ປະຫວັດຄວາມເປັນມາຂອງ ພຣະທາດພູສີ ນະຄອນຫຼວງພະບາງ
ແຕ່ເດີມ ວັດນີ້ສ້າງຂື້ນໂດຍ ພຣະເຈົ້າອະນຸຣຸດ ໃນປີ 1804. ຫຼັງຈາກນັ້ນໃນປີ 1914 ໄດ້ມີການບູລະນະສ້ອມແປງວັດນີ້ເປັນເທື່ອທຳອິດ, ຕໍ່ມາແມ່ນປີ 1936 ເຊີ່ງໃນໂອກາດດັ່ງກ່າວເພິ່ນໄດ້ສ້າງຂັ້ນໄດ ຈຳນວນ 328 ຂັ້ນ ໃສ່ຕື່ມ.
ແມ່ນທາດທີ່ມີການກໍ່ສ້າງໃນຜັງສີ່ຫຼ່ຽມຍາວ ຍ້ອນເຫດຜົນສະຖານທີ່ຕັ້ງທີ່ພິເສດຢູ່ເທິງຈອມພູ ອົງພຣະທາດນີ້ຕັ້ງໃສ່ຕີນຖານສາມຖ້ານ ມີໃບເສມາຍອດດອກບົວປະດັບຢູ່ແຈ. ຢູ່ແຕ່ລະມູມຂອງພາກສ່ວນຕົ້ນຕໍຂອງອົງທາດນັ້ນ ປະດັບດ້ວຍເສກກະສັດທີ່ເຮັດດ້ວຍທອງເຈັດຂັ້ນສີ່ອັນ. ຕັ້ງແຕ່ຕີນຮອດຈອມທາດ ແທກໄດ້ 21ແມັດ, ເດີ່ນລະບຽງທີ່ຍື່ນອອກມາຈາກຕີນທາດ ເຮັດໃຫ້ສາມາດຫຼຽວເຫັນທັດສະນີຍະພາບອັນງົດງາມສຸດທີ່ຈະພັນລະນາໄດ້ຂອງເມືອງຫຼວງ ພຣະບາງ. ເປັນສະຖານທີ່ຊົມວິວທິວທັດຂອງເມືອງໄດ້ເຖິງ 360 ອົງສາ ເຫັນຄວາມສວຍງາມໄດ້ທຸກມູມຂອງຫຼວງພຣະບາງ. ນອກນັ້ນ, ຍັງສາມາດເຫັນທິວທັດທຳມະຊາດ ຈຸດໄຫຼພົບຂອງສາຍນຳ້ຂອງ ແລະ ສາຍນຳ້ຄານ. ນອກນັ້ນ, ຍັງເປັນສະຖານທີ່ຊົມຕາເວັນຕົກດິນທີ່ສວຍງາມ ເຊິ່ງບໍ່ມີແຫ່ງໃດຈະທຽບໄດ້, ກຸ້ມຄ່າແທ້ກັບການທີ່ຕ້ອງຍ່າງຂື້ນໄປຕາມຂັ້ນໄດສູງຊັນເຖິງ 328 ຂັ້ນ.
