Header Ads

ເມືອງດາກຈຶງຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ໄດ້ 9.000 ຄົນພາຍໃນປີ 2018



ໃນວັນທີ 28 ເມສາ 2018 ຜ່ານມານີ້, ອໍານາດການປົກເມືອງດາກຈຶງ ແຂວງເຊກອງໄດ້ຈັດງານສະເຫລີມສະຫລອງເປີດປີທ່ອງທ່ຽວລາວ 2018 ຕິດພັນກັບງານບຸນຊ່ວງເຮືອແພປະເພນີຢ່າງຄຶກຄື້ນມ່ວນຊື່ນໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ, ທ່ານ ໄລສວນ ມິດສຸວັນ ເຈົ້າເມືອງດາກຈຶງ ພ້ອມບັນດາເຈົ້າແຂວງ,ຮອງເຈົ້າແຂວງ ແລະ ພໍ່ແມ່ປະຊາຊົນພາຍໃນ-ອອ້ມຂ້າງແຂວງເຂົ້າຮ່ວມຢ່າງຫນາແຫນ້ນ.



ລະຫວ່າງງານເປີດປີທ່ອງທ່ຽວຄັ້ງນີ້ໄດ້ມີການແຫ່ຂະບວນກ້ອນກໍາລັງບັນດາຊົນເຜົ່າ, ສະແດງສິລະປະພື້ນເມືອງ, ບຸນປະເພນີຊ່ວງເຮືອແພ, ແຂ່ງຂັນກິລາພື້ນເມືອງ, ວາງສະແດງສິນຄ້າພື້ນເມືອງ ແລະ ຜະລິດຕະພັນດະສິກໍາປອດສານພິດ, ປະກວດອາຫານພື້ນເມືອງ ແລະ ອື່ນໆ ເຊິ່ງງານດັ່ງກ່າວໄດ້ດໍາເນີນໄປນັບແຕ່ວັນທີ 25-30 ເມສາ 2018 ແລະ ມີຜູ້ເຂົ້າຮ່ວມທັງຫມົດ 1.000 ກວ່າຄົນ.




ທ່ານ ໄລສວນ ມິດສຸວັນ ເຈົ້າເມືອງດາກຈຶງໄດ້ໃຫ້ສໍາພາດນັກຂ່າວສໍານັກຂ່າວສານປະເທດລາວວ່າ: ມີປະຊາກອນທັງຫມົດ 24.000 ກວ່າຄົນປະກອບມີ 4 ຊົນເຜົ່າໃຫຍ່ຄື: ຕະລຽງກວມ 60%, ແຍະ 21 % , ກະຕູ 16% ແລະ ລາວ 2%; ເມືອງດາກຈຶງຕັ້ງຢູ່ທິດຕາເວັນອອກຂອງແຂວງຫ່າງຈາກເທສະບານແຂວງ 99 ກິໂລແມັດ,ມີເນື້ອທີ່ທັງຫມົດ 373.220 ເຮັກຕາ, ເປັນເຂດພູດອຍກວມເອົາ 80%, ພູພຽງ 15% ແລະ ທົ່ງພຽງ 5% ເຊິ່ງທິດເຫນືອຕິດກັບເມືອງກາລຶມ,ທິດໃຕ້ຕິດກັບເມືອງຊານໄຊ ແຂວງອັດຕະປື,ທິດຕາເວັນອອກຕິດກັບເມືອງນາມຢາງ,ເມືອງໄຕຢາງ ແຂວງກວາງນາມ ແລະ ເມືອງດາກໄລ ແຂວງກອນຕູມ ສສ ຫວຽດນາມ, ມີອາກາດຫນາວເຢັນ,ຫມອກປົກຄຸມ ແລະ ຝົນຝອຍຕະຫລອດປີ,ປະລິມານນໍ້າຝົນ 2000-2500 ມມ/ປີ,ລະດັບສູງຈາກຫນ້ານໍ້າທະເລປະມານ 1.200 ແມັດ.


ເມືອງດາກຈຶງມີແຫລ່ງທ່ອງທ່ຽວທໍາມະຊາດ 14 ແຫ່ງຄື: ທົ່ງສາດ, ທົ່ງນຶມ, ນໍ້າຕົກຕາດໂອກ, ນໍ້າຕົກຕາດຈາມົວ,ພູສູງກອງກີງ ແລະ ອື່ນໆ; ແຫລ່ງທອ່ງທ່ຽວປະຫວັດສາດ 7 ແຫ່ງຄື: ສໍານັກງານເຮັດວຽກຂອງທ່ານ ຄໍາໄຕ ສີພັນດອນ ອະດີດປະທານປະເທດ, ເສັ້ນທາງໂຮ່ຈີ່ມິນ, ຖໍ້າພູຊ້າງ, ທົ່ງເຫັລກ, ຄ້າຍຈາວານ, ຖໍ້າງູເຫລືອມ ແລະ ອື່ນໆ ;ແຫລ່ງທ່ອງທ່ຽວດ້ານວັດທະນະທໍາຄື: ບຸນປະຈໍາປີຂອງແຕ່ລະບ້ານ, ບຸນຊ່ວງເຮືອແພປະເພນີ, ເຮືອນຊົນເຜົ່າ, ຕໍ່າແພ, ຕີເຫລັກ,ຈັກສານ ແລະ ແຫລ່ງທ່ອງທ່ຽວກະສິກໍາຄື: ສວນກາເຟ, ປູກໂສມ ແລະ ປູກຜັກປອດສານພິດອື່ນໆ.


ແນວໃດກໍດີ ທ່ານ ເຈົ້າເມືອງຍັງກ່າວຕື່ມອີກວ່າສໍາລັບປີ 2017 ຜ່ານມາມີນັກທ່ອງທ່ຽວພາຍໃນ-ຕ່າງປະເທດເຂົ້າມາຢ້ຽມຢາມແຂວງທັງຫມົດ 3.000 ເທື່ອກວ່າຄົນໂດຍສ່ວນໃຫຍ່ແມ່ນນັກທ່ອງທ່ຽວອາຊຽນ ແລະ ຢູໂຣບ ແລະ ຄາດວ່າພາຍໃນປີ 2018 ຕັ້ງເປົ້າຫມາຍດຶງດູດນັກທອ່ງທ່ຽວໃຫ້ເພີ່ມຂຶ້ນປະມານ 9.000 ເທື່ອກວ່າຄົນ. 

ພາບ-ຂ່າວ: ເກີດຂວັນໃຈ (ຂປລ)
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.