Header Ads

ແຕ່ນີ້ຮອດປີ 2020 ລັດຖະບານສູ້ຊົນ ເກັບລາຍຮັບໃຫ້ເພີ່ມຂຶ້ນ 50% ແລະ ຫັນໄປສູ່ທັນສະໄໝ





ແຫຼ່ງຂ່າວຈາກກະຊວງ ການເງິນແຈ້ງໃຫ້ຮູ້ເມື່ອບໍ່ດົນ ມານີ້ວ່າ: ນັບແຕ່ປີ 2020 ຄະນະລັດຖະບານ ສະໄໝທີ 8 ໂດຍສະເພາະແມ່ນກະຊວງ ການເງິນ ຢືນຢັນຈະສືບຕໍ່ແກ້ ໄຂບາງບັນຫາຄົງຄ້າງໃນໄລຍະ ຜ່ານມາ ເພື່ອເຮັດໃຫ້ສະພາບ ການເງິນມີຄວາມຄ່ອງຕົວເປັນ ກ້າວໆ.

ທັງນີ້ ເພື່ອຮັບປະກັນ ໃຫ້ຂະແໜງການເງິນຂອງປະ ເທດມີການປ່ຽນແປງໃໝ່ຢ່າງ ຮອບດ້ານ ໂດຍສ້າງໃຫ້ມີ ຄວາມໂປ່ງໃສ, ແກ້ໄຂປະກົດ ການຫຍໍ້ທໍ້ໃນທຸກຮູບແບບ ແລະ ຫັນໄປສູ່ຄວາມທັນສະ ໄໝ, ໄປພ້ອມໆກັບການຂະ ຫຍາຍຖານລາຍຮັບໃໝ່ທີ່ ຄວບຄູ່ການຂຸດຄົ້ນແຫຼ່ງລາຍ ຮັບທີ່ບົ່ມຊ້ອນ ໃຫ້ມີການເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ແລະ ໝັ້ນຄົງ, ສາມາດຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງການ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ສ້າງເງື່ອນໄຂໃຫ້ ແກ່ການນຳເອົາປະເທດຊາດ ຫຼຸດພົ້ນອອກຈາກສະຖານະ ພາບດ້ອຍພັດທະນາ ໃນປີ 2020 ໂດຍຕັ້ງເປົ້າຈະເກັບ ລາຍຮັບໃຫ້ໄດ້ເພີ່ມຂຶ້ນຈາກ 5 ປີຜ່ານມາເຖິງ 50%.