ພຣະທາດພູສີ ເມືອງຫຼວງພຣະບາງ ມີການເລົ່າກັນມາວ່າມີພຣະຣືສີ ແລະ ໂຍທິກະຣືສີ ເຊີ່ງເປັນຣືສີ 2 ພີ່ນ້ອງ ໄດ້ມາຕັ້ງຫຼັກບ້ານຫຼັກເມືອງ ແລ້ວປະດິດສະຖານພຣະພຸດທະບາດ ໄວ້ທີ່ຈອມພູສີເພື່ອໃຫ້ຜູ້ມີບຸນອັນເປັນກະສັດຕີຄ້ຳຊູພຣະສາສະໜາພຣະໂຄຕະມະເຈົ້າ ເມື່ອກະສັດຕີຍັກສານັນທາມາຢູ່ ຈຶ່ງປະກົດຊື່ໄວ້ວ່າ: ພູນັນທະກາງຣີສີສັດຕະນາກ ເອົາຊື່ ພຣະຍາຍັກນັນທາ ນາງກາງຮີ ທິດາ ແລະ ນາກມາໃສ່ , ເມື່ອພຣະຍາຍັກນັນທາສິ້ນພະຊົນແລ້ວ ກໍ່ຍັງມີຜີຍັກຢູ່ຮັກສາຫຼັກເມືອງນີ້ເຊີ່ງ ທິດເພົ້າ ( ທີ່ເຄີຍບວດເປັນພຣະພິກຂຸຢູ່ວັດຫໍສ່ຽງ ) ເປັນຄົນຕີກອງຍາມ ກໍ່ເຄີຍເຫັນໃນເວລາຕີກອງທ່ຽງໝົດບາດຄ້ອນຂອງວັນບຸນ ແຮມ 15 ຄຳ່ເດືອນ 7 ປີກາບສະງ້າ ຈ.ສ 1316.
ເມື່ອນາງກາງຮີ ສິ້ນຊີວິດແລ້ວ ພຣະຣືສີກໍ່ໄດ້ແປງຮູບນາງໄວ້ທີ່ຟາກຊຽງແມນ ທີ່ຄົນຫຼວງພຣະບາງເອີ້ນກັນວ່າ ພູນາງ ແລະ ຈາກນັ້ນ ( ອ່ານຈາລຶກຮາວທຽນຂອງສົມເດັດເຈົ້າມະຫາອຸດຕະມະວົງຂົງສີສັຕຕະນາຄະນະຫຸດອຸດົມຣັດຕະນະບູຣີຣົມພະຣະມະຫາຈັກກະພັດ ມະຫານະຄອນຣາຊທານີລ້ານຊ້ານຮົ່ມຂາວຫຼວງພຣະບາງ ທົງສ້າງພຣະທາດໃສ່ຈອມພູຂື້ນແລ້ວພູໜ່ວຍນີ້ກໍ່ມີວັນນະຕັ້ງແຕ່ນັ້ນມາ ແຕ່ສະມະນະພາຫະນະຈານເສນາພິທາມາດ ຣາຊປຸໂລຫິດຮຽກວ່າ ທາດຫຼັກເມືອງ ).ແຜ່ນສີລາຈາລຶກອັນມີຢູ່ໃນພຣະທາດຈອມສີ ມີວ່າ: ຈຸນລະສັກຣາຊ 1166 ຕົວປີກາບໄຈ້ ເດືອນອະສຸຊະ 11 ອະທິກະມາດ ແຮມ 7 ຄຳ ວັນພຸດເຕົ່າສະຫ້າ ຍາມທ່ຽງຄືນ ເປັນອະພິມະລະຕະເຈຕິຍະ ເຖິງເມື່ອເດືອນອະສຸຊະຂື້ນ 9 ຄຳ່ ວັນເສົາມື້ຮວາຍສັນ ຈຶ່ງໄດ້ກໍ່ເປັນມະຫາເຈດີຍະໄວ້ ສາຍາກໍ່ລົງ ເດືອນອະສຸຊະຂື້ນ 11 ຄຳ່ ວັນຈັນ ມື້ເປີດເສັດຍາມພາດລັ່ນມື້ຄຳ່ຈຶ່ງໄດ້ສະຖາປະນາປະຣິກະທາດເຈົ້າ ປາງພຣະຍາທຳວຸທິມະຫາອຸດຕະມະວົງສະເຫວີຍຣາຊສົມບັດໃນເມືອງສີສັດຕະນາດະນະຫຸດອຸຕະມະຣາຊທານີ.
