Header Ads

ສ້າງຂີດຫມາຍໃຫມ່ອອກແບບຫ້ອງທົດລອງທີ່ສົມຈິງ ໃຫ້ສູນຝືກການບິນ




ໃນວັນທີ 27 ມີນາ 2018 ຜ່ານມານີ້ທີ່ສູນຝືກການບິນ, ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີເປີດຫ້ອງທົດລອງຝືກການບິນທີ່ທັນສະໄໝຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເຖິງ ສຸໂມນທາ, ຮອງຫົວໜ້າກົມການບິນພົນລະເຮືອນ ກະຊວງ ຍທຂ, ມີຫົວໜ້າສູນຝືກ, ຕ່າງອົງໜ້າອົງການຈັດຕັ້ງສາກົນ, ພາກລັດ - ທຸລະກິດເຂົ້າຮ່ວມ.



ຈຸດປະສົງ ຂອງການເປີດຫ້ອງທົດລອງ ເພື່ອເປັນສະຖານທີ່ຮຽນຮູ້ຕົວຈິງ ໃນການນໍາໃຊ້ເຂົ້າໃນຫຼັກສູດການຮຽນ-ການສອນແບບສົມຈີງຫຼາຍຂຶ້ນ. ທ່ານ ສົມພອນ ໄຊຍະສານ ຫົວໜ້າ ສູນຝືກການບິນ ກະຊວງ ຍທຂ ໄດ້ກ່າວວ່າ: ສູນຝືກການບິນ ສ້າງຕັ້ງມາແຕ່ປີ 1959 ຫຼັງຈາກນັ້ນກໍ່ສູ້ຊົນຝືກອົບຮົມ ວິຊາການບິນ ຂອງນັກບິນ ຈາກນັ້ນມາ ພວກເຮົາກໍ່ໄດ້ຮ່ວມມືກັບຊ່ຽວຊານຕ່າງປະເທດ ບໍ່ວ່າຈະເປັນການສອນພາສາອັງກິດວິຊາການ, ສອນພາສາອັງກິດໃນການບັນຊາຍົນ. ເພາະຜ່ານມາສົ່ງນັກຮຽນໄປຮຽນຂັບຍົນຢູ່ຕ່າງປະເທດ ຕ້ອງໃຊ້ທຶນຫຼາຍກວ່າ 1 ແສນໂດລາສະຫະລັດ, ເຊິ່ງຖ້າສ້າງນັກບິນພາຍໃນປະເທດໃຊ້ຕົ້ນທຶນພຽງແຕ່ 60 ພັນໂດລາສະຫະລັດ. ໃນໄລຍະຜ່ານມາ ການສ້າງນັກບິນຂອງສູນຝືກອົບຮົມການບິນ ແມ່ນຝືກຂັບຍົນ ຈັກດຽວ ໃຊ້ເວລາ 3 ປີ, ຖ້າຝືກອົບຮົມຢູ່ຕ່າງປະເທດໃຊ້ເວລາ 1 - 2 ປີ ແຕ່ປະເທດເຮົາເນັ້ນຄຸນນະພາບ ຈຶ່ງກໍານົດຝືກຮອດ 3 ປີ ເຊີ່ງໃນປີທໍາອິດແມ່ນ ຮຽນພາກທິດສະດີ ຫຼັງຈາກນັ້ນຈຶ່ງເສັງ ຫຼັງຈາກຜ່ານແລ້ວ ຈຶ່ງກວດສຸຂະພາບ ຢູ່ປະເທດໄທ ຫຼື ປະເທດສິງກາໂປ. ພາຍຫຼັງສຳເລັດ ກໍ່ຈະສົ່ງໄປຮຽນຂັບຍົນ 2 ເຄື່ອງຈັກຢູ່ປະເທດ ແຄນນາດາ ຫຼັງຈາກນັ້ນກໍ່ໄດ້ຮັບໃບຢັ້ງຢືນຈາກທະວີບເອີລົບມາ ເພື່ອສ້າງມາດຕະຖານຂອງນັກບິນໃຫ້ມີຄຸນນະພາບ. 


ສໍາລັບ ຫ້ອງທົດລອງເກົ່າພວກເຮົາໄດ້ເລີ່ມຕົ້ນຝືກມາແລ້ວ ນັບແຕ່ປີ 2010 ເປັນຕົ້ນມາ ເຊີ່ງການມອບຮັບໃນຄັ້ງນີ້ ເປັນຫ້ອງທົດລອງຂັບຍົນທີ່ສົມຈີງທຸກຢ່າງ ບໍ່ວ່າຈະເປັນຫ້ອງຂັບ, ສະພາບແວດລ້ອມອ້ອມຂ້າງ, ການຂຶ້ນລົງຂອງຍົນລວມທັງພາບເຄື່ອນໄຫວຕ່າງໆ ເຊິ່ງການອອກແບບ, ການຄົ້ນຄິດພາບເຄື່ອນໄຫວຕ່າງໆ ເປັນສີມືຂອງນາຍຊ່າງຈາກ ບໍລິສັດ ຂຸນຕາປ້າຍ ເຊິ່ງເປັນຂີດໝາຍໃໝ່ ຢັ້ງຢືນວ່າຄົນລາວເຮົາມີຄວາມສາມາດ. ຫ້ອງທົດລອງຂັບຍົນແບບທັນສະໄໝ ແມ່ນການນໍາໃຊ້ສ່ວນຫົວຂອງຍົນແທ້ ໂດຍມີສາກຈໍາລອງເຫດການຈິງ ບໍ່ວ່າສະພາບທ້ອງຟ້າ, ພື້ນທີ່ສະໜາມບິນ ເພື່ອໃຫ້ນັກຮຽນຝືກບິນ ສໍາຜັດບັນຍາກາດຄືຫ້ອງຂັບຕົວຈິງ ເຊິ່ງຈະຊ່ວຍໃຫ້ການຝືກມີປະສິດທິພາບສູງສຸດ. 


ທ່ານ ບຸນເຖິງ ສຸໂມນທາ ຮອງຫົວໜ້າກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ການຂົນສົ່ງກ່າວວ່າ: ການມອບຫ້ອງທົດລອງຝືກບິນໃນຄັ້ງນີ້ ກໍ່ເພື່ອໃຫ້ນັກຮຽນຝືກບິນໄດ້ນໍາໃຊ້ເຂົ້າໃນວຽກງານການຮຽນການສອນຟື້ນຖານ ຂອງອາຊິບນັກບິນໃຫ້ມີຄວາມສົມຈິງຫຼາຍທີ່ສຸດ.

ພາບ ແລະ ຂ່າວ: ໂຊກດີ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.