ອີງຕາມການລາຍງານ ຂອງທ່ານ ສົມດີ ດວງດີ ຮອງ ນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ ກ່ຽວກັບ ທິດທາງແຜນງົບປະມານແຫ່ງ ລັດ 5 ປີຄັ້ງທີ VIII (2016-2020) ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງ ຊາດ ຊຸດທີ VIII ວ່າ: ການຈັດ ຕັ້ງປະຕິບັດງົບປະມານແຫ່ງ ລັດໃນໄລຍະ 5 ປີຜ່ານມາ ໄດ້ ດຳເນີນໄປໃນເງື່ອນໄຂທີ່ສະ ພາບເສດຖະກິດຂອງໂລກ ແລະ ພາກພື້ນບໍ່ທັນຟື້ນໂຕ ແລະ ມີຫຼາຍດ້ານບໍ່ເອື້ອອຳ ນວຍ, ແຕ່ດ້ວຍການຊີ້ນຳ, ນຳ ພາຢ່າງໃກ້ຊິດຂອງກົມການ ເມືອງສູນກາງພັກ ແລະ ລັດ ຖະບານ ຈຶ່ງເຮັດໃຫ້ການຈັດ ຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ໄດ້ຮັບໝາກຜົນດີພໍ ສົມຄວນ, ສາມາດຂຸດຄົ້ນເກັບ ລາຍຮັບເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຊຶ່ງສາມາດຕອບສະໜອງແຫຼ່ງ ທຶນຢ່າງພຽງພໍໃຫ້ແກ່ການພັດ ທະນາ ໂດຍສະເພາະແມ່ນສາ ມາດແກ້ໄຂໄດ້ລາຍຈ່າຍທີ່ ເປັນບຸລິມະສິດຂອງລັດຖະ ບານ ເປັນຕົ້ນລາຍຈ່າຍເງິນ ເດືອນ, ເງິນອຸດໜູນລາຍຈ່າຍ ຮັບໃຊ້ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ລາຍ ຈ່າຍຊຳລະໜີ້ສິນຕ່າງປະເທດ, ໜີ້ສິນພາຍໃນ ແລະ ລາຍຈ່າຍ ອື່ນໆ. ສຳລັບທິດທາງຂອງແຜນ ງົບປະມານແຫ່ງລັດ 5 ປີຄັ້ງທີ VIII ລາຍຮັບລວມແມ່ນຈະສູ້ ຊົນສຸດຂີດໃຫ້ໄດ້ທັງໝົດປະ ມານ 149,6 ພັນຕື້ກີບຢູ່ໃນ ລະຫວ່າງ 19-20% ຂອງລວມ ຍອດຜະລິດຕະພັນພາຍໃນ ຫຼື ຈີດີພີ, ທຽບໃສ່ໃນ 5 ປີຜ່ານ ມາເພີ່ມຂຶ້ນ 50%, ລາຍຮັບ ພາຍໃນແມ່ນຈະສູ້ຊົນປະຕິ ບັດໃຫ້ໄດ້ປະມານ 131,8 ພັນຕື້ກີບ ເພີ່ມຂຶ້ນ 72% ແລະ ລາຍຈ່າຍສູ້ຊົນປະຕິບັດໃຫ້ໄດ້ ປະມານ 176,4 ພັນຕື້ກີບ, ທຽບໃສ່ປະຕິບັດໃນ 5 ປີຜ່ານ ມາເພີ່ມຂຶ້ນ 48,7% ແລະ ໃນ 5 ປີຂ້າງໜ້າ ຈະຄຸ້ມຄອງບໍ່ໃຫ້ ເກີນ 25% ຂອງຈີດີພີ. ສະເພາະລາຍຈ່າຍເງິນ ເດືອນຄາດຄະເນປະມານ 60 ພັນຕື້ກວ່າກີບ ກວມ 8% ຂອງ ຈີດີພີ, ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 85% ໂດຍເລີ່ມແຕ່ ສົກປີ 2017 ເປັນຕົ້ນໄປຈະ ປັບປຸງເພີ່ມດັດຊະນີເງິນເດືອນ ໃຫ້ບໍ່ຫຼຸດອັດຕາການເຕີບໂຕ ຂອງເສດຖະກິດໃນແຕ່ລະປີ ຫຼື ເພີ່ມດັດຊະນີເງິນເດືອນປີລະ 500 ກີບ ກວມເອົາໂດຍສະ ເລ່ຍ 44,3% ແລະ ໃນໄລຍະ 5 ປີຂ້າງໜ້າ ຈະຄຸ້ມຄອງບໍ່ໃຫ້ ເກີນ 45% ຂອງລາຍຮັບພາຍ ໃນ ທັງຮັບປະກັນການຂາດດູນ ບໍ່ໃຫ້ເກີນ 5% ຂອງຈີດີພີ ປະ ມານ 26,8 ພັນຕື້ກີບ, ລື່ນປະ ຕິບັດໃນ 5 ປີຜ່ານມາ 7,8 ພັນ ຕື້ກີບ ຫຼື ເທົ່າກັບ 41%.

