Header Ads

ຂຸນນໍ້າກອງແລງ ເມືອງຫີນບູນ ແຂວງຄໍາມ່ວນ



ຂຸນນໍ້າກອງແລງ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ຕັ້ງຢູ່ບ້ານນາຄື, ເມືອງຫີນບູນ ຂຶ້ນລົດຕາມເສັ້ນທາງເລກ 13 ໃຕ້, ຫ່າງຈາກຕົວ ເມືອງ 19 ກິໂລແມັດ. ຂຸນນໍ້າກອງແລງເປັນບ່ອນກຳເນີດຂອງນ້ຳກອງແລງ ຊຶ່ງເປັນສາຂາຂອງນໍ້າຄອນແກ້ວ, ເປັນວັງນໍ້າສີຟ້າເຂັ້ມກວ້າງ 1960-1970 ແມັດ, ເລິກກວ່າ 25 ແມັດ, ນໍ້າໃນຂຸນກອງໃນປີໜຶ່ງຈະປ່ຽນເປັນ 3 ສີຄື: ສີຂຽວມໍລະກົດ, ແດງ ແລະ ສີຟ້າໃສ. ລັກສະນະຂອງນ້ຳຂຸນ ກອງແລງເປັນວົງຮູບຫນ່ວຍມົນຄືກັບກອກສູບຢາ. ພື້ນລຸ່ມນໍ້າມີແປວນໍ້າຢູ່ 1 ແປວ ຍາວ 22 ແມັດ (ສະເພາະບ່ອນທີ່ສາມາດເຂົ້າໄດ້) ອ້ອມຮອບ ​​ວົງນີ້ເຕັມໄປດ້ວຍຕົ້ນຂະມ້າ. ຂຸນກອງແລງ ແມ່ນເອີ້ນຕາມຕຳນານວ່າ: ຮອດເວລາແລງວັນສິນມາ ສະໃຫມກ່ອນຈະໄດ້ຍິນສຽງດັງຕຶ່ງໆ ຄືກັບສຽງ ກອງແລງ ທີ່ຄູບາຕີຢູ່ວັດໃນຍາມແລງ, ຕາມຄວາມເຊື່ອແມ່ນຄົນບັງບົດເປັນຜູ້ຕີ.







ຂຸນນໍ້ານີ້ຫ້າມຫາປາ ແລະ ຫ້າມອາບນໍ້າ. ນິທານພື້ນບ້ານກ່ຽວກັບຂຸນນໍ້າກອງແລງ: ກ່ອນຫນ້ານີ້ຫຼາຍຮ້ອຍປີຜ່ານມາທີ່ວັດບ້ານນາຄືມີພະອາຈານ ອົງຫນຶ່ງຊື່ວ່າ: ຍາຄູປາກບ້ຽວ ແລະ ສຳມະເນນນ້ອຍອົງຫນຶ່ງ (ບໍ່ປະກົດມີຊື່) ທັງສອງໄດ້ມາອາບນໍ້າຢູ່ໃນຂຸນແຫ່ງນີ້ ອາບນໍ້າແລ້ວກໍ່ນັ່ງງອຍງ່າໄມ້ ສູບຢາ ພໍດີກອກຢາຫຼຸດມືຕົກລົງພື້ນນໍ້າ ເພື່ອຊອກຫາກອກຢາ ສ່ວນອ້າຍຈົວນ້ອຍກໍ່ຢູ່ເທິງຖ້າຕໍ່ສົ້ນໄໝໃສ່ຫຼອດອື່ນຈົນຫມົດ 7 ຫຼອດ ພໍດີຍາຄູກໍ່ເຖິງ ພື້ນນໍ້າຢູ່ຈຸດໃຈກາງຂອງຂຸນນັ້ນ ຍາຄູໄດ້ພົບທໍ່ແກ້ວໃຫຍ່ອັນຫນຶ່ງ ເປັນສີມໍລະກົດໃສງາມແຕ່ມີນໍ້າຢູ່ໃນ ໃຫຍ່ເທົ່າກັບກອງ (ກອງດຶກ, ກອງເພນ ຫຼື​ ກອງແລງ) ທີ່ຄູບາໃຊ້ຕີຢູ່ວັດກໍ່ເລີຍຮ້ອງຂຸນແຫ່ງນີ້ວ່າ: ຂຸນກອງແລງ ຫຼື ຂຸນນໍ້າກອງແລງ ມາຮອດປະຈຸບັນນີ້.








ຂໍ້ມູນ: ອົງການພັດທະນາການທ່ອງທ່ຽວ
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.