ພຣະເຈດີນີ້ໃຫຍ່ກ້ວາງຍາວ 10 ແມັດ 55 ຊັງຕີແມັດ ຕະລາງຫຼ່ຽມ ແລະ ສູງ 21 ແມັດ ພູສີສູງປະມານ 150 ແມັດ ຈາຣຶກນີ້ ເຈົ້າກົມຂຸນດວງຈັນ ອະທິບໍດີທຳມະການຫໍສະໜາມຫຼວງກ່າຍອອກຈາກແຜ່ນສີລາ ພຣະທາດຈອມສີ ທີ່ໄດ້ມ້າງ ແລະ ສ້ອມແຊມຂື້ນໃໝ່ ເມື່ອວັນຈັນ ເດືອນ 7 ຂື້ນ 15 ຄຳ່ ປິກາຍຍີ ຈ.ສ 1276 ກົງກັບວັນທິ 7 ມິຖຸນາ ປີ ຄ.ສ 1914.
ພູສີເປັນພູທີ່ຕັ້ງຢູ່ໃຈກາງເມືອງ ເປັນພູທີ່ສວຍສົດງົດງາມ ທາງທິດຕາເວັນອອກຕິດກັບຝັ່ງແມ່ນ້ຳຂອງ ບ້ານວິຊຸນ ເຊີ່ງສະໄໝບູຮານເອີ້ນວ່າ: ທົ່ງເຂົ້າຈ້າວ, ເບື້ອງຕາເວັນຕົກຕິດກັບພະລາຊະວັງເກົ່າຂອງພຣະເຈົ້າມະຫາຊີວິດ, ແຄມຝັ່ງຂອງທິດເໜືອຕິດກັບວັດແສນ, ວັດຄີລີ ແລະ ວັດປາກຄານ ເບື້ອງທິດໃຕ້ຕິດກັບ ໂຮງແຮມພູສີ, ອາຄານວັດຫໍສ່ຽງ, ວັດທາດນ້ອຍ.
ມີປະເພນີສຳຄັນອີກອັນໜຶ່ງ ຂອງຊາວນະຄອນຫຼວງພຣະບາງ ທີ່ຕິດພັນກັບພູສີນັ້ນກໍ່ຄືການຕີກອງຢູ່ເທິງຈອມພູສີກອງນີ້ເພິ່ນຕີເປັນຊົ່ວຍາມຍູຮານ ຄື ຊົ່ວຍາມໜຶ່ງຕີເທື່ອໜຶ່ງ ( 3 ຊົ່ວໂມງໃດຕີເທື່ອໜຶ່ງ ). ປະເພນີຕີກອງຢູ່ເທິງຈອມພູສີຫຼວງພຣະບາງນີ້ ຜູ້ເຖົ້າຜູ້ແກ່ເລົ່າສືບກັນມາແຕກຕ່າງກັນສ່ວນຫຼາຍແລ້ວ ແມ່ນຈິດຕະສາດກ່ຽວກັບຄວາມເຊື່ອຖື ຄື ປຸກລະດົມໃຫ້ຄົນເຊື່ອຖືໃນສາສະໜາພຸດຢ່າງເຄັ່ງຄັດ.
ພູສີໃນສະໄໝກ່ອນກໍ່ຄືປັດຈຸບັນ ເປັນສູນກາງວັດທະນະທຳປະເພນີ ແລະ ມິ່ງຂັວນຂອງຊາວນະຄອນຫຼວງພຣະບາງໂດຍແທ້ ເພິ່ນມີຄຳກ່າວຕິດປາກກັນມາວ່າ: ໄປທ່ອງທ່ຽວນະຄອນຫຼວງພຣະບາງ ຖ້າບໍ່ໄດ້ຂື້ນເບີ່ງພູສີ ຫຼື ວ່າຂື້ນໄປໄຫວ້ພະທາດຈອມສີ, ທາດຫຼັກເມືອງກໍ່ເທົ່າກັບວ່າບໍ່ເຫັນຫຼວງພຣະບາງ ນັ້ນເອງ.
ຂໍ້ມູນມາຈາກປື້ມຕຳນານ – ພົງສາວະດານ ເມືອງຫຼວງພຣະບາງ ສະຖາບັນວິທະຍາສາດສັງຄົມ
ຂຽນໂດຍ ນາງສາຍວາລິນ ບໍລະວົງ
© ຈໍາປາໂພສ | www.champapost.com
_________
Post a Comment