Header Ads

ເຫດຄົນຕົກຕົ້ນໄມ້ເສຍຊີວິດ ບ້ານຫ້ວຍເຕີຍ ເມືອງໄຊທານີ



ລາຍງານຈາກໜ່ວຍກູ້ໄພວ່າ : ໃນວັນທີ 06/05/2018 ເວລາ 13:20ໂມງ ໄດ້ເກີດມີເຫດຄົນຕົກຕົ້ນໄມ້ເສຍຊີວີດຄາທີ່ 1 ຄົນ ຢູ່ ບ້ານຫ້ວຍເຕີຍ ເມືອງໄຊທານີ  ນະຄອນຫຼວງວຽງຈັນ ໂດຍຜູ້ບາດເຈັບເປັນເພດຊາຍ ອາຍຸ 36 ປີ ບ້ານຫ້ວຍເຕີຍ ເມືອງ ໄຊທານີ ແຂວງ ນະຄອນຫລວງວຽງຈັນ ເຊຶ່ງອາການເບື້ອງຕົ້ນຜູ້ເສຍຊີວິດຍ້ອນກະດູສັນຫລັງຫັກ ແລະ ຫົວຖືກກະທົບຫົວຢ່າງຮຸນແຮງ ເສຍຊີວິດຄາທີ່ເກີດເຫດ.






ບາດເຈັບ ອຸບັດຕິເຫດ ສຸກເສີນ ໂທ 1623 ຕະຫຼອດ 24 ຊົ່ວໂມງ (ຈຸດດົງໂດກ)
ພາບ-ຂ່າວ: ໜ່ວຍກູ້ໄພ 1623

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.