Header Ads

ຈັບສອງສາວຄາເຮືອນພັກ ພ້ອມຂອງກາງຢາບ້າ 36.000 ເມັດ



ວັນທີ 4 ເມສາ 2018, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ໄດ້ເຂົ້າຈັບ ຕົວສອງສາວລັກລອບຄ້າຂາຍຢາເສບຕິດໃນເຮືອນພັກແຫ່ງໜຶ່ງຢູ່ເຂດບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ພ້ອມຂອງກາງຢາບ້າ ຈຳນວນ 18 ມັດ ເທົ່າ ກັບ 36.000 ເມັດ ໄປສອບສວນຂະຫຍາຍຜົນ. ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບລາຍງານວ່າ: ຈະມີກຸ່ມເປົ້າໝາຍມາເຄື່ອນ ໄຫວຊື້-ຂາຍຢາບ້າຢູ່ເຂດບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ. ຫຼັງຈາກນັ້ນ, ພະແນກສະກັດກັ້ນ ແລະ ຕ້ານຢາ ເສບຕິດແຂວງ ໄດ້ຈັດກໍາລັງວິຊາສະເພາະຕິດຕາມການເຄື່ອນໄຫວຂອງເປົ້າໝາຍ.



ຜ່ານການຕິດຕາມພົບເຫັນເປົ້າໝາຍຢູ່ໃນເຮືອນພັກແຫ່ງໜຶ່ງຢູ່ບ້ານດອນໄຊ ຈຶ່ງໄດ້ກັກຕົວ ແລະ ກວດຄົ້ນພົບ ເຫັນຢາບ້າ ຈຳນວນ 18 ມັັດ, ເທົ່າກັບ 36.000 ເມັດ ຈຶ່ງຈັບຕົວເປົ້າໝາຍທັງສອງຄົນໄປສອບສວນ; ຜູ້ຖືກຫາ ຄະດີດັ່ງກ່າວຊື່ ນາງ ວຽງສະໄໝ ອາຍຸ 30 ປີ ຢູ່ບ້ານມອນໃຕ້ ເມືອງໄຊ ແລະ ນາງ ດວງວາ ອາຍຸ 18 ປີ ຢູ່ບ້ານ ດອນທາດ ເມືອງຮຸນ ທັງສອງຂຶ້ນກັບແຂວງອຸດົມໄຊ. ພ້ອມກັນນີ້, ກໍໄດ້ເຄື່ອງຂອງກາງທີ່ພົວພັນໃນການເຄື່ອນ ໄຫວຊື້-ຂາຍຢາເສບຕິດໃນຄັ້ງນີ້ ລວມມີ: ລົດຈັກຊູຊຸກິສະແມັດ ສີດຳ ປ້າຍທະບຽນ 4308 ອຸດົມໄຊ ແລະ ລົດ ຈັກຮອນດ້າເວບ 100 ສີຂາວ ປ້າຍທະບຽນ 5010 ອຸດົມໄຊ ພ້ອມໂທລະສັບມືຖື 2 ເຄື່ອງ.


ຜ່ານການສອບສວນເບື້່ອງຕົ້ນ, ພວກກ່ຽວສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວເປັນຂອງພວກກ່ຽວແທ້; ເຊິ່ງໄດ້ຮັບມາຈາກຄົນຮູ້ຈັກ ແລ້ວເອົາໄປສົ່ງໃຫ້ຜູ້ສັ່ງຊື້ທີ່ນັດກັນຢູ່ເຮືອນພັກແຫ່ງໜຶ່ງທີ່ບ້ານດອນໄຊ ເມືອງໄຊ ແຕ່ຖືກ ເຈົ້າໜ້າທີ່ກັກຕົວໄດ້ກ່ອນ ພ້ອມຂອງກາງຈໍາ ນວນດັ່ງກ່າວໄປດໍາເນີນຄະດີ.



ທີ່ມາ: ນສພ ປ້ອງກັນຄວາມສະຫງົບ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.