Header Ads

ລາວ ຈະສະຫລອງ ສຽງແຄນເຊື້ອຊາດລາວເປັນມໍລະດົກ ຢ່າງຍິ່ງໃຫຍ່ໃນວັນທີ 11 ເມສານີ້




 ໃນວັນທີ 2 ເມສາ ປີ 2018, ທີ່ນະຄອນຫລວງວຽງຈັນ; ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຖະແຫລງຂ່າວຕໍ່ສື່ມວນຊົນລາວ ແລະ ຕ່າງປະເທດ ກ່ຽວກັບການຮັບຮອງ ສຽງແຄນເຊື້ອຊາດລາວ ເປັນມໍລະດົກທາງດ້ານວັດທະນະທຳນາມມະທຳຂອງມວນມະນຸດ ໂດຍອົງການອຸຍແນສໂກ ເຊິ່ງ ສປປ ລາວຈະຈັດງານສະເຫລີມສະຫລອງຢ່າງຍິ່ງໃຫຍ່ໃນວັນທີ 11 ເມສາ 2018 ທີ່ນະຄອນຫລວງວຽງຈັນ.

ທ່ານ ບໍ່ແສງຄຳ ວົງດາລາ ໄດ້ຖະແຫລງວ່າ: ເພື່ອຈາລຶກໄວ້ເປັນຂີດໝາຍປະຫວັດສາດອັນສຳຄັນຂອງຊາດ ຂອງຄົນເຊື້ອຊາດລາວ ທີ່ອາໄສຢູ່ພາຍໃນປະເທດ ແລະ ຕ່າງປະເທດ; ພັກ-ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີໃຫ້ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດພິທີສະເຫລີມສະຫລອງ ວັນສຽງແຄນເຊື້ອຊາດລາວ ທີ່ໄດ້ຖືກຮັບຮອງເປັນມໍລະດົກວັດທະນະທຳຂອງມວນມະນຸດ. ພິທີສະເຫລີມສະຫລອງການຮັບຮອງເອົາສຽງແຄນລາວ ເປັນມໍລະດົກວັດທະນະທຳຂອງມວນມະນຸດຈະໄດ້ຈັດຢ່າງຍິ່ງໃຫຍ່ ເປັນທາງການໃນ ວັນທີ 11 ເມສາ 2018 ທີ່ນະຄອນຫລວງວຽງຈັນ ຊຶ່ງໃນຕອນເຊົ້າ ແຕ່ເວລາ 7 ໂມງ 00 ຈະມີຂະບວນແຫ່ແຄນໄປຕາມສະຖານທີ່ສຳຄັນທາງດ້ານປະຫວັດສາດ ເຊັ່ນ: ອະນຸສາວະລີເຈົ້າຟ້າງຸ່ມ, ອະນຸສາວະລີນັກຮົບນິລະນາມ ແລະ ອະນຸສາວະລີ ປະທານ ໄກສອນ ພົມວິຫານ ຜ່ານຖະໜົນສາຍສຳຄັນຕ່າງໆ ແຕ່ລະສະຖານທີ່ຈະມີການວາງກະຕ່າດອກໄມ້, ອ່ານບົດລາຍງານ ແລະ ເປົ່າແຄນລວມໝູ່ຍິງ - ຊາຍ ແລະ ເວລາ 19 ໂມງ 30 ຂອງມື້ດຽວກັນຈະມີພິທີສະເຫລີມສະຫລອງຢ່າງເປັນທາງການ ຊຶ່ງມີແຂກຖືກເຊີນ ທາງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ທ່ານ ບໍ່ແສງຄຳ ວົງດາລາ ຍັງໄດ້ຢ້ຳໃຫ້ເຫັນຕື່ມວ່າ: ສຽງແຄນເຊື້ອຊາດລາວ ໄດ້ຖືກຮັບຮອງເປັນມໍລະດົກວັດທະນະທຳ ຂອງມວນມະນຸດໃນຄັ້ງນີ້ ໄດ້ເຮັດໃຫ້ປະຊາຊົນບັນດາເຜົ່າ ແລະ ສາກົນ ເຫັນໄດ້ເຖິງນະໂຍບາຍອັນຖືກຕ້ອງ ແລະ ຈະແຈ້ງຂອງພັກ-ລັດຖະບານໃນການຄຸ້ມຄອງ, ປົກປັກຮັກສາ, ອະນຸລັກ, ມໍລະດົກຂອງຊາດ; ທັງເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມຊື່ນຊົມ, ຍິນດີ ແລະ ກະຕືລືລົ້ນ ພ້ອມກັນປົກປັກຮັກສາ ເພື່ອເຮັດໃຫ້ມໍລະດົກວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ປະກອບເຂົ້າໃນການສ້າງສາພັດທະນາຊີວິດການເປັນຢູ່ຢ່າງແທ້ຈິງ; ນອກນັ້ນ, ຍັງເປັນການສຶກສາອົບຮົມເຍົາວະຊົນ ໃຫ້ມີນ້ຳໃຈຮັກຊາດ, ຮັກມູນເຊື້ອອັນດີງາມຂອງຊາດ ກາຍເປັນອົງປະກອບພື້ນຖານດ້ານຈິດໃຈ ຄ້ຳປະກັນແກ່ຄວາມຍືນຍົງຄົງຕົວຂອງຊາດຕະຫລອດໄປ.


ຂ່າວ: ວົງເດືອນ ອິນທິລາດ ພາບ: ສະຫວາດ (ຂປລ)


© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.