ ແລະ ຖ້າມີທຶນຮອນພຽງພໍ ແຜັດຈະເປີດຮ້ອານອາຫານເປັນຂອງຕົນເອງ.

ນາງ ແຜັດ ກ່າວຕອນທ້າຍອີກວ່າ: ພາກພູມໃຈຫຼາຍໆທີ່ສາມາດຍາດໄດ້ແຊັມ 21 ສະໄໝ ຈາກລາຍການ “ ເສິກວັນດວນເພງ ”, ພູມໃຈທີ່ຕົນເອງສາມາດເຮັດໄດ້ໃນສິ່ງທີ່ບໍ່ຄາດຝັນ ແລະ ສິ່ງດັ່ງກ່າວຖືວ່າຜົນສໍາເລັດເບື້ອງໃນການເປັນນັກຮ້ອງຂອງຜູ້ຍິງລູກສາວຊາວບ້ານປ່າຂາດອນ ທີ່ມີລະດັບວັດທະນະທໍາຈົບພຽງແຕ່ ປ.3 ເທົ່ານັ້ນ. ນອກນີ້ ຍັງເຮັດໃຫ້ຊີວິດການເປັນນັກຮ້ອງຂອງ ແຜັດ ມີການປ່ຽນແປງໄປໃນທາງທີ່ດີ, ມີຄົນຮູ້ຈັກຮັກແພງຫຼາຍຂຶ້ນ, ງານຮ້ອງເພງກໍ່ຫຼາຍຂຶ້ນກ່ວາເກົ່າ, ແຕ່ວ່າ ແຜັດ ກໍ່ຍັງຮ້ອງເພງປະຈໍາຢູ່ຮ້ານຕໍາມົ້ວ ຢູ່ນະຄອນຫຼວງວຽງຈັນຄືເກົ່າ, ແຕ່ວ່າ ຖ້າມີຄົນມາຈ້າງໄປຮ້ອງເພງຢູ່ງານຕ່າງໆ ທັງພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງໃນທົ່ວປະເທດ ແຜັດ ກໍ່ໄປ ເພາະວ່າ ແຜັດ ຢາກໄປພົບພີ່ນ້ອງມິດຮັກ ແລະ ແຟນເພງຢູ່ແຕ່ລະແຂວງ ທີ່ໄດ້ເຊຍ ແລະ ໃຫ້ກໍາລັງໃຈແກ່ ແຜັດ ດ້ວຍດີສະເໝີມາ ໂດຍສະເພາະ ແມ່ນໃນໄລຍະທີ່ ແຜັດ ໄປຮ່ວມແຂ່ງຂັນ ຢູ່ລາຍການ “ ເສິກວັນດວນເພງ ” ແລະ ຖ້າວ່າພາກສ່ວນໃດ ນັບທັງການຈັດຕັ້ງພັກ-ລັດ, ບຸກຄົນ ແລະ ນິຕິບຸກຄົນ ຢາກໄດ້ ແຜັດ ໄປຮ່ວມຮ້ອງເພງຮັບໃຊ້ໃນງານຕ່າງໆ ກໍ່ສາມາດຕິດຕໍ່ຫາໄດ້ ທີ່ໝາຍເລກໂທລະສັບ 020 5999 7769, ແຜັດ ຍິນດີຮັບໃຊ້ທຸກໆຄົນດ້ວຍຄວາມເຕັມໃຈ.

 ຂ່າວ-ພາບ: ທູນທອງໃຈ ( ໜັງສືພິມຈຳປາໃໝ່ )
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.