ອີງຕາມການເປີດເຜີຍ ຈາກກະຊວງການເງິນໃນວັນ ທີ 26 ເມສາ 2018 ກ່ຽວກັບ ການຈັດຕັ້ງປະຕິບັດລາຍຮັບ- ລາຍຈ່າຍງົບປະມານແຫ່ງລັດ ປີ 2018 ເລີ່ມແຕ່ວັນທີ 1 ມັງກອນ 2018-ວັນທີ 4 ເມ ສາ 2018 ໃນທົ່ວປະເທດປະຕິ ບັດໄດ້ທັງໝົດ 5.297,09 ຕື້ ກີບ ເທົ່າກັບ 20,81% ຂອງ ແຜນການປີ. ໃນນັ້ນ ຂະແໜງ ສ່ວຍສາອາກອນ ປະຕິບັດໄດ້ 2.335,25 ຕື້ກີບ ເທົ່າກັບ 20,13% ຂອງແຜນການປີ, ຂະແໜງພາສີ 1.643,03 ຕື້ກີບ ເທົ່າກັບ 22,82% ຂອງ ແຜນການປີ, ຄຸ້ມຄອງຊັບສິນ ຂອງລັດ 510,31 ຕື້ກີບ ເທົ່າ ກັບ 26,17% ຂອງແຜນການປີ ຄຸ້ມຄອງລັດວິສາຫະກິດລັດ ລົງທຶນ ແລະ ການປະກັນໄພ 702,30 ຕື້ກີບ ເທົ່າກັບ 48,4% ຂອງແຜນການປີ, ລາຍຮັບ ຈາກການຊ່ວຍເຫຼືອ 70,43 ຕື້ ກີບ ເທົ່າກັບ 2,56% ຂອງ ແຜນການປີ ແລະ ລາຍຮັບ ອື່ນໆຈຳນວນ 35,75 ຕື້ກີບ ເທົ່າກັບ 7,15% ຂອງແຜນການ ປີ, ສ່ວນການປະຕິບັດລາຍ ຈ່າຍທົ່ວປະເທດ ປະຕິບັດໄດ້ ທັງໝົດ 4.617,89 ຕື້ກີບ ເທົ່າ ກັບ 14,07% ຂອງແຜນການ ປີ. ໃນນັ້ນ ລາຍຈ່າຍປົກກະຕິ 4.541,33 ຕື້ກີບ ເທົ່າກັບ 13,84% ຂອງແຜນການປີ, ລາຍຈ່າຍລົງທຶນພາຍໃນ ແລະ ຕ່າງປະເທດ 461,95 ຕື້ກີບ ເທົ່າກັບ 3,80% ຂອງແຜນ ການປີ, ລາຍຈ່າຍລ່ວງໜ້າປີ 2018 ຈຳນວນ 76,56 ຕື້ກີບ, ຂະນະທີ່ແຜນການດຸ່ນດ່ຽງ (ລາຍຮັບ-ລາຍຈ່າຍ) ໂຕເລກ ແຜນການ 7.357,41 ຕື້ກີບ ປະຕິບັດໄດ້ 679,19 ຕື້ກີບ ເທົ່າກັບ 9,23% ຂອງແຜນ ການປີ, ການດຸ່ມດ່ຽງແຫຼ່ງທຶນ ຈາກພາຍໃນ ແລະ ຕ່າງປະ ເທດ (ສຸດທິ) 645,21 ຕື້ກີບ ເທົ່າກັບ 8,77% ແລະ ຍອດ ເຫຼືອງົບປະມານ (1-2) ຈຳ ນວນ 1.234,40 ຕື້ກີບ.

