Header Ads

ທ່ານ ນາງ ແກ່ນຈັນ ບຸດດາວົງ ໄດ້ຮັບລາງວັນນັກທຸລະກິດແມ່ຍິງດີເດັ່ນອາຊຽນ ປະຈຳປີ 2018




ພິທີສະເຫຼີມສະຫຼອງຊົມເຊີຍ ທ່ານ ນາງ ແກ່ນຈັນ ບຸດດາວົງ ປະທານກຸ່ມບໍລິສັດຫົງຄຳພາກໃຕ້, ປະທານສະມາຄົມນັກທຸລະກິດແມ່ຍິງແຂວງຈຳປາສັກທີ່ໄດ້ຮັບລາງວັນນັກທຸລະກິດແມ່ຍິງດີເດັ່ນອາຊຽນ (ເອເວັນອາວອດ ປະຈຳປີ 2018) ຈັດຂຶ້ນຢ່າງຄຶກຄື້ນ ແລະ ສົມກຽດໃນຕອນຄໍ່າຂອງວັນທີ 28 ພຶດສະພາ 2018 ນີ້ ທີ່ໂຮງແຮມຈຳປາສັກແກຣນ. ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ, ທ່ານ ນາງ ຈັນເທົາ ປະຖຳມະວົງ ທີ່ປຶກສາກິດຕິມະສັກສາມາຄົມນັກທຸລະກິດແມ່ຍິງລາວ ພ້ອມດ້ວຍຄະນະບໍລິຫານງານສະມາຄົມນັກທຸລະກິດແມ່ຍິງລາວ ແລະ ສະມາຄົມ ແລະສະມາຊິກນັກທຸລະກິດແມ່ຍິງແຂວງ, ບັນດາພະນັກງານການນຳ, ພະແນກການ, ກົມກອງນັກທຸລະກິດພາຍໃນແຂວງ ແລະຕ່າງແຂວງເຂົ້າຮ່ວມ.




ທ່ານ ນາງ ມະໂນລາ ດາລາວົງ ຮອງປະທານສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ກ່າວໃນພິທີວ່າ: ລາງວັນນັກທຸລະກິດດີເດັ່ນອາຊຽນ (ເອເວັນອາວອດ ປະຈຳປີ 2018) ທີ່ທ່ານນາງ ແກ່ນຈັນ ບຸດດາວົງ ໄດ້ຮັບໃນຄັ້ງນີ້ ໄດ້ນຳກຽດຊື່ສຽງມາສູ່ວົງການທຸລະກິດແມ່ຍິງລາວ ເວົ້າລວມກໍຄື ສະມາຄົມທຸລະກິດແມ່ຍິງແຂວງຈຳປາສັກ. ອັນສາມາດຍາດລາງວັນຈາກຜູ້ເຂົ້າປະກວດແຂ່ງຂັນ 100 ກວ່າຄົນ ໃນ 10 ປະເທດອາຊຽນ ຕາມ 5 ມາດຖານທີ່ວ່າງອອກຄື: ມີທຸລະກິດອອກຊື່ທະບຽນເປັນຂອງຕົນເອງ, ດຳເນີນທຸລະກິດມາເປັນເວລາຫຼາຍກວ່າ 5 ປີ, ບໍ່ເຄີຍໄດ້ຮັບລາງວັນນີ້ມາກ່ອນ, ມີອາຍຸຫຼາຍກວ່າ 30 ປີຂຶ້ນໄປ ແລະ ທຸລະກິດມີການພັດທະນາຂຶ້ນໄປເລື້ອຍໆ. ເຊິ່ງໃນ 5 ມາດຖານນີ້ ທ່ານນາງ ແກ່ນຈັນ ບຸດດາວົງ ແມ່ນມີຄົບຖ້ວນໂດຍສະເພາະມາດຖານທີ 5 ສາມາດເຮັດໃຫ້ທຸລະກິດຂອງຕົນພັດທະນາຈາກບໍລິສັດ ໄດ້ກາຍເປັນກຸ່ມບໍລິສັດ ແລະນັບມື້ມີກິດຈະການຫຼາຍຢ່າງທີ່ເຕີບໃຫຍ່ຂະຫຍາຍຕົວ ແລະ ໂດດເດັ່ນເປັນຕົວແບບທີ່ດີ ຈິ່ງສາມາດຍາດໄດ້ລາງວັນ ເອເວັນອາວອດ ປີນີ້ມາຄອງ. 




ໂອກາດທີ່ມີຄວາມໝາຍນີ້ ທ່ານ ດຣ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ ກໍໄດ້ໃຫ້ກຽດມີຄຳເຫັນໂດຍກ່າວຍ້ອງຍໍຊົມເຊີຍຜົນສຳເລັດຂອງທ່ານ ນາງ ແກ່ນຈັນ ບຸດດາວົງ ກໍຄືນັກທຸລະກິດແມ່ຍິງແຂວງຈຳປາສັກທີ່ສາມາດຍາດໄດ້ລາງວັນອັນມີກຽດສະງ່າມາສູ່ແຂວງຈຳປາສັກ. ຈາກນັ້ນ ກໍໄດ້ເນັ້ນນັກທຸລະກິດແມ່ຍິງ ທຸກຄົນເອົາໃຈໃສ່ພັດທະນາທຸລະກິດ ແລະກິດຈະການຂອງຕົນໃຫ້ດີກວ່າເກົ່າ,ເອົາໃຈໃສ່ບໍລິການນສັງຄົມຢ່າງຫຼາກຫຼາຍ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາແຂວງຈຳປາສສັກກໍຄືປະເທດຊາດ ແລະ ສົ່ງຜົນງານຂອງຕົນເຂົ້າຮ່ວມຍາດລາງວັນທີ່ມີກຽດຕ່າງໆໃຫ້ຫຼາຍຂຶ້ນຕື່ມອີກ.







ຜ່ານມາຈົນຮອດປັດຈຸບັນນັກທຸລະກິດແມ່ຍິງແຂວງຈຳປາສັກສາມາດຍາດໄດ້ລາງວັນນັກທຸລະກິດແມ່ຍິງດີເດັ່ນອາຊຽນມາແລ້ວ 3 ທ່ານ ຄື: ທ່ານງ ນາງ ເລື້ອງ ລິດດັ້ງ, ທ່ານນາງ ບຸນເຮືອງ ລິດດັງ ແລະ ປັດຈຸບັນແມ່ນທ່ານ ນາງ ແກ່ນຈັນ ບຸດດາວົງ. ຊຶ່ງສຳລັບລາງວັນນັກທຸລະກິດແມ່ຍິງດີເດັ່ນອາຊຽນປະຈຳປີ 2018 ແມ່ນໄດ້ຈັດພິທີມອບຮັບຢ່າງເປັນທາງການມາແລ້ວໃນວັນທີ 10 ພຶດສະພາ 2018 ຢ່າງທີ່ບາງກອກ ຣາຊະອານາຈັກໄທ.






ໂດຍ: ເກດສະໜາ ແກ້ວສຸວັນນະແສງ ສວຈ (ວິທະຍຸກະຈາຍສຽງຈໍາປາສັກ)

© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com

_______

No comments

Powered by Blogger.