Header Ads

ແຂວງໄຊຍະບູລີ ຈັດພິທີເປີດຂະບວນຍ່າງມາລາທອນເພື່ອສຸຂະພາບສະເຫຼີມສະຫຼອງວັນກໍາມະກອນສາກົນ




ໃນຕອນເຊົ້າຂອງວັນທີ 30 ເມສາ 2018 ນີ້, ແຂວງໄຊຍະບູລີ ໄດ້ຈັດພິທີເປີດຂະບວນການຍ່າງມາລາທອນ ເພື່ອສຸຂະພາບ ສະເຫຼີມສະຫຼອງວັນກໍາມະກອນສາກົນຂຶ້ນ, ທີ່ເດີ່ນກິລາໃນຮົ່ມຂອງແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາສີ ແພງສະຫວັນ ປະທານສະຫະພັນກໍາມະບານແຂວງ, ເຂົ້າຮ່ວມໃນພິທີມີ ທ່ານ ຄໍາສຸກ ທໍ່ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນແຂວງ, ມີບັນດາການນໍາຂອງແຂວງ,ເມືອງ, ພະນັກງານ, ກົມກອງອ້ອມຂ້າງແຂວງ, ເມືອງເຂົ້າຮ່ວມຢ່າງຫຼວງຫຼາຍ.



ໃນພິທີທ່ານ ຄໍາສີ ແພງສະຫວັນ ປະທານສະຫະພັນກໍາມະບານແຂວງ ໄດ້ໃຫ້ຮູ້ວ່າ: ການຈັດພິທີເປີດຂະບວນການຍ່າງມາລາທອນ ເພື່ອສຸຂະພາບ ສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 132 ປີຄື 1 ພຶດສະພາ 1886 – 1 ພຶດສະສາ 2018. ຈຸດປະສົງເພື່ອໂຄສະນາ ແລະ ສຶກສາອົບຮົມໃຫ້ແກ່ພະນັກງານ, ລັດຖະກອນ, ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈເຖິງມູນເຊື້ອທາດແທ້ ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ, ຜົນງານການເຄື່ອນໄຫວຂອງກຳມະກອນລາວໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳມະກອນທົ່ວໂລກ; ສ້າງຂະບວນການຕ່າງໆໃຫ້ຟົດຟື້ນ. ຈາກນັ້ນ, ທ່ານ ຄໍາສຸກ ທໍ່ ແລະ ທ່ານ ຄໍາສີ ແພງສະຫວັນ ຕັດແຖບຜ້າເປີດປາຍຢ່າງເປັນທາງການ.


ພາບ-ຂ່າວ: Media Laos 
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.