ສະນັ້ນ, ເພື່ອຮັບປະກັນ ໃຫ້ການຈັດຕັ້ງປະຕະບັດແຜນ ງົບປະມານແຫ່ງລັດ 5 ປີຄັ້ງທີ VIII (2016-2020) ບັນລຸຜົນ ສຳເລັດຕາມຄາດໝາຍທີ່ວາງ ໄວ້, ທ່ານຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງ ການເງິນ ໄດ້ກ່າວວ່າ: ຕ້ອງເອົາ ໃຈໃສ່ປະຕິບັດບັນດາມາດຕະ ການດ້ານການເງິນທີ່ສຳຄັນ ເປັນຕົ້ນປັບປຸງການສ້າງແຜນ ງົບປະມານແຫ່ງລັດ ຢ່າງມີວິ ທະຍາສາດ ໂດຍເລີ່ມຈາກ ການຄົ້ນຄວ້າວິໄຈຂໍ້ມູນຢ່າງ ລະອຽດຖີ່ຖ້ວນ ແລະ ຊັດເຈນ ເພື່ອຄົ້ນຄວ້າວິໄຈແຫຼ່ງລາຍ ຮັບງົບປະມານໃຫ້ຖືກຕ້ອງ, ການສ້າງແຜນງົບປະມານຕ້ອງ ສອດຄ່ອງກັບແນວທາງຂອງ ພັກ, ນະໂຍບາຍຂອງລັດ, ຖືກ ຕ້ອງຕາມກົດໝາຍ, ສອດຄ່ອງ ກັບແຜນພັດທະນາເສດຖະກິດ -ສັງຄົມແຫ່ງຊາດ, ທີ່ສຳຄັນ ຕ້ອງຄຳນຶງເຖິງຄວາມສ່ຽງ ແລະ ການປ່ຽນແປງທີ່ອາດ ເກີດຂຶ້ນໃນອະນາຄົດ, ຍົກສູງ ຄວາມຮັບຜິດຊອບຂອງບັນດາ ຂະແໜງການ ແລະ ທ້ອງຖິ່ນ ໃນການສ້າງ ແລະ ປະຕິບັດ ແຜນງົບປະມານບົນຫຼັກການ ລວມສູນງົບປະມານແຫ່ງລັດ, ປັບປຸງການຄຸ້ມຄອງຂະແໜງ ການເງິນສູ່ທັນສະໄໝ ແລະ ມີປະສິດທິຜົນ ໂດຍສືບຕໍ່ພັດ ທະນາໃຫ້ເປັນລະບົບຄົບຊຸດ ແລະ ລວມສູນດ້ວຍການລົງທຶນ ໃສ່ການພັດທະນາພື້ນຖານ ໂຄງລ່າງ, ລະບົບໂປຣແກຣມ, ບຸກຄະລາກອນທັງປະລິມານ ແລະ ຄຸນນະພາບ ເຮັດໃຫ້ການ ປະຕິບັດລາຍຮັບ-ລາຍຈ່າຍມີ ຄວາມໂປ່ງໃສ, ສະດວກວ່ອງ ໄວ, ສາມາດກວດກາໄດ້ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ, ປະຕິບັດວິໄນການເງິນຢ່າງ ຮັດກຸມ ເພື່ອຄຸ້ມຄອງລາຍ ຈ່າຍໃຫ້ເປັນໄປຕາມແຜນການ ທີ່ສະພາແຫ່ງຊາດຮັບຮອງ, ຍົກສູງປະສິດທິພາບການລົງ ທຶນຂອງລັດດ້ວຍການສ້າງກົນ ໄກຕິດຕາມ, ຄຸ້ມຄອງການຈັດ ຊື້-ຈັດຈ້າງ, ການກໍ່ສ້າງ ແລະ ສ້ອມແປງດ້ວຍທຶນຂອງລັດ ແລະ ແກ້ໄຂໜີ້ສິນຄຸມເຄືອ ໃຫ້ຫຼຸດລົງເປັນກ້າວໆ.

ພັດທະນາວຽກງານຄຸ້ມ ຄອງລວມສູນງົບປະມານ, ພັດ ທະນາຂະແໜງການເງິນທ້ອງ ຖິ່ນ ຕາມສາຍຕັ້ງ ແລະ ທິດ ສາມສ້າງ: ໂດຍສະເພາະແມ່ນ 3 ຂະແໜງການ (ພາສີ, ສ່ວຍ ສາອາກອນ ແລະ ຄັງເງິນແຫ່ງ ຊາດ) ເພື່ອເຮັດໃຫ້ການເກັບ ລາຍຮັບເຂົ້າງົບປະມານຄົບ ຖ້ວນ, ມີປະສິດທິຜົນ, ການບໍ ລິຫານແຫຼ່ງເງິນຂອງລັດເຂົ້າ ລວມສູນຢູ່ຄັງເງິນແຫ່ງຊາດ, ປັບປຸງການແບ່ງຄວາມຮັບຜິດ ຊອບຄຸ້ມຄອງລາຍຮັບ-ລາຍ ຈ່າຍລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ລະອຽດຈະແຈ້ງ ແລະ ຖືກຕ້ອງຕາມທິດສາມ ສ້າງ, ປັບປຸງກົນໄກການພົວ ພັນການເງິນ-ງົບປະມານລະ ຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ເຊື່ອມຈອດກັນ ເພື່ອອັດ ຊ່ອງວ່າງການຮົ່ວໄຫຼດ້ານ ລາຍຮັບ-ລາຍຈ່າຍ, ພັດທະ ນາ ແລະ ປັບປຸງນິຕິກຳດ້ານ ການເງິນໃຫ້ເປັນລະບົບຄົບ ຊຸດ, ສ້າງການປະສານສົມທົບ ລະຫວ່າງຂະແໜງການເສດ ຖະກິດໃນລະດັບມະຫາພາກ, ປັບປຸງການຕິດຕາມກວດກາ ໃນການປະຕິບັດແຜນງົບປະ ມານແຫ່ງລັດຂອງບັນດາຫົວ ໜ່ວຍງົບປະມານທຸກຂັ້ນໃຫ້ ເປັນປົກກະຕິ ແລະ ທົ່ວເຖິງ ເພື່ອຫັນການຄຸ້ມຄອງງົບປະ ມານເຂົ້າສູ່ລະບຽບການ, ປະ ຢັດ, ສະສົມທຶນຕິດພັນກັບຄຸ້ມ ຄອງລາຍຈ່າຍລົງທຶນກໍ່ສ້າງ ພື້ນຖານໂຄງລ່າງຢ່າງເຂັ້ມງວດ.

ທັງໝົດນັ້ນ ແມ່ນທິດທາງ ແຜນການ, ຄາດໝາຍໃຫຍ່ສູ້ ຊົນ ແລະ ມາດຕະການຈັດຕັ້ງ ປະຕິບັດດ້ານການເງິນ ເພື່ອ ເຮັດໃຫ້ວຽກງານການຄຸ້ມຄອງ ລາຍຮັບ-ລາຍຈ່າຍງົບປະມານ ແຫ່ງລັດໄປສູ່ລະບົບທີ່ຄົບຊຸດ, ທັນສະໄໝໂປ່ງໃສ, ເຂັ້ມງວດ, ສາມາດກວດສອບໄດ້, ຖືກ ຕ້ອງຕາມລະບຽບກົດໝາຍ ແລະ ສອດຄ່ອງກັບສະພາບ ເງື່ອນໄຂຕົວຈິງ. ທັງນີ້ ກໍເພື່ອແນໃສ່ຫຼຸດ ຜ່ອນຊ່ອງວ່າງໃນການສວຍ ໃຊ້, ຈຳກັດການຮົ່ວໄຫຼ, ສາ ມາດແກ້ໄຂໄດ້ປະກົດການ ຫຍໍ້ທໍ້ຕ່າງໆທີ່ສຳຄັນແມ່ນເຮັດ ໃຫ້ການປະຕິບັດແຜນລາຍຮັບ ບັນລຸຜົນສຳເລັດ, ສາມາດ ຕອບສະໜອງການປະຕິບັດ ແຜນລາຍຈ່າຍໄດ້ຢ່າງຂາດ ຕົວ ແລະ ກາຍເປັນເງື່ອນໄຂ ເອື້ອອຳນວຍໃຫ້ແກ່ການພັດ ທະນາວຽກງານຮອບດ້ານຂອງ ປະເທດໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ກ້າວໄປສູ່ ຄວາມຈະເລີນຮຸ່ງເຮືອງສີວິໄລ

ທີ່ມາ: ກະຊວງ ການເງິນ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.